ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເລ​ຂາ​ທິການ​ໃຫຍ່ ສປຊ ຮຽກຮ້ອງໃຫ້ ລະນຶກ​ເຖິງ​ ຊາຕາກຳຂອງ​ອົບພະຍົບ ​​ເກືອບ 60 ລ້ານຄົນ


Un hombre sirio recoge muestras del sitio donde se cree se realizó el ataque en Khan Sheikhun, en la provincia de Idlib, Siria el 4 de abril de 2017.
Un hombre sirio recoge muestras del sitio donde se cree se realizó el ataque en Khan Sheikhun, en la provincia de Idlib, Siria el 4 de abril de 2017.

ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ​ໄດ້​ລະນຶກ​ເຖິງ​ວັນ​ອົບ​ພະຍົບໂລກ ​ໃນ​ວັນ​ເສົາ​ວານ​ນີ້ ດ້ວຍ​ການ​ຮຽກຮ້ອງໃຫ້​ທົ່ວ​ໂລກ ຈົ່ງ​ລະນຶກ​ເຖິງຊາຕາກຳຂອງ​ຄົນເກືອບ 60 ລ້ານ ທີ່ໄດ້​ຖືກ​ບີບບັງຄັບ​ໃຫ້​ຍົກ​ຍ້າຍຖິ່ນ​ຖານ​ ​ໃນ​ປີ​ກາຍ​ນີ້ ​ຍ້ອນ​ຄວາມ​ຂັດ​ແຍ້ງ ​ບໍ່ສະຫງົບ ​ແລະ ການ​ຖືກ​ປະ​ຫັດ​ປະຫານ.

​ໃນຄຳຖະ​ແຫຼ​ງການ​ມື້ວານ​ນີ້ ທ່ານ Ban ໄດ້​ຮຽກຮ້ອງ​ໃຫ້ປະຊາຄົມ​ໂລກ ​ຈົ່ງ​ໃຫ້​ກຽດ​ແກ່ “ຄວາມ​ເປັນ​ມະນຸ​ດຮ່ວມ​ກັນ​ຂອງ​ພວກ​ເຮົາ,” ໃນ​ຂະນະ​ທີ່​ສະ​ເຫຼີ​ມສະຫຼອງ “ຄວາມ​ອະນຸ​ໂລມເຊິ່ງ​ກັນ​ແລະ​ກັນ ​ແລະ ຄວາມ​ແຕກ​ຕ່າງຫຼາກຫຼາຍ.”

ທ່ານ​ໄດ້ເອົາ​ບັນຫາອັນ​ໃຫຍ່​ຫຼວງຢ່າງບໍ່ເຄີຍ​ມີ​ມາ​ກ່ອນຂອງ​ຜູ້​ຍ້າຍ​ຖິ່ນ​ຖານ ​ໄປ​ພົວພັນ​ກັບ ຄວາມຂັດ​ແຍ້​ງ​ທີ່​ກຳລັງ​ດຳ​ເນີນ​ໄປ ​ຢູ່​ໃນ​ປະ​ເທດ ຊີ​ເຣຍ ​ແລະ ວິ​ກິດ​ການ​ຕ່າງໆ​ໃນ ອີຣັກ, ຢູ​ເຄຼນ, ຊູ​ດານ​ໃຕ້​, ສາທາລະນະ​ລັດ ອາຟຣິກາກາງ, ​ໄນ​ຈີ​ເຣຍ ​ແລະ ຫຼາຍ​ໆເຂດ​ຂອງ ປາ​ກິ​ສຖານ.

ທ່ານ​ໄດ້​ກ່າວ​ວ່າ “ນີ້​ກໍໝາຍ​ຄວາມ​ວ່າ ມະນຸດ 1 ຄົນ ​ໃນທຸກໆ 122 ຄົນ​ໃດ ໃນ​ມື້​ນີ້ແມ່ນ ຊາວ​ອົບ​ພະຍົບ, ​ເຊິ່ງອາດ​ຈະ​ເປັນ​ຜູ້​ທີ່​ຕ້ອງ​ໄດ້​ພັດ​ພາກ​ຈາກ​ທີ່ຢູ່​ອາ​ໄສພາຍ​ໃນ​ປະ​ເທດ ຫຼື ຜູ້ຊອກ​ລີ້​ໄພ.” ຂໍ້​ມູນ​ຂອງ​ສປຊ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ໂດຍ​ສະ​ເລ່ຍ​ແລ້ວ ມີ 42,500 ຄົນ ​ ກາຍ​ເປັນ​ຜູ້​ລີ້​ໄພ​ໃນແຕ່​ລະ​ມື້​ຂອງ​ປີ 2014, ​ເຊິ່ງ​ເປັນອັດຕາ​ສະ​ເລ່ຍທີ່​ໄດ້​ເພີ່ມ​ຂຶ້ນເປັນ ສີ່​ເທົ່າ​ໃນ ສີ່​ປີ​ທີ່​ຜ່ານ​ມາ.

ທ່ານ Ban ຍັງ​ໄດ້ໃຫ້​ຂໍ້​ສັງ​ເກດ​ອີກ​ວ່າ ຕົວ​ເລກ​ຂອງ​ຜູ້​ລີ້​ໄພ​ທີ່​ສາມາດ​ກັບ​ຄືນ​ສູ່​ບ້ານເຮືອນຂອງ​ຕົນໄດ້ໃນ​ປີ​ກາຍ​ນີ້​ ແມ່ນ​ຕ່ຳ​ທີ່​ສຸດ​ໃນ​ຮອບ​ຫຼາຍ​ກວ່າ ສາມທົດ​ສະ​ວັດ.

Plight of 60 Million Highlighted on World Refugee Day
please wait

No media source currently available

0:00 0:00:42 0:00

XS
SM
MD
LG