ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

WB ຄາດວ່າ ເສດຖະກິດລາວ ຈະຂະຫຍາຍຕົວຂຶ້ນ ເຖິງ 8.3% ໃນປີ 2011-2012 ນີ້


ຄໍາຈາກບໍ່ຄໍາພູເບ້ຍ ໃນແຂວງບໍລິຄໍາໄຊ, ປະເທດລາວ
ຄໍາຈາກບໍ່ຄໍາພູເບ້ຍ ໃນແຂວງບໍລິຄໍາໄຊ, ປະເທດລາວ

ນັກເສດຖະສາດຂອງທະນາຄານໂລກ ຄາດໝາຍວ່າ ເສດຖະກິດຂອງລາວ ໃນແຜນການ ປີ 2011-2012 ນີ້ ຈະຂະຫຍາຍຕົວຂຶ້ນເຖິງ 8.3% ໂດຍມີພາກອຸດສາຫະກໍາ ຂຸດຄົ້ນແຮ່ທາດ ເປັນປັດໃຈຊຸກຍູ້ທີ່ສໍາຄັນ.

ທ່ານ ນາງ Genevieve
Boyreau ນັກເສດຖະສາດ
ຂອງທະນາຄານໂລກ ປະຈໍາ
ປະເທດລາວ ໄດ້ໃຫ້ການ
ຢືນຢັນຕໍ່ກອງປະຊຸມເພື່ອ
ທົບທວນຄືນກ່ຽວກັບການ
ພັດທະນາເສດຖະກິດ ໃນ
ພູມີພາກເອເຊຍຕາເວັນ
ອອກແລະປາຊີຟິກ ທີ່ຈັດ
ຂຶ້ນຢູ່ກຸງໂຕກຽວ ປະເທດ
ຍີ່ປຸ່ນ ໃນວັນທີ 23 ພຶດສະ
ພານີ້ວ່າ ສະເພາະການພັດ
ທະນາທາງເສດຖະກິດໃນ
ລາວໃນໄລຍະ 6 ເດືອນຕົ້ນ
ປີຂອງແຜນການປະຈໍາປີ
2011-2012 ນີ້ ເຮັດໃຫ້
ທະນາຄານໂລກໄດ້ມີການ
ປັບປ່ຽນຄາດໝາຍການ
ຂະຫຍາຍຕົວທາງເສດຖະ
ກິດ​ໃນລາວຈາກລະດັບ 7.5% ຂຶ້ນມາເປັນ 8.3% ໃນຕະຫລອດແຜນການ ປີນີ້.

ປັດໄຈສໍາຄັນທີ່ເຮັດໃຫ້ທະນາຄານໂລກ ຕ້ອງມີການປັບປ່ຽນລະດັບຄາດໝາຍດັ່ງກ່າວ ກໍ
ຍ້ອນວ່າ ມີປັດໄຈໃນຫຼາຍໆ ດ້ານ ທີ່ສົ່ງຜົນດີຕໍ່ການພັດທະນາທາງເສດຖະກິດໃນລາວ
ໂດຍທີ່ສໍາຄັນ ແມ່ນການຂະຫຍາຍການຜະລິດໃນພາກອຸດສະຫະກໍາຂຸດຄົ້ນແຮ່ທາດ ທີ່
ສົມທົບດ້ວຍລາຄາແຮ່ຄໍາ ແລະທອງແດງໃນຕະຫຼາດໂລກກໍ່ໄດ້ມີການປັບລາຄາສູງຂຶ້ນ
ຢ່າງຕໍ່ເນື່ອງ.

ທ່ານ ນາງ Genevieve Boyreau ນັກເສດຖະສາດ ຂອງທະນາຄານໂລກ ປະຈໍາປະເທດລາວ
ທ່ານ ນາງ Genevieve Boyreau ນັກເສດຖະສາດ ຂອງທະນາຄານໂລກ ປະຈໍາປະເທດລາວ

ນອກຈາກນັ້ນ ກໍແມ່ນ
ປັດໄຈດ້ານກະສິກໍາ
ທີ່ຄາດວ່າ ລາວຈະ
ສາມາດເພີ່ມຜົນຜະ
ລິດໄດ້ຫຼາຍກວ່າໃນ
ປີກາຍ ທີ່ໄດ້ຮັບຜົນ
ກະທົບຢ່າງໜັກຈາກ
ພະຍຸໂຊນຮ້ອນ ສ່ວນ
ໃນພາກບໍລິການ
ການທ່ອງທ່ຽວ ການ
ຄ້າ ການຂົນສົ່ງ ແລະ
ໂທຄົມມະນາຄົມນັ້ນ
ກໍ່ມີທ່າອ່ຽງຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຊຶ່ງກໍເຊັ່ນດຽວກັນກັບ ໃນພາກການກໍ່ສ້າງທີ່ໄດ້ຮັບຜົນດ້ານບວກຈາກໂຄງການກໍ່ສ້າງ
ສູນການປະຊຸມ, ບ້ານພັກ, ໂຮງແຮມ, ການຂະຫຍາຍສະໜາມບິນວັດໄຕ ແລະສິ່ງອໍາ
ນວຍຄວາມສະດວກຄົບຊຸດ ເພື່ອຮອງຮັບກອງປະຊຸມສຸດຍອດຜູ້ນໍາອາຊຽນ-ສະຫະ
ພາບຢູໂຣບ (ASEM) ຄັ້ງທີ 9 ໃນເດືອນພະຈິກປີນີ້ ຢູ່ນະຄອນວຽງຈັນ.

ຊຶ່ງການປັບປ່ຽນຄາດໝາຍຂອງທະນາຄານໂລກໃນຄັ້ງຫລ້າສຸດນີ້ ນັບວ່າສອດຄ່ອງ
ກັບແຜນການ ຂອງລັດຖະບານລາວທີ່ວາງໄວ້ກ່ອນໜ້ານີ້ ກໍຄືການວາງຄາດໝາຍໄວ້ວ່າ ຍອດຜະລິດພັນລວມພາຍໃນ (GDP) ໃນແຜນການປີ 2011-2012 ນີ້ ຈະມີມູນຄ່າລວມ
ເຖິງ 70,200 ຕື້ກີບ ຫລືຄິດເປັນອັດຕາສະເລ່ຍທີ່ເພີ້ມຂຶ້ນຈາກແຜນການປີ 2010-2011
ເຖິງ 8.3% ນັ້ນເອງ.

ຍິ່ງໄປກວ່ານັ້ນ ກອງປະຊຸມໃຫຍ່ຄັ້ງທີ 9 ຂອງພັກປະຊາຊົນປະຕິວັດລາວ ກໍ​ໄດ້​ວາງ​ເປົ້າໝາຍທີ່ຈະພັດທະນາເສດຖະກິດ ໃນ​ໄລຍະ​ແຕ່ 2011-2015 ​ໃຫ້​ຂະຫຍາຍຕົວ​ໃນ​
ອັດຕາ​ສະ​ເລ່ຍ ບໍ່ຫລຸດ 8% ຕໍ່ປີ ຊຶ່ງຈະເປັນຜົນເຮັດໃຫ້ຍອດຜະລິດຕະພັນລວມພາຍ
ໃນປະ​ເທດ ຫລື GDP ຂອງ​ລາວ​ມີມູນຄ່າລວມ ທີ່​ສາມາດສະເລ່ຍເປັນລາຍຮັບຂອງ
ປະຊາຊົນລາວໄດ້ ​ໃນ​ລະດັບ​ສູງ​ຂຶ້ນ​ເປັນ​ເຖິງ 1,700 ໂດລາ ຕໍ່ຄົນຕໍ່ປີ ແລະກໍທັງ​ຍັງ​ຈະ​
ເຮັດ​ໃຫ້​ອັດຕາ​ຄວາມຍາກຈົນຂອງປະຊາຊົນລາວ​ຫລຸດລົງເຫລືອຢູ່ບໍ່​ເກີນ 10% ຂອງ​
ຈຳນວນ​ປະຊາກອນ​ທັງໝົດໃນ​ປີ 2015 ເພື່ອກ້າວໄປສູ່ການຫລຸດພົ້ນຈາກສະພາບດ້ອຍ
ພັດທະນາພາຍໃນປີ 2020 ດັ່ງທີ່ທ່ານ ສົມ​ສະຫວາດ ​ເລັ່ງສະ​ຫວັດ ຮອງ​ນາ​ຍົກ​ລັດຖະ
ມົນຕີ ຜູ້​ຊີ້ນໍາວຽກງານດ້ານເສດຖະກິດຂອງ​ລັດຖະບານລາວ ໄດ້ໃຫ້ການຢືນຢັນວ່າ:

ທ່ານ ສົມສະຫວາດ ເລັ່ງສະຫວັດຮອງນາຍົກລັດຖະມົນຕີ ພົບປະ ກັບຜູ້ຕາງໜ້າ ບໍລິສັດລົງທຶນກ່ຽວກັບ ການຂຸດຄົ້ນບໍ່ແຮ່ທ່ານນຶ່ງ ໃນໝໍ່ໆມານີ້
ທ່ານ ສົມສະຫວາດ ເລັ່ງສະຫວັດຮອງນາຍົກລັດຖະມົນຕີ ພົບປະ ກັບຜູ້ຕາງໜ້າ ບໍລິສັດລົງທຶນກ່ຽວກັບ ການຂຸດຄົ້ນບໍ່ແຮ່ທ່ານນຶ່ງ ໃນໝໍ່ໆມານີ້

ພວກເຮົາວາງຈຸດໝາຍ
ລວມຂອງແຜນພັດທະນາ
ເສດຖະກິດ-ສັງຄົມ 5 ປີ
ຄັ້ງທີ 7 ດັ່ງນີ້ ເຮັດໃຫ້ເສດ
ຖະກິດແຫ່ງຊາດຂະຫຍາຍ
ໂຕຢ່າງຕໍ່ເນື່ອງ ແລະໝັ້ນ
ທ່ຽງ ເຖິງປິ 2015 ລວມ
ຍອດ
ມູນຄ່າຜະລິດຕະພັນ
ລວມ
ພາຍໃນ ໄລ່ສະເລ່ຍຕໍ່
ຫົວຄົນ
ໄດ້ 1,700 ໂດລາ
ບັນລຸເປົ້າ
ໝາຍ ເພື່ອເອົາ
ປະເທດເຮົາ
ຫຼຸດພົ້ນຈາກ
ສະຖານນະພາບປະເທດ
ດ້ອຍພັດທະນາໃນປີ 2020.”

ກ່ອນໜ້ານີ້ The Economist ຊຶ່ງເປັນວາລະສານທາງດ້ານເສດຖະກິດລະດັບນໍາໜ້າ
ຂອງໂລກ ປະຈໍາປີ 2012 ນີ້ວ່າ ລາວເປັນປະເທດທີ່ຖືກຄາດໝາຍວ່າ ຈະມີອັດຕາການ
ຂະຫຍາຍໂຕທາງເສດຖະກິດສູງສຸດໃນ 10 ອັນດັບຂອງໂລກ ກໍຄືໃນອັດຕາສະເລ່ຍ
ບໍ່ຕໍ່າກວ່າ 7.9% ແລະທາງດ້ານທະນາຄານພັດທະນາເອເຊຍ (ADB) ກໍຄາດໝາຍວ່າ
ເສດຖະກິດຂອງລາວໃນປີ 2012 ນີ້ຈະຂະຫຍາຍໂຕເພີ້ມຂຶ້ນພຽງບໍ່ເກີນ 7.6% ເທົ່ານັ້ນ.

XS
SM
MD
LG