ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາດມີຜູ້ເສຍຊີວິດ ຍ້ອນວັນນະໂຣກ 10 ລ້ານຄົນ ໃນ 4 ປີຕໍ່ໜ້າ


ອາດມີຜູ້ເສຍຊີວິດຍ້ອນໂຣກປອດແຫ້ງຫຼືທີບີຫຼາຍເຖິງ 10 ລ້ານຄົນ ໃນໄລຍະ 4 ປີຕໍ່ໜ້າ.
ອາດມີຜູ້ເສຍຊີວິດຍ້ອນໂຣກປອດແຫ້ງຫຼືທີບີຫຼາຍເຖິງ 10 ລ້ານຄົນ ໃນໄລຍະ 4 ປີຕໍ່ໜ້າ.

ສະຫະພັນສະພາກາແດງນາໆຊາດເຕືອນວ່າ ອາດຈະມີຫຼາຍເຖິງ 10 ລ້ານຄົນເສຍຊີວິດ
ຍ້ອນວັນນະໂຣກຫຼືໂຣກປອດແຫ້ງ ໃນໄລຍະ 4 ປີຂ້າງໜ້ານີ້.

ໃນລາຍງານສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພະຫັດວານນີ້ຊຶ່ງກົງກັບວັນຕໍ່ຕ້ານວັນ
ນະໂຣກຂອງໂລກສະຫະພັນສະພາກາແດງນາໆຊາດກ່າວວ່າຕົນພະຍາຍາມຈະຊອກຫາ
ເງິນທຶນຈຳນວນ 250 ລ້ານໂດລາ ເພື່ອນຳໄປຊ່ອຍ ໃຫ້ພວກທີ່ປ່ວຍເປັນວັນນະໂຣກ 1
ລ້ານ 7 ແສນຄົນ ໄດ້ຮັບການປິ່ນປົວແລະການສະໜັບສະໜຸນ.

ແຕ່ອົງການໃຫ້ຄວາມຊ່ອຍເຫຼືອດັ່ງກ່າວເວົ້າວ່າ ມີຄວາມຕ້ອງການເງິນທັງໝົດຢູ່ 21 ພັນ
ລ້ານໂດລາ ເພື່ອຈະແກ້ໄຂບັນຫາໂຣກຕິດຕໍ່ທີ່ວ່ານີ້ໄດ້ຢ່າງແທ້ຈິງ.

ວັນນະໂຣກແມ່ນມີສາເຫດມາຈາກເຊື້ອແບັກທີເຣຍຊຶ່ງຕາມປົກກະຕິແລ້ວຈະທຳການໂຈມ
ຕີປອດ. ຖ້າຫາກໄດ້ຮັບການປິ່ນປົວແຕ່ຫົວທີດ້ວຍຢາປະຕິຊີວະນະກໍສາມາດຫາຍດີໄດ້.

ນອກນັ້ນວັນນະໂຣກຍັງສາມາດປ້ອງກັນໄດ້ອີກດ້ວຍການ ຊັກຢາວັກຊີນ.

ແຕ່ເຖິງຢ່າງນັ້ນກໍຕາມ ມີຫຼາຍໆລ້ານຄົນ ໄດ້ຕິດເຊື້ອແລະເສຍຊີວິດຍ້ອນວັນນະໂຣກໃນ
ທຸກໆປີຊຶ່ງສ່ວນໃຫຍ່ແລ້ວແມ່ນພວກທີ່ອາໄສຢູ່ໃນທະວີບອາຟຣິກາແລະເອເຊຍແລະເນື່ອງ
ຈາກວ່າ ພວກເປັນວັນນະໂຣກຈຳນວນນຶ່ງທີ່ບໍ່ໄດ້ຮັບການປິ່ນປົວຢ່າງຄົບຖ້ວນຊຶ່ງອາດຈະ
ເປັນຍ້ອນວ່າ ບໍ່ມີຢາຫຼືມີຢາແຕ່ລາຄາແພງເກີນໄປນັ້ນ ຈຶ່ງພາໃຫ້ເກີດເຊື້ອວັນນະໂຣກສາຍ
ພັນໃໝ່ທີ່ທຳການປິ່ນປົວຍາກຂຶ້ນ.

ອົງການສະຫະປະຊາຊາດ ມີກຳນົດທີ່ຈະລຶບລ້າງວັນນະໂຣກພາຍໃນປີ 2050 ຊຶ່ງເປັນນຶ່ງ
ໃນເປົ້າໝາຍການພັດທະນາສະຫັດສະວັດນັ້ນ.

XS
SM
MD
LG