ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະເປນໄດ້ແຊ້ມ ເຕະບານໂລກ


ສະ​ເປ​ນໄດ້ແຊ້ມເຕະບານ​ໂລກ ​ຫລື World Cup ຄັ້ງ​ທຳ​ອິດ​ໃນ​ປະວັດ​ສາດ​ຂອງ​ຕົນ ​ໂດຍ​ຊະນະ​ທີ​ມ Netherlands

1 ປະຕູ​ຕໍ່ 0 ໃນ​ການ​ແຂ່ງຂັນ​ທ່ີ​ນະຄອນ Johannesburg ອະ​ຟຣິກາ​ໃຕ້​ໃນ​ວັນ​ອາທິດວານ​ນີ້.

ສະ​ເປ​ນ​ ທ່ີໄດ້​ລໍຄອຍ​ມາ​ເປັນ​ເວລາ​ຫລາຍ​ປີ​ເພື່ອ​ຊະນະ champ ໃນ​ການ​ແຂ່ງ​ຂັນ​ກີລາ​ເຕະບານ​ໂລກ ຕ້ອງ​ໄດ້​ລໍຖ້າ​ມາ​ຈົນ​ຮອດ

ຕອນ​ຕໍ່​ເວລາ ຄື​ໃນ​ນາທີ ທີ116 ກ່ອນ​ຊະນະ​ການ​ແຂ່ງຂັນນັ້ນ.

ການ​ແຂ່ງຂັນ​ກັນ​ໄດ້​ດຳ​ເນີນ​ໄປ​ຈົນ​ໝົດ​ເວລາ​ທຳ​ມະ​ດາ ​ແລະ​ຍິງເຂົ້າປະຕູຂອງເນເທີແລນໄດ້​ໃນ​ຊ່ວງ​ຕໍ່​ເວລາ​ຍັງ​ເຫລືອ​ພຽງ​ແຕ່ 4 ນາທີ

ເວລາ​ນາຍ Andre Iniesta ຍິງ​ລູກ​ບານ​ເຂົ້າ​ໂກນ​ຂອງ​ຝ່າຍ​ທີ​ມ Netherlands. ເປັນ​ເທື່ອ​ທຳ​ອິດ​ທ່ີ​ທີ​ມຢູ​ໂຣບໄດ້ຕຳແໜ່ງ​ແຊມ

ໂລກໃນ​ການ​ແຂ່ງຂັນ​ກີລາເຕະບານ​ໂລກ​ຢູ່​ນອກ​ຢູ​ໂຣບ ​ແລະ​ນັບ​ເປັນ​ເທື່ອ​ທີ 3 ທ່ີ​ທີ​ມ Netherlands ​ໄດ້ຮັບ​ການ​ປາ​ໄຊ.

ໃນ​ການ​ແຂ່ງ​ຂັນ​ຮອບສຸດ​ທ້າຍ​ຫລືຮອບຊະນະເລີດ​ນັ້ນ ທັງ​ສອງ​ທີ​ມຄື ທີ​ມNetherlands ​ແລະ​ທີ​ມສະເປ​ນ ​ຕ່າງກໍ​ພະຍາຍາມຍາດເອົາ

ຕໍາແໜ່ງ champ ​ໂລກ​ເທື່ອ​ທຳ​ອິດຂອງ​ຕົນ. ​ໄຊຊະນະ​ຂອງ​ທີ​ມສະ​ເປ​ນ​ໄດ້​ນຳ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ຢ່າງ​ໃຫຍ່​ມາ​ໃຫ້​ພວກ​ແຟນ​ເຕະບານ

ສະ​ເປ​ນ ​ແຕ່​ການ​ແຂ່ງຂັນ​ໄດ້​ດຳ​ເນີນ​ໄປ​ຢ່າງດຸ​ເດືອດ​ ຊຶ່ງ​ກຳມະການ​ຕັດສິນ​ໄດ້​ອອກ​ບັດ​ສີ​ເຫລືອງໃຫ້​ພວກ​ກີລາ​ທັງ​ໝົດ13 ບັດ​ຊຶ່ງ​ເປັນ

ຈຳນວນ​ຫລາຍ​ເປັນ​ປວັດ​ການ​ໃນ​ການ​ແຂ່ງຂັນ​ກັນນັ້ນ ຊຶ່ງ​ເຮັດ​ໃຫ້​ທີ​ມ Netherlands ຍັງ​ເຫລືອ​ນັກກີລາ​ພຽ​ງ​ແຕ່ 10 ຄົນ​ໃນ​ນາທີ

ທີ 109 ​ເວລາ​ນາຍ John Heitings ​ໄດ້​ຮັບ​ບັດ​ສີເຫລືອງ​ບັດ​ທີ​ສອງ​ຊຶ່ງ​ຈຳ​ເປັນ​ຕ້ອງ​ໄດ້​ອອກ​ຈາກ​ການ​ແຂ່ງຂັນ​ໄປ​ນັ້ນ.

XS
SM
MD
LG