ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຕະຫລາດຮຸ້ນ ເອເຊຍ ເຂັ້ມແຂງຂຶ້ນ ໃນວັນພຸດມື້ນີ້ (ວີດິໂອ)


ຊາຍໜຸ່ມຜູ້ນຶ່ງ ຫລຽວເບິ່ງກະດານລາຍງານເລື້ອງຕະຫລາດຮຸ້ນ ຢູ່ນອກຫ້ອງການຂາຍຮຸ້ນ ທີ່ນະຄອນໂຕກຽວ ໃນວັນທີ 8 ພຶດສະພາ 2013.
ຊາຍໜຸ່ມຜູ້ນຶ່ງ ຫລຽວເບິ່ງກະດານລາຍງານເລື້ອງຕະຫລາດຮຸ້ນ ຢູ່ນອກຫ້ອງການຂາຍຮຸ້ນ ທີ່ນະຄອນໂຕກຽວ ໃນວັນທີ 8 ພຶດສະພາ 2013.
ຕະຫລາດຮຸ້ນເອເຊຍໄດ້ອັດລົງດ້ວຍຄວາມເຂັ້ມແຂງໃນວັນ
ພຸດມື້ນີ້ ລຸນຫລັງທີ່ມີ ການເຜີຍແຜ່ຂໍ້ມູນດ້ານການຄ້າ ທີ່ເປັນ
ໄປໃນແງ່ດີຂອງຈີນ ຢ່າງບໍ່ໄດ້ຄາດຄິດ ກັນມາກ່ອນ ແລະ
ເປັນມື້ທີ່ທໍາສະຖິຕິ ໃນຕະຫລາດຮຸ້ນສະຫະລັດ ຫລື Wall
Street.

ຮຸ້ນຂອງຮົງກົງໄດ້ຖີບໂຕສູງຂຶ້ນເກືອບ 9 ສ່ວນ 10 ຂອງນຶ່ງ
ເປີເຊັນ ໃນຂະນະ ທີ່ຕະຫລາດຮຸ້ນຂອງກຸງໂຕກຽວສູງຂຶ້ນ
ປະມານ 3 ສ່ວນ 4 ຂອງນຶ່ງເປີເຊັນໃນ ຕອນອັດຕະຫຼາດ. ເວົ້າ
ລວມແລ້ວ ດັດຊະນີຮຸ້ນ MSCI ຂອງເອເຊຍ-ປາຊີຟິກ ໄດ້
ຂຶ້ນ 8 ສ່ວນ 10 ຂອງນຶ່ງເປີເຊັນ ຊຶ່ງສູງທີ່ສຸດໃນຮອບຫ້າປີ.

ການຖີບຕົວສູງຂຶ້ນຂອງດັດຊະນີຮຸ້ນເຫຼົ່ານີ້ ແມ່ນມີຂຶ້ນລຸນຫລັງທີ່ຈີນ ໄດ້ນໍາເອົາຂໍ້ມູນ
ກ່ຽວກັບການເຕີບໂຕຂອງການສົ່ງອອກແລະນຳເຂົ້າຂອງຕົນ ທີ່ດີກວ່າຄາດຄິດໄວ້
ອອກມາເຜີຍແຜ່ທີ່ພາໃຫ້ມີຄວາມຫວັງໃນແງ່ດີແບບລະມັດລະວັງກ່ຽວກັບການຟື້ນຕົວ
ຄືນຂອງເສດຖະກິດກຸງປັກກິ່ງ. ຕົວເລກທາງການ ໄດ້ສະແດງໃຫ້ເຫັນວ່າ ຈີນໄດ້ປຽບ
ດຸນການຄ້າຢູ່ 18 ພັນ 200 ລ້ານໂດລາ ໃນເດືອນເມສາ ຜ່ານມາ.

ການສົ່ງອອກໄດ້ເພີ້ມຂຶ້ນ 14.7 ເປີເຊັນ ໃນຂະນະທີ່ສິນຄ້ານໍາເຂົ້າ ໄດ້ເພີ້ມຂຶ້ນ 16.8 ເປີເຊັນ. ຕົວເລກທັງສອງແມ່ນສູງກວ່າ ຕົວເລກທີ່ນັກເສດຖະສາດໄດ້ທໍານາຍເອົາໄວ້.

ໃນຂະນະດຽວກັນນັ້ນ ດັດຊະນີຮຸ້ນທີ່ມີຊື່ສຽງໃນຕະຫຼາດຂອງສະຫະລັດໄດ້ປິດລົງ
ດ້ວຍການທໍາສະຖິຕິສູງເປັນປະຫວັດການໃນວັນອັງຄານວານນີ້ ຊຶ່ງນັບເປັນຄັ້ງທໍາອິດ
ທີ່ດັດຊະນີ Dow Jones ມີລາຄາສູງກວ່າ 15 ພັນ ໃນຕອນອັດຕະຫຼາດ.

ພວກລົງທຶນໃນສະຫະລັດ, ຢູໂຣບ ແລະຍີ່ປຸ່ນ ມີກໍາລັງໃຈຂຶ້ນ ຍ້ອນລາຍງານດ້ານວຽກ
ເຮັດງານທໍາທີ່ເຂັ້ມແຂງຂອງສະຫະລັດ ໃນວັນສຸກຜ່ານມາ ທີ່ໄດ້ເຮັດໃຫ້ຄວາມເປັນ
ຫ່ວງກ່ຽວກັບການເຕີບໂຕຂອງເສດຖະກິດຫລຸດຜ່ອນລົງ.

ຄວາມໝັ້ນໃຈທີ່ເພີ້ມຂຶ້ນດັ່ງກ່າວນັ້ນ ໄດ້ຊ່ວຍຜັກດັນໃຫ້ດັດຊະນີ DowJones ຖີບຕົວ
ສູງຂຶ້ນເຖິງ 15,056 ໂດລາ. ສ່ວນຮຸ້ນ S&P 500 ກໍມີລາຄາສູງຂຶ້ນເປັນປະຫວັດການ
ເກືອບ 1,625 ໂດລາ ໃນຕອນອັດຕະຫຼາດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


XS
SM
MD
LG