ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ຜະ​ລິດ ໂດ​ຣນ ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ຂະ​ຫຍາຍ​ສາ​ຂາ​ໃນ ສະ​ຫະ​ລັດ ທ່າມ​ກາງ​ການ​ກ່າວ​ຫາ ກ່ຽວ​ກັບ ລະ​ເມີດ​ສິດ​ທິ​ມະ​ນຸດ


ໂດ​ຣນ Phantom 4, ທີ້​ຖືກ​ພັດ​ທະ​ນາ​ໂດຍ​ບໍ​ລິ​ສັດ DJI ຂອງ ຈີນ, ສະ​ແດງ​ການ​ບິນ​ຢູ່​ງານ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ, 3 ມີ​ນາ 2016.
ໂດ​ຣນ Phantom 4, ທີ້​ຖືກ​ພັດ​ທະ​ນາ​ໂດຍ​ບໍ​ລິ​ສັດ DJI ຂອງ ຈີນ, ສະ​ແດງ​ການ​ບິນ​ຢູ່​ງານ​ແຫ່ງ​ນຶ່ງ​ໃນ​ນະ​ຄອນຫຼວງ ໂຕ​ກຽວ, ຍີ່​ປຸ່ນ, 3 ມີ​ນາ 2016.

ບໍ​ລິ​ສັດ​ຜະ​ລິດ​ໂດ​ຣນ DJI ແມ່ນ​ກຳ​ລັງ​ຂະ​ຫຍາຍ​ຕົວ​ໃນ ສະ​ຫະ​ລັດ ດ້ວຍ​ການ​ຕັ້ງ​ຮ້ານ​ຄ້າ​ແຫ່ງ​ທຳ​ອິດ​ຂອງ​ເຂົາ​ເຈົ້າ​ໃນ​ນະ​ຄອນ ນິວຢອກ ທ່າມ​ກາງ​ການ​ກ່າວ​ຫາ​ທີ່​ເຊື່ອມ​ໂຍງ​ກັບ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ແລະ ສາຍ​ພົວ​ພັນ​ກັບ​ກອງ​ທັບ ຈີນ.

ຮ້ານ “First Concept” ຂອງບໍ​ລິ​ສັດ DJI ໃນ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ​ຢູ່​ຖະ​ໜົນ Fifth Avenue ຂອງ​ນະ​ຄອນ ນິວຢອກ ໄດ້​ຕ້ອນ​ຮັບ​ບັນ​ດາ​ລູກ​ຄ້າ​ທີ່​ມີ​ຄວາມ​ສົນ​ໃຈ​ໃນ​ເລື່ອງ​ອະ​ນາ​ຄົດ, ພື້ນ​ທີ່​ຂະ​ໜາດ​ນ້ອຍ​ໃຫ້​ພາ​ກັນ​ມາ​ຊື້. ບໍ​ລິ​ສັດ​ດັ່ງ​ກ່າວ​ອະ​ທິ​ບາຍ​ຕົນ​ເອງ​ໃນ​ເວັບ​ໄຊ້​ວ່າ ເປັນ “ຜູ້​ນຳ​ຂອງ​ໂລກ​ໃນ​ໂດ​ຣນ​ພົນ​ລະ​ເຮືອນ ແລະ ເທັກ​ໂນ​ໂລ​ຈີ​ກ້ອງ​ຖ່າຍ​ຮູບ​ທີ່​ສ້າງ​ສັນ.”

ທ່ານ​ນາງ ຄ​ຣິ​ສ​ທີ​ນາ ຊາງ, ຜູ້​ອຳ​ນວຍ​ການ​ອະ​ວຸ​ໂສ​ພະ​ແນກ​ແຜນ​ຍຸດ​ທະ​ສາດ​ບໍ​ລິ​ສັດ​ຂອງ DJI ກ່າວ​ວ່າ “ພວກ​ເຮົາ​ສືບ​ຕໍ່​ເຫັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ລູກ​ຄ້າຫຼາຍ​ຂຶ້ນ​ໃນ​ທົ່ວ​ທະ​ວີບ​ອາ​ເມ​ຣິ​ກາ​ເໜືອ ໃນ​ຂະ​ນະ​ທີ່​ພວກ​ເຮົາ​ຂະ​ຫຍາຍ​ປະ​ຫວັດ​ຜະ​ລິດ​ຕະ​ພັນ​ລູກ​ຄ້າ​ຂອງ​ພວກ​ເຮົາ.”

ໂດຍ​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ເມືອງ ເສິນ​ເຈິ່ນ, ປະ​ເທດ ຈີນ ນັ້ນ, ບໍ​ລິ​ສັດ​ດັ່ງ​ກ່າວ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2006. DJI ຍັງ​ເປັນ​ທີ່​ຮູ້​ຈັກ​ດັ່ງ​ກັບບໍ​ລິ​ສັດ​ນະ​ວັດ​ຕະ​ກຳ​ໃໝ່ ດາ​ຈ​ຽງ, ໄດ້​ກາຍ​ເປັນ​ຜູ້​ຜະ​ລິດ​ໂດ​ຣນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ໂດຍ​ໄດ້​ປະ​ສົບ​ຄວາມ​ສຳ​ລັດ​ໃນ​ການ​ມີ​ຄວາມ​ໂດດ​ເດັ່ນ​ກວ່າ​ໝູ່​ໃນ​ໂລກ​ພາຍ​ໃນ​ເວ​ລາບໍ່​ຮອດ 20 ປີ. ບໍ​ລິ​ສັດ​ດັ່ງ​ກ່າວ​ຕອນນີ້​ໄດ້​ສະ​ໜອງ​ໂດ​ຣນ​ໃຫ້​ລູກ​ຄ້າ​ໃນ​ທົ່ວ​ໂລກ 70 ເປີ​ເຊັນ ແລະ ເກືອບ​ 80 ເປີ​ເຊັນ​ແມ່ນ​ໂດ​ຣນ​ຂອງ​ລູກ​ຄ້າ​ໃນ ສະ​ຫະ​ລັດ.

ເມື່ອ​ວັນ​ທີ 5 ມີ​ນາ​ທີ່​ຜ່ານ​ມາ, ເຊິ່ງ​ແມ່ນ​ວັນ​ເປີດ​ຮ້ານ​ຂອງ DJI ຢ່າງ​ເປັນ​ທາງ​ການ​ໃນ​ນະ​ຄອນ ນິວຢອກ​ນັ້ນ, ໂຄງ​ການ​ສິດ​ທິ​ມະ​ນຸດ ວີ​ເກີ (UHRP), ເຊິ່ງ​ແມ່ນ​ກຸ່ມ​ຄົ້ນ​ຄວ້າ ແລະ ສະ​ໜັບ​ສະ​ໜູນທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ວໍ​ຊິງ​ຕັນ, ໄດ້​ເປີດ​ເຜີຍ​ລາຍ​ງານ​ຫົວ​ຂໍ້ “ກຸ່ມ​ເທັກ​ໂທ​ໂລ​ຈີ​ສອດ​ແນມ: ການ​ເຊື່ອມ​ໂຍງ​ຂອງ DJI ກັບ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ​ໃນ ເທີ​ກິ​ສ​ຖານ ຕາ​ເວັນ​ອອກ.”

Chinese drone maker DJI is expanding in the U.S. with its first flagship store in New York City amid allegations of links to human rights abuses and ties to China’s military.

DJI’s “first concept” North American store on New York’s Fifth Avenue welcomes customers into a futuristic, minimalist space to shop. The company describes itself on its website as “the world's leader in civil drones and creative camera technology.”

“We continue to see growing consumer demand throughout North America as we expand our consumer product portfolio," said Christina Zhang, senior director of corporate strategy at DJI.

Headquartered in Shenzhen, China, the company was founded in 2006. DJI, also known as Da Jiang Innovations, has become the world’s largest drone maker, having achieved global dominance in less than 20 years. The company now supplies 70% of the world's consumer drones and nearly 80% of U.S. consumer drones.

On March 5, the day of DJI’s official store opening in New York, the Uyghur Human Rights Project (UHRP), a Washington-based research and advocacy group, released a report titled "Surveillance Tech Series: DJI’s Links to Human Rights Abuses in East Turkistan.”

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG