ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈະມີຄົນເຂົ້າ​​ຊົມ​ໃຊ້ Web ເຖິງ 7 ພັນລ້ານຄົນ ໃນທົ່ວໂລກ​


ຊາວໜຸ່ມໃນປະເທດ Ivory Coast ເຂົ້າຊົມໃຊ້ອິນເຕີແນ໊ທ ທີ່ຮ້ານບໍລິການອິນເຕີແນ໊ທ ຫລື Internet Cafe ແຫ່ງນຶ່ງ ໃນເມືອງ Abidjan. (file photo)
ຊາວໜຸ່ມໃນປະເທດ Ivory Coast ເຂົ້າຊົມໃຊ້ອິນເຕີແນ໊ທ ທີ່ຮ້ານບໍລິການອິນເຕີແນ໊ທ ຫລື Internet Cafe ແຫ່ງນຶ່ງ ໃນເມືອງ Abidjan. (file photo)

ໃນ​ໂລກ​ປະຈຸບັນ​ນີ້ ​ຜູ້​ຄົນ​ເກືອບ​ເຖິງ 7 ພັນລ້ານຄົນ​ແລະ
ຢ່າງ​ນ້ອຍ 2 ພັນ​ລ້ານ ຄາດ​ວ່າ​ຈະ​ມີ​ທາງ​ເຂົ້າ​ສູ່​ອິນ​ເຕີ​
ເນ໊ຕ ພາຍ​ໃນ​ເດືອນ​ມັງກອນໜ້ານີ້ ການ​ເພີ່ມ​ຂະ​ຍາຍ​
ອັນ​ໃໝ່ແມ່ນ​ຢູ່​ໃນປະ​ເທດກຳລັງ​ພັດທະນາແຕ່​ກໍພຽງ​ແຕ່
21% ຂອງ​ຈຳນວນປະຊາກອນເທົ່າ​ນັ້ນ ທີ່​ເຂົ້າ​ເຖິງອິນ​ເຕີ ​ເນ໊ຕ​ໄດ້.

ກຸ່ມ​ອົງກາ​ນທີ່​ເອີ້​ນວ່າມູນ​ນິທິ World Wide Web ​ໄດ້​ທຳ
ການ​ດຳ​ເນີນ​ວຽກ​ງານ​ເພື່ອ​ໃຫ້ທຸກ​ຄົນໃນໂລກ​ເຂົ້າ​ເຖິງ​
ແລະ​ຊົມ​ໃຊ້ Web ​ໃຫ້​ຫຼາຍ​ຂຶ້ນ.

ທ່ານ Tim Berners-Lee ນັກ​ວິທະຍາ​ສາດ​ທາງ​ດ້ານ
ຄອມ​ພິວ​ເຕີ ຊາວ​ອັງກິດ ຜູ້​ທີ່​ໄດ້​ລິ​ເລີ່​ມມູນ​ນິທິ World Wide Web ທີ່​ໄດ້​ປະກາດ​ເປັນ
ມູນ​ນິທິ ຢ່າງ​ເປັນ​ທາງ​ການໃນ​ເດືອນພະຈິກ​ແລ້ວ​ນີ້.

ທາງ​ກຸ່ມ​ແມ່ນ​ກ່າວ​ວ່າຫຼາຍໆ​ຄົນ​ຜູ້​ທີ່​ສາມາດ​ເຂົ້າ​ເຖິງ Web ນີ້ ​ແມ່ນ​ບໍ່​ສາມາດໃຊ້ໄດ້
ບັນຫາ​ທີ່​ຫຍຸ້ງຍາກ​ທີ່​ສຸດ ກໍ​ຄົງ​ແມ່ນ​ອ່ານໜັງສື​ບໍ່​ອອກ​ນັ້ນ​ເອງ.

ລາຍ​ງານ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ລາຍ​ງານ​ວ່າ ມີ 800 ລ້ານ​ຂອງຜູ້​ໃຫ່ຽທີ່​ບໍ່​
ສາມາດອ່ານ​ອອກ​ຂຽນ​ໄດ້ ແລະ​ສຳລັບ​ພວກ​ທີ່​ສາມາດ​ອ່ານ​ອອກ​ໄດ້​ນັ້ນກໍ​ຕາມ​ ຂໍ້​ມູນ​
ຕ່າງໆ ທາງ Web ກໍ​ບໍ່​ມີ​ພາສາອ່ານ​ແລະ​ເຂົ້າ​ໃ​ຈ​ໄດ້. ຊຶ່ງທ່ານ Steve Bratt
ຜູ້ອຳນວຍການຂອງມູນ​ນິທິ World Wide Web ກ່າວວ່າ:

ຖ້າ​ທ່ານ​ເປັນ​ເຈົ້າ​ຂອງ​ຮ້ານ​ຂາຍຂອງ​ທີ່​ທຸກ​ຈົນ​ຢູ່​ໃນ​ເຂດ​ທີ່​ທຸກ​ຍາກ​ໃນ​ບົດ​ສາ​ວາ​ນາ ແລະ​ທ່ານ​ກໍ​ທຳ​ມາຫາ​ກິນລ້ຽງ​ຄອບ​ຄົວ​ຂອງ​ທ່ານ ໂດຍ​ການ​ຊື້​ການ​ຂາຍ​ສິນຄ້າ ໂດຍ​ພະຍາຍາມ​ຫາ​ທາງ​ຮັກສາ​ພະຍາສຸກຂະ​ພາບຂອງ​ລູກ​ເຕົ້າ​ແລະ​ຄົນ​ງານ​ຂອງ​ທ່ານ ແລະ​ທ່ານ​ກໍ​ປາກ​ເວົ້າແຕ່​ສະ​ເພາະພາສາ​ທ້ອງ​ຖິ່ນ​ເທົ່າ​ນັ້ນ ໃນ​ທຸກ​ມື້​ນີ້​ມັນ​ກໍ​ບໍ່​ມີ​ຫຍັງ​ທີ່​ຈະ​ຊ່ອຍ​ທ່ານ​ໄດ້​ໃນ​ທາງ​ເວ​ບ​ໄຊ​ຕ ແມ່ນ​ບໍ່?

ດັ່ງ​ນັ້ນ​ເຖິງ​ແມ່ນ​ວ່າ​ພວກເຂົາ​ເຈົ້າ​ຈະ​ມີ​ການ​ຕິດ​ຕໍ່​ເຊື່ອມ​ໂຍງ​ແລະ​ມີ​ໂທຣະສັບ​ເຄື່ອນ​ທີ່​ຫຼື​ມີ​ແນວ​ໃດ​ແນວ​ນຶ່ງ​ທີ່​ຈະ​ເຂົ້າ​ໄປ​ຫາ​ເວ​ບ​ໄຊ​ຕ​ໄດ້ ເຂົາ​ເຈົ້າ​ກໍ​ຈະ​ເຂົ້າ​ໄປ​ຊອກ​ຫາ​ຫຍັງ? ເຂົາ​ເຈົ້າຈະ​ເຂົ້າ​ໃຈ​ຫຍັງ?”

ທ່ານ Tim ໄດ້ສະເໜີຄວາມຄິດຄວາມເຫັນຂອງ WWW ອັນທຳອິດທີ່ວ່ານີ້ໃນປີ 1989
ແລະນີ້ກໍ 20 ປີມາແລ້ວ ຊຶ່ງຫຼັງຈາກທີ່ນັກສ້າງ web ຊາວອະເມຣິກັນ ໄດ້ແນະນຳໃຫ້
ຄົນທົ່ວໂລກຮູ້ຈັກໃນນາມອິນເຕີເນ໊ຕ ຊຶ່ງອິນເຕີເນ໊ຕແມ່ນຕາງໜ້າ ພາຍໃນຕາງໜ້າ ຊຶ່ງເຮັດໃຫ້ເຄື່ອງຄອມພິວເຕີເປັນລ້ານໆເຄື່ອງສາມາດຕິດຕໍ່ປະສານງານກັນໄດ້ ຊຶ່ງ
Web ນັ້ນແມ່ນພາກສ່ວນໃຫ່ຽ ແຕ່ເຖິງຢ່າງໃດກໍຕາມຄົນສ່ວນໃຫ່ຽແລ້ວຈະໃຊ້ appli-
cations ທີ່ບໍ່ແມ່ນກ່ຽວກັບ web base ຕົວຢ່າງເຊັ່ນ Social Networks ແລະ
Mobile Device ເຊັ່ນ IPhone ເປັນຕົ້ນ. ທ່ານ Tim Berners-Lee ໄດ້ສ້າງ
World Wide Web ຂຶ້ນເພື່ອໃຫ້ເປັນວິທີທາງໃນການຊ່ອຍໃຫ້ຜູ້ຄົນໄດ້ແບ່ງປັນຂໍ້ມູນ
ຊຶ່ງກັນແລະກັນ. ຜົນງານຂອງເພິ່ນແມ່ນຮວມທັງ Hypertext Markup Language
ຫຼື HTML ທີ່ເປັນ application ທີ່ສ້າງ Web Pages ທີ່ມັນສາມາດສົ່ງ
Hypertext Transfer Protocol HTTP ກ່ອນ Web Addresses.

ພາຍໃນປີ 2008 ບໍລິສັດ Google ລາຍງານວ່າ ຈຳນວນ Web Pages ໄດ້ກາຍ
1 ພັນຕື້ ໜ້າແລ້ວ. ທ່ານ Steve Bratt ກ່າວວ່າທາງ ມູນ​ນິທິ World Wide Web ຢາກຈະໃຫ້ທຸກໆຄົນສາມາດຊົມໃຊ້ຂໍ້ມູນຈາກ Web ໄດ້. ຊຶ່ງທ່ານ Steve Bratt
ກ່າວວ່າ:

ຈຸດປະສົງ​ໃຫຍ່ໆ​ຂອງພວກ​ເຣົາກໍ​ຄືຢາກ​ໃຫ້​ເວ​ບ​ໄຊ​ຕມີ​ຄວາມ​ກ້າວໜ້າ​ຂຶ້ນ​ໄປ​ເພື່ອ​ສ້າງ​ສ້າງ​ພະລັງ​ອຳນາດ​ໃຫ້​ຜູ້​ຄົນ. ການ​ເພັ່ງ​ເລງ​ໃສ່​ເວັບ​ໄຊ​ຕ ບໍ່​ແມ່ນ​ສະ​ເພາະເລື້ອງ​ເທັກ​ໂນ​ໂລ​ຈີ​ເທົ່າ​ນັ້ນ ແຕ່​ມັນ​ແມ່ນ​ເພື່ອ​ແນວທາງ​ທີ່​ມີ​ພະລັງ​ທີ່​ສຸດ ເພື່ອ​ເຊື່ອມ​ໂຍງ​ຜູ້​ຄົນຫາ​ຄວາມ​ຮູ້​ຄວາມ​ຫຼັກ ແລະ​ຜູ້​ຄົນຫາ​ຜູ້​ຄົນ.”

ການເປັນຄູ່ຮຸ້ນສ່ວນລະຫວ່າງ Web Science Trust ແລະ World Wide Web ນີ້
ໄດ້ຮ່ວມກັນຕັ້ງຂຶ້ນເພື່ອຈຸດປະສົງ ທີ່ຈະສ້າງ Applications ທີ່ຈະເຮັດໃຫ້ Web
ເປັນສິ່ງທີ່ໃຊ້ງ່າຍໆແລະສະດວກຂຶ້ນ ຊຶ່ງທ່ານ Steve Bratt ກ່າວວ່າ ເທັກນໍໂລຈີທີ່
ເຄື່ອນໄຫວໄປມາ (Mobil Technology) ນັ້ນ ແມ່ນເປັນສ່ວນສຳຄັນຂອງວຽກງານນີ້
ເພາະວ່າຈະມີຫຼາຍໆຄົນທີ່ຈະໃຊ້ໂທລະສັບແບບເຄື່ອນທີ່ ເພື່ອຈະເຂົ້າຫາຂໍ້ມູນຫຼືຊົມໃຊ້
ອິນເຕີເນ໊ຕນີ້ ນັບມື້ນັບຫຼາຍຂຶ້ນ.


ລາຍງານນີ້ໄດ້ຂຽນໂດຍ June Simms ທີ່ຕີພິມໃນວາລະສານ Special English
Technology Report.

XS
SM
MD
LG