ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຕິກິລິຍາ ຂອງໂລກ ຕໍ່ຄຳເວົ້າ ທີ່ບໍ່ສຸພາບ ຂອງ ປ. ທຣໍາ ກ່ຽວກັບ ຄົນເຂົ້າເມືອງ


ປ. ດໍໂນລ ທຣໍາ ທີ່ກອງປະຊຸມນັກຂ່າວ ຢູ່ທຳນຽບຂາວ ວັນທີ 10 ມັງກອນ 2018.
ປ. ດໍໂນລ ທຣໍາ ທີ່ກອງປະຊຸມນັກຂ່າວ ຢູ່ທຳນຽບຂາວ ວັນທີ 10 ມັງກອນ 2018.

ຄຳ​ເວົ້າ​ທີ່ບໍ່ສຸພາບຂອງ​ປະທານາທິບໍດີ ດໍໂນລ ​ທຣໍາ ​ຕໍ່​ບັນດາ​ສະມາຊິກລັດຖະສະພາ​
ສະຫະລັດ ທີ່ໄດ້ອ​ະທິບາຍກ່ຽວກັບການຄັດຄ້ານຂອງທ່ານຕໍ່ພວກຄົນ​ເຂົ້​າ​ເມືອງ​ຊາວ
​ເຮ​ຕີ ​ແລະ​ອາ​ຟຣິການັ້ນ ​ໄດ້​ກາຍ​ເປັ​ນ​ເລື້ອງ​ໃຫຍ່ ​ແລະພາໃຫ້ມີການ​ປະນາມທັງຢູ່ໃນ
​ແລະ​ຕ່າງປະ​ເທດ.

​ໂຄສົກສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ທ່ານຣູ​ເປີດ ຄອລ​ວີລ ຮ້ອງ​ການ ໃຫ້ຄຳ
ເຫັນນີ້​ວ່າ ເປັນການແບ່ງແຍກທາງ​ຜິວພັນ. ທ່ານກ່າວຕື່ມວ່າ “​ມັນເປັນ ການ​ເປີດ​ປະ
ຕູກວ້າງ​ອອກໃຫ້​ແກ່ຄວາມ​ບໍ່​ດີໃນອີກ​ຂ້າງ​ນຶ່ງ​ຂອງ​ມະນຸດ ກ່ຽວ​ກັບ​ການ​ຮັບ​ຮູ້ ​ແລະ​ຊຸກຍູ້ໃຫ້ມີການແບ່ງແຍກ​ທາງດ້ານ​ຜິວ​ພັນ ​ແລະຄວາມ​ຍ້ານກົວ​ຊາວ​ຕ່າງປະເທດ ທີ່​
ຈະ​ມີ​ໂອກາດ​ລົບ​ກວນ ​ແລະ​ທຳລາຍຊີ​ວິດ​ການ​ເປັນ​ຢູ່​ຂອງ ຫລາຍໆ​ຄົນ.”

ປະທານາທິບໍດີ​ທຣໍາ ​ມີ​ລາຍ​ງານ​ ​ໄດ້​ກ່າວ​ວ່າ ​ພວກ​ຄົນ​ເຂົ້າ​ເມືອງ​ຈາກ​ອາຟຣິກາ ມາ​
ຈາກ “​ປະ​ເທດຮູ ຂ” ຊຶ່ງເປັນຄຳ​ເວົ້າ ​ທີ່​ສະມາຊິກ​ສະພາ​ສູງ​ພັກ​ເດ​ໂມ​ແຄຣັດ ທ່ານຣິ
ເຈີດ ​ເດີ​ບິນ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ທ່ານ​ທຣໍາ​ໄດ້​ໃຊ້ຄຳ​ເວົ້າ​ນີ້ ລະຫວ່າງ​ການ​ປະຊຸມ
​ກ່ຽວ​ກັບ​ຄົນ​ເຂົ້າ​ເມືອງ.

​ໃນ​ວັນ​ສຸກ​ວານ​ນີ້ ​ສຳນັກງານຂອງສະຫະພາບ​ອາ​ຟຣິກາ ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ
​ໄດ້​ອອກ​ຖະ​ແຫລ​ງການສະ​ແດງ “ຄວາມ​ໂກດ​ແຄ້ນ ຜິດ​ຫວັງ ​ແລະ​ບໍ່ພໍ​ໃຈ​ກ່ຽວກັບຄຳ​
ເວົ້າ ​ທີ່ບໍ່ເປັນຈັ່ງ​ໂຊກດັ່ງກ່າວ​” ​ເຮັດ​ໂດຍ​ທ່ານ​ທຣໍາ.

Trump Under Fire From Countries He Reportedly Deemed 'S---holes'
please wait

No media source currently available

0:00 0:01:52 0:00

ກຸ່​ມດັ່ງກ່າວເວົ້າວ່າ “ສຳນັກງານຜູ້ຕາງໜ້າຂອງສະຫະພາບອາ​ຟຣິກາ​ປະນາມ ດ້ວຍ​
ຄຳ​ເວົ້າ​ທີ່ແຮງສຸດ ຕໍ່ການໃຫ້ຄວາມເຫັນດັ່ງກ່າວ ​ແລະຮຽກຮ້ອງ​ໃຫ້ຖອນຄຳ​ເວົ້ານີ້
ຄືນ ​ພ້ອມ​ດ້ວຍການຂໍຂະມາ​ໂທດ ​ບໍ່​ພຽງ​ແຕ່​ຊາວອາຟຣິກາເທົ່ານັັ້ນ ​ແຕ່​ຕໍ່ພວກທີ່ມີ
ເຊື້ອສາຍອາ​ຟຣິກາ ​ຢູ່ໃນ​ທົ່ວ​ໂລກທັງມວນດ້ວຍ.”

ພາບບັນທຶກ ເວລານັ້ນ ທ່ານຈອນ ຟີເລ ເປັນຮອງເອກອັກຄະລັດຖະທູດ ສະຫະລັດ ປະຈຳປະເທດເມັກຊິໂກ ວັນທີ 8, 2010.
ພາບບັນທຶກ ເວລານັ້ນ ທ່ານຈອນ ຟີເລ ເປັນຮອງເອກອັກຄະລັດຖະທູດ ສະຫະລັດ ປະຈຳປະເທດເມັກຊິໂກ ວັນທີ 8, 2010.

ຄະນະປະຕິບັດງານ ຂອງອາຟຣິກາ​ ກ່າວ​ວ່າ ມີ “​ຄວາມ​ຈຳເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້
ເປີດການໂອ້ລົມ ​ລະຫວ່າງ ລັດຖະບານສະຫະລັດ ​ແລະ​ບັນດາ​ປະ​ເທດ​ໃນອາ​ຟຣິກາ” ​ເພື່ອແກ້ໄຂ ກ່ຽວກັບຄວາມບໍ່ເຂົ້າໃຈຢ່າງໃຫຍ່ ຂອງລັດຖະບານ​ຊຸດປັດຈຸບັນ ​ຕໍ່​ທະວີບ
ອາ​ຟຣິກາ ​ແລະ ປະຊາຊົນ​ຂອງ​ທະວີບດັ່ງກ່າວ.”

ພາບບັນທຶກ ທ່ານນາງເມຍ ລອຟ ສະມາຊິກສະພາຕໍ່າພັກຣີພັບບລິກກັນ ຈາກລັດຢູທາ ກ່າວຢູ່ສະພາສູງ ລັດຢູທາ.
ພາບບັນທຶກ ທ່ານນາງເມຍ ລອຟ ສະມາຊິກສະພາຕໍ່າພັກຣີພັບບລິກກັນ ຈາກລັດຢູທາ ກ່າວຢູ່ສະພາສູງ ລັດຢູທາ.

ພັກສະພາ​ແຫ່ງຊາດອາ​ຟຣິກາ​ ຊຶ່ງເປັນພັກລັດຖະບານຂອງ​ອາ​ຟຣິກາ​ໃຕ້ ​ກ່າວວ່າ ການ
ໃຫ້ຄວາມເຫັນຂອງ​ປະທານາທິບໍດີ​ທຣໍາ ​ເປັນ “ເລື້ອງ​ດູ​ໝິ່ນ​ທີ່​ສຸດ.”

ພາບບັນທຶກ ທ່ານນາງ ອີລຮານ ໂອມາ ສະມາຊິກສະພາຕໍ່າ ໂອ້ລົມກັບສະມາຊິກສະພາຄົນອື່ນ.
ພາບບັນທຶກ ທ່ານນາງ ອີລຮານ ໂອມາ ສະມາຊິກສະພາຕໍ່າ ໂອ້ລົມກັບສະມາຊິກສະພາຄົນອື່ນ.

ທ່ານຣາອູ​ນ ​ເພັກ ຜູ້ອຳນວຍການທີ່​ເກີດ​ຢູ່​ເຮ​ຕີ ​ແລະ​ອະ​ດີດ​ລັດຖະມົນຕີ​ວັດທະນະທໍາ
​ເຮ​ຕີ ກ່າວ​ວ່າ ທ່ານ “ຕື່ນ​ຕົກ​ໃຈ ບໍ່​ໜ້າ​ເຊື່ອແລະ​ໂກດ​ແຄ້ນ” ຈາກການ ໃຫ້ຄວາມເຫັນ
ຂອງ​ປະທານາທິບໍດີ​ທຣໍາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG