ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຕຶກ ສູນກາງ ການຄ້າໂລກ ຫລັງໃໝ່ ທີ່ນະຄອນ ນິວຢອກ ເປີດບໍລິການແລ້ວ


ຕຶກສູນກາງການຄ້າໂລກ One World Trade Center ຕັ້ງຢູ່ລະຫວ່າງກາງ ຂອງຕຶກສູນກາງການຂົນສົ່ງ (ຊ້າຍ) ທີ່ພວມກໍ່ສ້າງ ແລະ ຕຶກ 7 World Trade Center ທີ່ສອງຈາກຂວາ (3 ພະຈິກ 2014)
ຕຶກສູນກາງການຄ້າໂລກ One World Trade Center ຕັ້ງຢູ່ລະຫວ່າງກາງ ຂອງຕຶກສູນກາງການຂົນສົ່ງ (ຊ້າຍ) ທີ່ພວມກໍ່ສ້າງ ແລະ ຕຶກ 7 World Trade Center ທີ່ສອງຈາກຂວາ (3 ພະຈິກ 2014)

ຕຶກສູນກາງການຄ້າ ຫຼື World Trade Center ​ຫລັງໃໝ່
​ໄດ້​ເປີດ​ແລ້ວທີ່​ນະຄອນ New York ປະມານ 13 ປີຫລັງ​
ຈາກການ​ໂຈມ​ຕີ​ຂອງພວກ​ກໍ່​ການ​ຮ້າຍ​ ເມື່ອ​ວັນ​ທີ 11 ​ກັນ
ຍາ ປີ 2001.

ຕຶກດາດ​ຟ້າທີ່​ສູງ​ 541 ​ແມັດຫລັງນີ້ ​ໄດ້​ສ້າງ​ຂຶ້ນມາ​ໃນ​ລາຄາ
3 ພັນ 9 ຮ້ອຍ​ລ້ານ​ໂດ​ລາ ​ແລະ​ອີກ​ຄັ້ງ​ນຶ່ງ ແມ່ນເປັນທີ່ໂດດ​
ເດັ່ນ​ຄອບງຳທ້ອງຟ້າ ຂອງ​ເກາະ Manhattan ແລະກໍເປັນ
​ຕຶກ​ທີ່​ສູງສຸດ​ຢູ່ ​ໃນອາ​ເມຣິກາ​ເໜືອ.

ຕຶກ​ດັ່ງກ່າວ​ເປັນຈຸດ​ໃຈກາງ​ ຂອງ​ບ່ອນຕຶກ​ແຝດ ​ທີ່ເຮັດ​ໃຫ້​ມີ
​ຜູ້​ເສຍ​ຊີວິດ​ຢ່າງ​ຫລວງຫລາຍ ຊຶ່ງຄັ້ງ​ນຶ່ງເຄີຍຕັ້ງ​ຢູ່ທີ່ນັ້ນ.

ຕຶກ One World Trade Center ຫລັງ​ໃໝ່​ນີ້ ຈະ​ມີ​ບັນດາຫ້ອງການ​ຕ່າງໆ ຂອງບໍລິ
ສັດໂຄສະນາ Conde Nast ຫ້​ອງການ​ບໍລິຫານຄຸ້ມຄອງການບໍລິການ ທົ່ວໄປຂອງລັດ
ຖະບານ​ສະຫະລັດ ​ຫລື GSA ແລະສູນກາງຈີນ ຫລື China Center. ສ່ວນ​ອົງການ
ອຶ່ນໆ​ອີກນັ້ນ ແມ່ນ​ຮວມ​ທັງ ບໍລິສັດ​ໂຄສະນາ ບໍລິສັດ​ລົງທຶນ ​ແລະ​ບໍລິສັດ​ບັນ​ເທີງ​ຕ່າງໆ.

ຕຶກ​ແຝດໄດ້​ຖືກ​ທຳລາຍ​ ເມື່ອ​ວັນ​ທີ 11 ​ເດືອນ ​ກັນຍາ ປີ 2001 ​ເວລາ​ພວກ​ກໍ່​ການ​ຮ້າຍ
al-Qaida ​ໄດ້​ຈີ້ເຮືອ​ບິນສອງ​ລຳ ແລ່ນເຂົ້າຕຳຕຶກທັງສອງ ​ເຮັດ​ໃຫ້​ດັ່ງກ່າວພັງ​ທະລາ​ຍ
ລົ​ງ ​ແລະ ​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 2,700 ຄົນ​.

First Tenants Move in to World Trade Center Building
please wait

No media source currently available

0:00 0:02:09 0:00

XS
SM
MD
LG