ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ວ່າ ມີອົບພະຍົບ ຫລາຍກ່ວາ 45 ລ້ານຄົນ ໃນທົ່ວ ໂລກ(ວີດິໂອ) ​


ສະຖິຕິຂອງອົບພະຍົບ ແລະ ຜູ້ປະສົບ​ໄພ​ ທີ່​ຕ້ອງ​ຫຼົບໜີຈາກບ້ານເຮືອນ ຂອງຕົນຢູ່ພາຍ​ໃນ​ປະ​ເທດ ທີ່ໄດ້ຮັບການຊ່ວຍເຫລືອ ປົກປ້ອງໂດຍ UNHCR ຕໍ່ປີ
ສະຖິຕິຂອງອົບພະຍົບ ແລະ ຜູ້ປະສົບ​ໄພ​ ທີ່​ຕ້ອງ​ຫຼົບໜີຈາກບ້ານເຮືອນ ຂອງຕົນຢູ່ພາຍ​ໃນ​ປະ​ເທດ ທີ່ໄດ້ຮັບການຊ່ວຍເຫລືອ ປົກປ້ອງໂດຍ UNHCR ຕໍ່ປີ
ຂ້າຫລວງໃຫຍ່​ດ້ານ​ອົບ​ພະຍົບຂອງສະຫະປະຊາຊາດ ຫລື
UNHCR ເວົ້າວ່າ ໂຊກຊາຕາຂອງພວກອົບພະຍົບແລະຜູ້
ປະສົບ​ໄພ​ ທີ່​ຕ້ອງ​ຫຼົບໜີຈາກບ້ານເຮືອນຂອງຕົນຢູ່ພາຍ​ໃນ​
ປະ​ເທດຈຳນວນຫລາຍລ້ານຄົນ ໃນທະວີບອາຟຣິກາ ແມ່ນ ຖືກບົດບັງໂດຍວິກິດການໃນຊີເຣຍ. ເພື່ອເປັນຂີດໝາຍ
ລະນຶກເຖິງ ວັນອົບພະ ຍົບຂອງໂລກ ​ໃນ​ວັນ​ພະຫັດ​ມື້ນີ້
ທາງອົງການ UNHCR ຈຶ່ງຂໍຮ້ອງ ໃຫ້ປະຊາຄົມສາກົນຈໍາ
ໄວ້ວ່າ ຊາວອາຟຣິກາທີ່ຖືກບັງຄັບໃຫ້ອົບ​ພະຍົບຫລົບໜີ
ຈາກບ່ອນ ຢູ່ອາໄສຂອງຕົນ ຍ້ອນບັນຫາຂັດແຍ້ງນັ້ນ ກໍ
ພວມຕ້ອງການຄວາມຊ່ວຍເຫລືອ ເຊັ່ນກັນ.

ອົງການຮັບຜິດຊອບ​ເລື່ອງອົບພະຍົບຂອງ​ສະຫະ​ປະຊາ​ຊາດລາຍງານວ່າ ມີພວກອົບ
ພະຍົບອອກຈາກປະເທດແລະຜູ້ປະສົບ​ໄພພາຍໃນປະເທດຫລາຍກວ່າ 45 ລ້ານຄົນ
ໃນທົ່ວໂລກ. ນີ້ເປັນການຍົກຍ້າຍໜີຈາກບ້ານເຮືອນຂອງຜູ້ຄົນໃນ ລະດັບສູງທີ່ສຸດ ນັບແຕ່ມີ​ໄດ້​ມີ​ການຂ້າລ້າງ​ເຊື້ອຊາດເຜົ່າພັນຢູ່ Rwanda ແລະການແບ່ງແຍກປະເທດ
ຂອງອະດີດ Yugoslavia ໃນປີ 1994 ທີ່ໄດ້ເຮັດໃຫ້ມີ ຫລາຍລ້ານຄົນຫລົບໜີຈາກ
ບ້ານເຮືອນຂອງຕົນນັ້ນ.

ທ່ານ Adrian Edwards ໂຄສົກຂອງ​ອົງການ UNHCR ກ່າວຕໍ່ວີໂອເອວ່າ ບັນຫາ
ຂັດແຍ້ງກັນເປັນສາເຫດຕົ້ນຕໍ ທີ່ພາໃຫ້ມີການຍົກຍ້າຍບ່ອນຢູ່ອາໄສຂອງຜູ້ຄົນ. ທ່ານ
ກ່າວດັ່ງນີ້:

ທ່ານ Edwards ເວົ້າວ່າ: “​ໂດຍ​ສະ​ເພາະ​ແລ້ວ ໃນປີກາຍນີ້ ຜູ້ທີ່​ພາ​ໃຫ້​ມີ​ການ
ປ່ຽນ​ແປງ​ລາຍ​ໃຫຍ່​ທີ່​ສຸດ​ກໍແມ່ນຊີເຣຍ ຊຶ່ງໄດ້ປ່ຽນຈາກການເປັນປະເທດ
ທີ່ຮັບ ເອົາອົບພະຍົບທີ່ສຳຄັນ ໃນພາກຕາເວັນອອກກາງ ມາເປັນນຶ່ງໃນ
ຫ້າປະເທດທີ່ ເຮັດໃຫ້ມີຊາວອົບພະຍົບ ແລະຜູ້​ປະສົບ​ໄພ​ທີ່​ຫລົບໜີຈາກ
ບ້ານເຮືອນຫລາຍທີ່ ສຸດຂອງໂລກ ໃນປີກາຍ. ໃນປີນີ້ ປະເທດດັ່ງກ່າວ
ກາຍມາເປັນທີນຶ່ງຂອງໂລກ ຊຶ່ງເປັນການປ່ຽນແປງທີ່ໜ້າຕົກໃຈຫລາຍ ແລະ
ເຮັດໃຫ້ມີການປ່ຽນແປງອັນໃຫຍ່ຫລວງ ໃນພາບລວມຂອງການຍົກຍ້າຍ
ໜີຈາກບ້ານເຮືອນຂອງປະຊາຊົນໃນໂລກ.”



UNHCR ເວົ້າວ່າ ໃນຖານະທີ່ເປັນທະວີບນຶ່ງ ອາຟຣິກາແມ່ນຢູ່ໃນອັນດັບສອງ ທີ່ມີຜູ້
ປະສົບ​ໄພຍ້າຍໜີຈາກບ້ານເຮືອນຫລາຍທີ່ສຸດໃນໂລກ. ເອເຊຍ, ຍ້ອນວ່າ ອັຟການິສ
ຖານ, ຈຶ່ງເປັນທະວີບທີ່ມີຜູ້​ປະສົບ​ໄພຍົກຍ້າຍ​ໜີ​ຈາກ​ເຮືອນ​ຊານຫຼາຍທີ່ສຸດ​ໃນໂລກ.
ປັດຈຸບັນອາຟຣິກກາ ມີອົບພະຍົບ 2 ລ້ານ 8 ແສນຄົນ ແລະຜູ້​ປະສົບ​ໄພ​ພາຍ​ໃນ​ປະ​
ເທດທີ່​ຍ້າຍບ້ານເຮືອນໄປຢູ່ບ່ອນອື່ນປະມານ 10 ລ້ານ ຄົນ.

ໃນຂະນະທີ່ຈໍານວນຂອງຜູ້ຄົນເຫລົ່ານີ້ ແມ່ນຫລວງຫລາຍ ທ່ານ Edwards ເວົ້າວ່າ
ຜົນຂອງວິກິດການເຊັ່ນທີ່ເກີດຂຶ້ນຢູ່ໃນຊີເຣຍ ມີທ່າທີວ່າ ຈະ​ບົດ​ບັງວິກິດການຕ່າງໆ​
ທີ່​ກຳລັງ​ເກີດ​ຂຶ້ນຢູ່​ນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:
XS
SM
MD
LG