ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ. ຈອນ ທີ່ເຄີຍເປັນອົບພະຍົບ ຂໍຝາກເຖິງທຸກຄົນວ່າ ໃຫ້ຊ່ວຍຊາວອົບພະຍົບ ຖ້າໃຜມີເງື່ອນໄຂ


ທ່ານຈອນ ຫລື ຍອດ ສີສຸວັນກັບພັນລະຍາຂອງເພິ່ນ ເຄີຍເປັນອົບພະຍົບ ມາຢູ່ສູນອົບພະຍົບໜອງຄາຍຂອງໄທ ກ່ອນຈະມາເຖິງ ສະຫະລັດ ແລະຕັ້ງຖິ່ນຖານຢູ່ໃນເມືອງຟີນິກ, ລັດອາຣິໂຊນາ ໃນປີ 1980.
ທ່ານຈອນ ຫລື ຍອດ ສີສຸວັນກັບພັນລະຍາຂອງເພິ່ນ ເຄີຍເປັນອົບພະຍົບ ມາຢູ່ສູນອົບພະຍົບໜອງຄາຍຂອງໄທ ກ່ອນຈະມາເຖິງ ສະຫະລັດ ແລະຕັ້ງຖິ່ນຖານຢູ່ໃນເມືອງຟີນິກ, ລັດອາຣິໂຊນາ ໃນປີ 1980.

ວັນທີ 20 ມິຖຸນາ ກໍຄືວັນອາທິດວານນີ້ເປັນວັນອົບພະຍົບໂລກ. ເນື່ອງໃນວັນ ທີ່ມີຂີດໝາຍອັນສໍາຄັນ ໃນເລື້ອງມະນຸດສະທໍາດັ່ງກ່າວ ວີໂອເອ ໄດ້ສໍາພາດທ່ານ ຈອນ ຫລືຍອດ ສີສຸວັນ, ປະທານສະມາຄົມລາວ ປະຈໍາລັດອາຣີໂຊນາ ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງສະຫະລັດ ຊຶ່ງທ່ານໃຫ້ທັດສະນະວ່າ:

ທ່ານຈອນເຄີຍເປັນຊາວອົບພະຍົບຜູ້ນຶ່ງທີ່ໄດ້ພາຄອບຄົວອອກຈາກລາວ ມາຕັ້ງຖິ່ນຖານໃນດິນແດນໃໝ່ ຊຶ່ງທ່ານມາເຖິງສະຫະລັດໃນປີ 1980. ເມື່ອຫວນຄືນເຖິງຊີວິດໃນອະດີດທີ່ເຄີຍພັດພາກຈາກບ້ານເກີດເມືອງນອນມາແລ້ວ ທ່ານຈອນກໍຂໍຝາກຄວາມຄິດໃຫ້ແກ່ທຸກຄົນວ່າ:

ວັນອົບພະຍົບໂລກໄດ້ສະຫລອງກັນເທື່ອທໍາອິດໃນວັນທີ 20 ມິຖຸນາ ປີ 2001 ຊຶ່ງກົງກັບວັນຄົບຮອບ 50 ປີ ທີ່ໄດ້ມີສົນທິສັນຍາປີ 1951 ທີ່ກ່ຽວຂ້ອງກັບສະຖານະພາບຂອງອົບພະຍົບ ແລະໄດ້ສ້າງຫລັກການຂຶ້ນມາວ່າ ບັນຫາອົບພະຍົບເປັນບັນຫາຂອງປະຊາຄົມສາກົນ ແລະຈະຕ້ອງໄດ້ແກ້ໄຂໃນສະພາບການທີ່ມີ ການຮ່ວມມືກັນ ແລະແບກຫາບພາລະຊ່ວຍກັນລະຫວ່າງປະເທດທີ່ລົງນາມຢູ່ໃນສົນທິສັນຍາສາກົນສະບັບນັ້ນ.

XS
SM
MD
LG