ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປະຕິກິລິຍາ ຂອງໂລກ ຕໍ່ການເຂົ້າຮັບຕໍາແໜ່ງ ຮອບສອງ ຂອງທ່ານໂອບາມາ (ສະໄລດ໌/ວິດີໂອ)


ປະທານາທິບໍດີສະຫະລັດ ທ່ານ Barack Obama ສາບານຕົວ ເຂົ້າຮັບຕໍາແໜ່ງສະໄໝທີສອງ ໃນພິທີທີ່ຈັດຂຶ້ນໃນວັນທີ 22 ມັງກອນ 2013 ທີ່ລານຂັ້ນໄດກໍ້າຕາເວັນຕົກ ຂອງຕຶກລັດຖະສະພາ ສະຫະລັດ ໃນກຸງວໍຊິງຕັນ
ປະທານາທິບໍດີສະຫະລັດ ທ່ານ Barack Obama ສາບານຕົວ ເຂົ້າຮັບຕໍາແໜ່ງສະໄໝທີສອງ ໃນພິທີທີ່ຈັດຂຶ້ນໃນວັນທີ 22 ມັງກອນ 2013 ທີ່ລານຂັ້ນໄດກໍ້າຕາເວັນຕົກ ຂອງຕຶກລັດຖະສະພາ ສະຫະລັດ ໃນກຸງວໍຊິງຕັນ
ຈີນເວົ້າວ່າ ຕົນ “ມີຄວາມຫວັງໄປໃນແງ່ດີແບບລະມັດລະວັງ”
ກ່ຽວກັບສາຍພົວພັນກັບສະຫະລັດ ໃນຂະນະທີ່ປະທານາທິບໍດີ
Barack Obama ເລີ້ມເຂົ້າຮັບຕໍາແໜ່ງເປັນຜູ້ນໍາອາເມຣິກັນ
ໃນສະໄໝທີສອງ.

ອົງການຂ່າວຊິນຫົວຂອງທາງການຈີນ ເວົ້າໃນວັນຈັນວານນີ້ວ່າ
“ການຂາດຄວາມເຊື່ອໝັ້ນທາງດ້ານຍຸດທະສາດ ໄດ້ກາຍເປັນ
ອຸປະສັກຕົ້ນຕໍ ທີ່ຈະເຮັດໃຫ້ສາຍສໍາພັນລະຫວ່າງຈີນແລະສະ
ຫະລັດ ບໍ່ຂະຫຍາຍໂຕຢ່າງເຕັມທີ່.”

ແຕ່ວ່າໂຄສົກກະຊວງການຕ່າງປະເທດຂອງກຸງປັກກິ່ງ ທ່ານ
Hong Lei ເວົ້າວ່າ ສາຍພົວພັນ “ທີ່ມີຄວາມເຂັ້ມແຂງແລະ
ໝັ້ນຄົງ” ແມ່ນນອນຢູ່ໃນ “ຜົນປະໂຫຍດພື້ນຖານ” ຂອງທັງສອງ
ປະເທດ. ສະຫະລັດ ແລະຈີນແມ່ນດູແລເບິ່ງແຍງສອງເສດຖະກິດ ທີ່ໃຫຍ່ທີ່ສຸດຂອງໂລກ ແຕ່ວ່າ ມັກຈະມີຄວາມຂັດແຍ້ງກ່ຽວກັບບັນຫາທາງການຄ້າ ແລະເງິນຕາ ຕະຫລອດທັງ ບັນຫາຂັດແຍ້ງເລື້ອງເຂດນໍ້າແດນດິນ ຂອງບັນດາປະເທດໃນເຂດຕາເວັນອອກສຽງໃຕ້ ຢູ່ໃນເຂດມະຫາສະມຸດປາຊີຟິກ ຕາເວັນຕົກ.

ສ່ວນປະຊາຊົນຢູ່ໃນອັຟການິສຖານ ທີ່ຖືກສໍາພາດໂດຍໂທລະພາບ Asha ຂອງວີໂອເອ ເວົ້າວ່າ ພວກເຂົາເຈົ້າຢາກໃຫ້ທ່ານ ໂອບາມາ ໃຫ້ບູລິມະສິດຕໍ່ໂຄງການລິເລີ້ມດ້ານສັນຕິ ພາບ ຢູ່ໃນອັຟການິສຖານ ແລະລົງທຶນເຂົ້າໃນໂຄງລ່າງພື້ນຖານໄລຍະຍາວ ແລະຕອບ ສະໜອງຕໍ່ຄວາມຕ້ອງການທາງດ້ານຄວາມໝັ້ນຄົງຂອງຊາດ ໃນປະເທດຂອງພວກເຂົາເຈົ້າ.

ເບິ່ງວີດິໂອພິທີສາບານຕົວຂອງປະທານາທິບໍດີໂອບາມາ:

Obama Sworn In for Second Term as President
please wait

No media source currently available

0:00 0:03:17 0:00
ລິງໂດຍກົງ


ຜູ້ນໍາອາຟຣິກາທ່ານນຶ່ງ ກໍຄືທ່ານ Erastus Mwencha ຮອງປະສະ ຫະພາບອາຟຣິກາ ເວົ້າວ່າ ທະວີບອາຟຣິກາບໍ່ໄດ້ຊອກຫາ “ສິ່ງທີ່ິພິ ເສດ ພິໂສອັນໃດ” ໃນໄລຍະສີ່ປີທີ່ທ່ານ ໂອບາມາເຂົ້າດໍາລົງຕໍາແໜ່ງ ຕື່ມນີ້ ແຕ່ຢາກໃຫ້ມີການເຕີບໂຕທາງເສດຖະກິດຄັ້ງໄໝ່.


ປະມວນພາບບັນຍາກາດຂອງພິທີສາບານຕົວຂອງ ປ. ໂອບາມາ:
XS
SM
MD
LG