ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະປະຊາຊາດ ກ່າວວ່າ ໂລກເຮົາ ມີອົບພະຍົບ ເກືອບ 60 ລ້ານຄົນ


ນັກເຄື່ອນໄຫວ ຂອງອົງການນິລະໂທດກຳສາກົນ ປະກອບສ່ວນເຂົ້າຮ່ວມ ທີ່ຫາດຊາຍແຫ່ງນຶ່ງ ເພື່ອລະນຶກເຖິງ ວັນອົບພະຍົບໂລກ ທີ່ເມືອງ Valencia ປະທດສະເປນ (20 ມິຖຸນາ 2015)
ນັກເຄື່ອນໄຫວ ຂອງອົງການນິລະໂທດກຳສາກົນ ປະກອບສ່ວນເຂົ້າຮ່ວມ ທີ່ຫາດຊາຍແຫ່ງນຶ່ງ ເພື່ອລະນຶກເຖິງ ວັນອົບພະຍົບໂລກ ທີ່ເມືອງ Valencia ປະທດສະເປນ (20 ມິຖຸນາ 2015)

ອົງການອົບພະຍົບຂອງສະຫະປະຊາຊາດຫຼື UNHCR ກ່າວຢູ່
ໃນລາຍງານສະບັບໃໝ່ວ່າ ມີຜູ້ຄົນຫຼາຍເປັນປະຫວັດການ 59
ລ້ານ 5 ແສນຄົນປຽບທຽບ 51 ລ້ານ 2 ແສນຄົນ ໃນປີກ່ອນ ໄດ້
ຖືກບັງຄັບໃຫ້ອົບພະຍົບຫຼົບໄພໜີໄປຈາກເຮືອນຊານບ້ານຊ່ອງ
ຂອງພວກເຂົາເຈົ້າ ເພື່ອຊອກຫາຄວາມປອດໄພ.

ທ່ານ Antonio Guterres ຂ້າຫຼວງໃຫຍ່ດ້ານອົບພະຍົບຂອງ
ສະຫະປະຊາດ ກ່າວວ່າ “ພວກເຮົາກຳລັງຮູ້ເຫັນ ເປັນພະຍານ
ໃນການແບບຢ່າງຂອງປ່ຽນແປງ ການຫລຸດລົງທີ່ບໍ່ມີການກວດ
ສອບໄປສູ່ຍຸກສະໄໝທີ່ຜູ້ຄົນຈຳນວນຫຼວງຫຼາຍໃນໂລກໄດ້ຖືກ
ບັງຄັບໃຫ້ອົບພະຍົບຫຼົບໄພ ພ້ອມທັງການຕອບຮັບທີ່ຕ້ອງໄດ້
ເຮັດໃນເວລານີ້ແມ່ນຈະແຈ້ງບໍ່ພຽງພໍແບບທີ່ບໍ່ເຄີຍເຫັນມາກ່ອນ.”

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ “ວັນອົບພະຍົບໂລກ ເປັນໂອ ກາດອັນເຄັ່ງຂຶມສຳຫລັບສະຫະລັດ ທີ່ຈະຮ່ວມສົມທົບກັບພາຄີນາໆຊາດ ຂອງພວກເຮົາ
ໃນການຮັບຮູ້ເຖິງກຽດສັກສີແລະຄຸນຄ່າແລະຄວາມບົ່ມຊ້ອນ ຂອງທຸກໆຄົນໃນຊີວິດເຫຼົ່າ
ນີ້.”

ອົງການສະຫະປະຊາຊາດກ່າວວ່າ ນຶ່ງໃນມະນຸດທຸກໆ 122 ຄົນໃດ ໃນເວລານີ້ແມ່ນຕົກ ຢູ່ໃນສະພາບເປັນອົບພະຍົບ ຫລົບໄພພາຍໃນປະເທດ ຫລື ຊອກສະແຫວງຫາບ່ອນລີ້
ໄພ. ຖ້ານີ້ຫາກແມ່ນປະຊາຊົນ ຂອງປະເທດໃດນຶ່ງ ອົງການ UNHCR ກ່າວວ່າ ຈະເປັນ ປະເທດທີ່ໃຫຍ່ອັນດັບທີ 24 ຂອງໂລກ.

ປະທານາທິບໍດີໂອບາມາເວົ້າວ່າ “ການສູ້ຊົນຂອງບາງຄົນແມ່ນໄດ້ຖືກບັນທຶກໄວ້ຢູ່ໃນຮູບ ພາບຕ່າງໆຂອງພວກຜູ້ຄົນລໍຖ້າຢູ່ຕາມດ່ານຂ້າມຊາຍແດນ ແຖວຕູບຜ້າຕັ້ງ ທີ່ຫລຽວສຸດ ແສງຕາ ແລະແອອັດກັນຢູ່ຕາມເຮືອທີ່ບໍ່ແຂງແຮງຢູ່ໃນທະເລໃນ ຂະນະທີ່ອີກຈຳນວນນຶ່ງ ອັ່ງອໍກັນຢູ່ຕາມເງົາຂອງຫົວເມືອງໃຫຍ່ໆ ທີ່ດຳເນີນໄປແບບບບໍ່ມີຜູ້ໃດສັງເກດເຫັນ.”

ອົງການສະຫະປະຊາຊາດ ກ່າວວ່າ ວິກິດການຂອງໂລກ ທີ່ເກີດຂຶ້ນເລື້ອຍໆ ແລະບັນຫາ ຂັດແຍ້ງຕ່າງໆ ໄດ້ກໍ່ໃຫ້ເກີດທ່າອຽງທີ່ເປັນອັນຕະລາຍ ແລະຮ້າຍແຮງລົງຕື່ມ ຕໍ່ການຍົກ ຍ້າຍຖິ່ນຖານທີ່ມີຢູ່ຕາມປົກກະຕິແລ້ວນັ້ນ ໃນຂະນະທີ່ອົບພະຍົບຫລາຍໆລ້ານຄົນຢູ່ໃນ ທົ່ວໂລກໄດ້ຖືກກົດດັນໃຫ້ຕົກຢູ່ໃນກຳມືແບບອຶດອັດບໍ່ສະບາຍໃຈແລະການປ່ຽນແປງທີ່ ຮ້າຍແຮງເຖິງຕາຍກັບພວກຄ້າມະນຸດແລະພວກລັກລອບ ໃນຂະນະທີ່ເຂົາເຈົ້າຊອກຫາ ຊ່ອງທາງຫລົບໜີໄປສູ່ຄວາມປອດ ໄພນັ້ນ.

World Refugee Day
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG