ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປີ​ 2015 ເປັນປີທີ່ ຮ້ອນເອົ້າທີ່ສຸດ ອັນດັບສອງ ໃນ ສະຫະລັດ


ອຸນຫະພູມຂອງໜ້ານ້ຳທະເລ ໃນເດືອນຕຸລາ ປີ​ 2015​ ບ່ອນທີ່ມີສີໝາກກ້ຽງປົນແດງ ແມ່ນສູງກວ່າປົກກະຕິ ແລະສະແດງໃຫ້ເຫັນເຖິງປາກົດການ El Niño.
ອຸນຫະພູມຂອງໜ້ານ້ຳທະເລ ໃນເດືອນຕຸລາ ປີ​ 2015​ ບ່ອນທີ່ມີສີໝາກກ້ຽງປົນແດງ ແມ່ນສູງກວ່າປົກກະຕິ ແລະສະແດງໃຫ້ເຫັນເຖິງປາກົດການ El Niño.

ສະພາບອາກາດ​ຮ້ອນເອົ້າຂອງ​ເດືອນ​ທັນວາ ​ໄດ້​ເຮັດ​ໃຫ້​ປິ 2015 ​
ເປັນ​ປີ​ທີ່ຮ້ອນ​ສຸດເປັນ​ປະຫວັດ​ການອັນ​ດັບສອງໃນສະຫະລັດອີງ
​ຕາມອົງການ​ຄຸ້ມ​ຄອງ ​ມະ​ຫາ​ສະມຸດ ແລະ​ບັນຍາກາດ ​ແຫ່ງ​ຊາດ​
ຂອງສະຫະລັດ ຫລື NOAA.

ທ່ານ Jake Crouch ນັກວິທະຍາສາດ ປະ​ຈຳອົງການ​ຄຸ້ມຄອງ
​ມະ​ຫາ​ສະມຸດແລະ​ບັນຍາກາດ​ແຫ່ງ​ຊາດ​ທີ່ສູນ​ກາງ​ຂໍ້​ມູນ​ສິ່ງ​ແວດ
​ລ້ອມ ກ່າວ​ວ່າ “ມັນເປັນ​ເດືອນ​ທີ່ໄດ້​ຮັບ​ການ​ຍົກ​ເວັ້ນ​ເປັນ​ພິ​ເສດ.

ອຸນຫະພູ​ມຕະຫຼອດ​ປີ ​ສະ​ເລ່ຍ​ແລ້ວ​ແມ່ນ 12.4 ອົງສາ​ແຊ​ລ​ເຊິ​ສ ​
ຕ່າງ​ແຕ່ພຽງ​ເລັກ​ນ້ອຍ ​ກັບ​ປີ 2012 ທີ່​ມີອຸນຫະພູມ 12.9 ອົງສາ
​ແຊ​ລ​ເຊິ​ສຊຶ່ງ​ເປັນ​ປີ​ທີ່​ຮ້ອນ​ສຸດ ​ນັບ​ແຕ່ໄດ້ເລີ້ມມີການ​ຈົດ​ບັນທຶກ​ໃນ​ປີ 1895.

ອົງ​ການ NOAA ຍັງ​ກ່າວ​ວ່າ ​ໄດ້​ມີ​ 10 ເຫດການກ່ຽວ​ກັບດິນ​ຟ້າ​ອາກາດ ທີ່ສຳຄັນ​ເກີດຂື້ນ​
ໃນ​ປີ 2015 ອັນ​ເປັນ​ຜົນ ​ເຮັດ​ມີ​ຜູ້​ເສຍ​ຊີວິດ 155 ຄົນ ​ແລະ​ສ້າງ​ຄວາມ​ເສຍ ​ຫຼາຍ​ກວ່າ 1
ພັນລ້ານ​ໂດ​ລາ. ທັງ​ໝົດນີ້ແມ່ນ​ຮວມທັງ​ຄວາມ​ແຫ້ງ​ແລ້ງ ນໍ້າ​ຖ້ວມ​ສອງ​ຄັ້ງ ພະຍຸ​ຮ້າຍ​ແຮງ
ຫ້າ​ເທື່ອ ​ເຫດ​ໄຟ​ໄໝ້ປ່າ ​ແລະ​ພະຍຸ​ລະດູ​ໜາວ.

​ໂດຍ​ສະ​ເພາະໃນພາກ​ຕາ​ເວັນ​ຕົກ​ຂອງສະຫະລັດມີອາກາດ​ອົບ​ອຸ່ນເປັນພິເສດດັ່ງ​ດຽວ​ກັນ
ກັບ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້. ລັດ Texas ​ແລະ Oklahoma ​ໄດ້​ມີຫິມະ​ຕົກ​ຫຼາຍ ​ເປັນ​ປະ​
ຫວັດ​ການ.

ທ່ານ Crouch ກ່າວ​ວ່າ “ທຸກໆ​ລັດ​ໄດ້​ມີ​ອຸນຫະພູມ​ສູງກວ່າອັດຕາສະເລ່ຍຂອງ​ປີ.”

ອົງການ​ອຸຕຸນິຍົມ​ໂລກ ກ່າວ​ວ່າ ປີ 2015 ​ເປັນ​ປີ​ທີ່​ຮ້ອນ​ສຸດ ​ແບບບໍ່ເຄີຍ​ມີ​ມາ​ກ່ອນໃນ​ທົ່ວ​
ໂລກ ​ແລະ​ປີ 2016 ອາດ​ຈະ​ຮ້ອນ​ກວ່ານີ້ອີກ ​ເພາະປາກົດການ El Nino.

ອົງການ NOAA ກ່າວ​ວ່າ ປີ 2015 ​ເປັນ​ທີ 19 ລຽນຕິດ ​ທີ່​ອຸນຫະພູມສ​ະ​ເລ່ຍ ສູງກວ່າອັດ
ຕາສະ​ເລ່ຍຂອງສັດ​ຕະວັດ​ທີ 20.

XS
SM
MD
LG