ຕຳຫລວດປາບຈະລາຈົນອາຟຣິກາໃຕ້ ໄດ້ໃຊ້ແກສນ້ຳຕາ ທັບມ້າງ ການປະທ້ວງໂດຍພວກເຈົ້າໜ້າທ່ີຄວບຄຸມຄົນເບິ່ງ
ທ່ີສະໜາມກິລາແຂ່ງຂັນບາເຕະໂລກ ທີ່ເມືອງ Durban ທ່ີບໍ່ພໍໃຈກັບຄ່າຈ້າງແຮງງານຂອງເຂົາເຈົ້າ.
ບັນດາເຈົ້າໜ້າທ່ີກ່າວໃນວັນຈັນມື້ນີ້ວ່າ ການປະທະກັນທ່ີພົວພັນກັບພວກປະທ້ວງຫລາຍຮ້ອຍຄົນຢູ່ໃກ້ໆກັບສະໜາມກິລາ
ໄດ້ເກີດຂຶ້ນຫລັງຈາກການແຂ່ງຂັນບັ້ນນຶ່ງສິ້ນສຸດລົງໄດ້ ນຶ່ງຊົ່ວໂມງກ່ວາໆໃນຕອນແລງ ວັນອາທິດວານນີ້. ບໍ່ມີລາຍງານແຈ້ງ
ໃຫ້ຊາບວ່າ ມີຜູ້ໃດໄດ້ຮັບບາດເຈັບຮ້າຍແຮງ.
ກ່ອນໜ້ານັ້ນ ຢູ່ໃນສະໜາມກິລາດັ່ງກ່າວ ທີມເຢຍລະມັນໄດ້ຊະນະທີມ ອອສເຕຣເລຍ 4 ປະຕູຕໍ່ 0. ເຢຍລະມັນກຳລັງພະຍາຍາມ
ຈະຄວ້າເອົາຂັນ World Cup ຄັ້ງທີ 4 ຂອງຕົນ. ໃນວັນອາທິດວານນີ້ ເຊັ່ນກັນ ທີມ Ghana ໄດ້ກາຍເປັນທີມທຳອິດຈາກອາຟຣິກາ
ທີ່ໄດ້ຊະນະການແຂ່ງຂັນບານເຕະໂລກຄັ້ງທຳອິດ ທີ່ ຈັດຂຶ້ນໃນທະວີບອາຟຣິກາ ໂດຍໄດ້ຊະນະທີມເຊີເບຍ 1 ປະຕູຕໍ່ 0 ແລະທີມ
ສະໂລເວເນຍ ຊະນະທີມ Algeria 1 ປະຕູຕໍ່ 0.