ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວ​ມຸສລິ​ມ ໃນ​ທົ່ວ​ໂລກ ​ພາກັນ​ສະຫຼອງ ​ບຸນ ອີດ ອາລ-​ຟີຕ


ຊາວອີຈິບ ພະຍາຍາມຈັບເອົາ ໝາກປູມເປົ້າ ເນື່ອງໃນວັນສະຫຼອງ ບຸນ ອີດ ອາລ-​ຟີຕ ທີ່​ເປັນ​ຂີດ​ໝາຍ ໃນການ​ສິ້ນ​ສຸດ​ລົງຂອງເດືອນ​ສັກສິດ​ຣາມາດາ​ນ.
ຊາວອີຈິບ ພະຍາຍາມຈັບເອົາ ໝາກປູມເປົ້າ ເນື່ອງໃນວັນສະຫຼອງ ບຸນ ອີດ ອາລ-​ຟີຕ ທີ່​ເປັນ​ຂີດ​ໝາຍ ໃນການ​ສິ້ນ​ສຸດ​ລົງຂອງເດືອນ​ສັກສິດ​ຣາມາດາ​ນ.

ຊາວ​ມຸສລິ​ມຢູ່ໃນ​ທົ່ວ​ໂລກ ​ກຳລັງ​ພາກັນ​ສະຫຼອງ​ບຸນ ອີດ ອາລ-​ຟີຕ ທີ່​ເປັນ​ຂີດ​ໝາຍ
ໃນການ​ສິ້ນ​ສຸດ​ລົງ ຂອງເດືອນ​ສັກສິດ​ຣາມາດາ​ນ.

ວັນພັກດັ່ງກ່າວ ເປັນວັນພັກທີ່​ສຳຄັນຂອງເດືອນ​ຣາມາດາ​ນ ​ເວລາຊາວ​ມຸສລິ​ມທີ່​ນັບຖື​ສາສະໜາຢ່າງ​ເຄັ່ງ​ຄັດ ​ພາກັນອົດ​ອາຫານ​ ແຕ່​ຕາ​ເວັນ​ຂຶ້ນ​ຈົນ​ຮອດ​ຕາ​ເວັນ​ຕົກເປັນ​ເວ
ລາ​ນຶ່ງ​ເດືອນ.

ຢູ່​ໃນອັຟກາ​ນິສຖານ ປະທານາທິບໍດີ​ໂມ​ຮຳ​ມາດ ອາສຮັຟ ກາ​ນີ ​ໃນ​ວັນ​ສຸກ​ວານ​ນີ້​ໄດ້​
ກ່າວ​ເຖິງ​ການ​ປະກາດ​ຢຸດ​ຍິງ​ເປັນ​ເວລາ​ສາມ​ວັນ​ກັບ​ພວກ​ກະບົດ​ຕາ​ລິ​ບານຢູ່​ໃນ​ຖະ
​ແຫຼ​ງການ​ຕໍ່​ປະ​ເທດ​ຊາດ​ເພື່ອ​ເປັນ​ຂີດ​ໝາຍ​ສະຫຼອງ​ບຸນ​ອີດ. ການ​ຢຸດ​ຍິງ ​ຈະດຳເນີນ
ໄປຈົນຮອດ​ວັນ​ອາທິດ ​ເຖິງ​ຢ່າງ​ໃດ​ກໍ​ດີທ່ານ​ກາ​ນີ​ໄດ້​ຮ້ອງ​ຂໍ​ໃຫ້ການ​ຢຸດ​ຍິງ​ ຕໍ່ເວລາ
ອອກ​ໄປຫຼາຍ​ກວ່າ​ນັ້ນ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ພວກ​ຕາ​ລິ​ບານ​ເຂົ້າ​ມາ​ນັ່ງ​ໂຕະເຈລະຈາ.

ປະທາ​ນາ​ທິບໍດີ​ຊີ​ເຣຍ ທ່ານ​ບາ​ຊາ ອາລ ອາຊາ​ດ ​ໃນ​ວັນ​ສຸກ​ວານ​ນີ້ ​ໄດ້​ເຂົ້າ​ຮ່ວມ​ພິທີ
ສູດ​ມົນ ໃນບຸນ​ອີິດ ​ຢູ່​ທີ່​ວັດ​ອິສລາມ ​ທີ່​ຕາຕູ​ສ ຊຶ່ງ​ເປັນ​ເມືອງ​ຢູ່ເຂດ​ແຄມຝັ່ງທະ​ເລ ທີ່
​ຍັງ​ຈົງ​ຮັກ​ພັກດີ​ທ່ານມາ​ຕະຫຼອດ​ເຈັດ​ປີ ​ຂອງ​ສົງຄາມ​ກາງ​ເມືອງ.

ຜູ້ຊາຍຊາວມຸສລິມຄົນນຶ່ງກຳລັງຖືສາດປູເພື່ອນັ່ງສູດມົນ ເນື່ອງໃນວັນສະຫຼອງບຸນ ອີດ ອາລ-​ຟີຕ ທີ່ເມືອງບຣຸກລິນ ນີວຢອກ ທີ 15 ມິຖຸນາ.
ຜູ້ຊາຍຊາວມຸສລິມຄົນນຶ່ງກຳລັງຖືສາດປູເພື່ອນັ່ງສູດມົນ ເນື່ອງໃນວັນສະຫຼອງບຸນ ອີດ ອາລ-​ຟີຕ ທີ່ເມືອງບຣຸກລິນ ນີວຢອກ ທີ 15 ມິຖຸນາ.

ຢູ່ໃນບັງ​ກລາ​ແດັສ ຫຼາຍຮ້ອຍ​ພັນຄົນ​ໄດ້​ໄປ​ທ່າ​ເຮືອຂ້າມ​ຟາກ​ດາ​ກາ ​ແລະ​ສະ ຖານີ​ລົດ
​ໄຟ​ໃນ​ຄວາມ​ຫວັງ​ທີ່​ຈະ​ກັບ​ຄືນເມືອບ້ານ​ເພື່ອ​ສະຫຼອງ​ບຸນ​ອິດ. ບັງ​ກລາ​ແດັສ ຍັງ​ໄດ້​ຕຽມ
​ສະຫຼອງ​ບຸນ​ອີິດ ໃສ່ມື້ວັນ​ເສົາ ຫຼື​ວັນ​ອາທິດ ສຸດແລ້ວແຕ່​ການ​ແນມເຫັນ​ດວງ​ເດືອນ.

ພວກຜູ້ຊາຍໃຫຍ່ ແລະເດັກນ້ອຍ ກຳລັງພາກັນສູດມົນ ສະຫຼອງບູນ ອີດ ອາລ-​ຟີຕ ທີ່ເມືອງບຣຸກລິນ ນິວຢອກ ທີ 15 ມິຖຸນາ 2018.
ພວກຜູ້ຊາຍໃຫຍ່ ແລະເດັກນ້ອຍ ກຳລັງພາກັນສູດມົນ ສະຫຼອງບູນ ອີດ ອາລ-​ຟີຕ ທີ່ເມືອງບຣຸກລິນ ນິວຢອກ ທີ 15 ມິຖຸນາ 2018.

ບຸນ​ອິດເລີ້ມມື້​ທຳ​ອິດ​ຂອງ​ເດືອນ​ຂອງ​ຊໍ​ວໍລ ​ເດືອນທີສິບ​ຂອງ​ປະຕິທິຈັນທະຄະ​ຕິອິສ
ລາມ ​ເຖິງ​ຢ່າງ​ໃດ​ກໍ​ດີ ​ມີ​ຂົງ​ເຂດ​ທີ່​ແຕກ​ຕ່າງ ​ໃນ​ເວລາ​ດຽວ​ກັນ​ຂອງ​ບຸນ​ອີດ​ອາດ​ເນື່ອງ​
ຈາກ​ຄວາມ​ແຕກ​ຕ່າງ​ໃນ​ການ​ຕີ​ຄວາມ​ໝາຍ​ຂອງ​ປະ​ຕິ​ທິນ.

ຢູທີ່​ນະຄອນ​ຈາ​ກາ​ຕາ ຫຼາຍພັນ​ຄົນ​ພາກັນ​ເຕົ້າ​ໂຮ​ມກັນ​ຢູ່ຕໍ່ໜ້າວັດ ອາລ ອັສຮາ ​ເພື່ອ
​ປະກອບ​ສູດ​ມົນໃນວັນບຸນ​ອິດ. ອິນ​ໂດ​ເນ​ເຊຍ​ເປັນ​ປະ​ເທດ​ທີ​ມີ​ປະຊາ​ກອນ​ເປັນມຸສລິ​ມ
ທີ່​ໃຫຍ່​ສຸດ​ຢູ່​ໃນ​ໂລກ ​ແລະ​ໃນ​ປີ​ນີ້ ລັດຖະບານ​ໄດ້​ປະກາດ​ປະກາດ ວັນພັກໃນທົ່ວ
ປະເທດດົນກວ່ານຶ່ງ​ອາທິດ ​ເພື່ອ​ເປັນ​ຂີດ​ໝາຍໃນການສະຫຼອງ​ດັ່ງ​ກ່າ​ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG