ຜູ້ອຳນວຍການໃຫຍ່ອົງການໆຄ້າໂລກ ຫຼື WTO ທ່ານ Roberto Azevedo ໄດ້ລະມັດ ລະວັງ ຕໍ່ການຕ້ອງຕິອົງການໆຄ້າໂລກທີ່ເຮັດໃຫ້ມີການຫວ່າງງານໂດຍກ່າວວ່າ ມີຫຼາຍສາເຫດທີ່ຕ້ອງໄດ້ພິຈາລະນາ ເວລາວຽກການເລີ້ມຫາຍໄປ.
ໂລກາພິວັດ ແລະອົງການໆຄ້າໂລກ ໄດ້ຕົກຢູ່ພາຍໃຕ້ການຕ້ອງຕິຈາກປະທານາທາບໍດີ ທີ່ຖືກເລືອກໃໝ່ ທ່ານ Donald Trump ວ່າເປັນຕົ້ນເຫດ ທີ່ເຮັດໃຫ້ຜູ້ຄົນເສຍວຽກການ ຢູ່ໃນສະຫະລັດ ໂດຍສະເພາະຢູໃນໂຮງງານການຜະລິດ.
ເຖິງຢ່າງໃດກໍດີ ທ່ານ Azevedo ແມ່ນມີທັດສະນະຄວາມເຫັນທີ່ແຕກຕ່າງ. ທ່ານໄດ້ຮັບຮູ້ວ່າ ການຄ້າຢູ່ໃນບາງປະຊາຄົມອາດມີສາເຫດຖືກລົບກວນແລະອາດຈະສູນເສຍວຽກການ ຢູ່ໃນໂຮງງານອຸດສາຫະກຳ ຍ້ອນການແຂ່ງຂັນກັນ ກັບສິນຄ້າທີ່ນຳເຂົ້າລາຄາຖືກ. ແຕ່ທ່ານກໍໃຫ້ຂໍ້ສັງເກດວ່າ ນັ້ນແມ່ນຍັງໄກຢູ່ ຈາກເລື້ອງລາວທັງໝົດ.
ທ່ານກ່າວວ່າ “ຄວາມຈິງມີຢູ່ວ່າ ໃນຂະນະທີ່ມັນເກີດຂຶ້ນນັ້ນ ບໍ່ມີຄວາມສົງໄສເລີຍວ່າການ
ຄ້າແມ່ນນຳເອົາຜົນກຳໄລທັງໝົດມາສູ່ເສດຖະກິດ ໂດຍສະເພາະຢ່າງຍິ່ງບັນດາເສດຖະ
ກິດທີ່ເປີດກວ້າງ ແລະຮັບເອົາການຄ້າຂາຍຢ່າງເສລີຫຼາຍຂຶ້ນ. ສິ່ງເຫລົ່ານີ້ແມ່ນຢ່າງນຶ່ງທີ່ພັດ
ທະນາໄວສຸດ ທີ່ພາໃຫ້ມີການເຕີບໂຕໄວຂຶ້ນ ແລະມີໂອກາດດີຂຶ້ນທີ່ຈະເຕີບໂຕແບບຍືນຍົງໄດ້."
ການສຶກສາໂດຍອົງການ WTO ໄດ້ສະແດງໃຫ້ເຫັນວ່າ ການຄ້າ ເປັນພຽງອົງປະກອບນ້ອຍໆ ຢູ່ໃນຕະຫລາດແຮງງານ.
ການສຶກສາພົບວ່າ ຢູ່ໃນທຸກໆ 10 ວຽກການ ທີ່ເສຍໄປ ໃນເສດຖະກິດທີ່ກ້າວໜ້ານັ້ນ ບໍ່ຮອດສອງວຽກແມ່ນເສຍໃຫ້ແກ່ການຄ້າໃນຂະນະທີ່ອີກແປດວຽກເສຍໄປໃຫ້ແກ່ນະວັດ ຕະກຳ ເທັກໂນໂລຈີໃໝ່ ແລະຜົນຜະລິດສູງຂຶ້ນ.
ທ່ານ Azevedo ກ່າວວ່າ ສິ່ງທີ່ຕິດຕາມມາ ຊຶ່ງບັນດາປະເທດສ່ວນໃຫຍ່ ກຳລັງຕໍ່ສູ້ໃນ ທຸກມື້ນີ້ ແລະສະແຫວງຫາທາງເພື່ອໃຫ້ບັນລຸການຜະລິດທີ່ສູງຂຶ້ນໂດຍຜ່ານເທັກໂນໂລ ຈີໃໝ່ໆ ແລະນະວັດຕະກຳ ຢູ່ໃນບາດກ້າວທີ່ມີການເລັ່ງລັດ.