ລັດຖະບານຂອງປະເທດຕ່າງໆ ພວມຮຽກຮ້ອງໃຫ້ສະຫະລັດ ແລະອີຣ່ານ ເອົາບາດກ້າວ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງລົງ ຫຼັງຈາກໄດ້ມີການໂຈມຕີຕໍ່ຜົນປະ
ໂຫຍດຂອງກັນແລະກັນເປັນລຳດັບມາຢູ່ໃນປະເທດອີຣັກ.
ປະທານກຳມາທິການຢູໂຣບ ທ່ານເອີຊູລາ ວອນ ເດີ ເລເຢັນ (Ursula von der Leyen) ກ່າວວ່າ “ວິກິການໃນປັດຈຸບັນມີຜົນກະທົບຢ່າງເລິກເຊິ່ງ ບໍ່ພຽງແຕ່ຕໍ່ຂົງເຂດເທົ່ານັ້ນ ແຕ່ຕໍ່ພວກເຮົາທັງໝົດ ແລະການນຳໃຊ້ອາວຸດ ຕ້ອງຢຸດເຊົາດຽວນີ້ ເພື່ອໃຫ້ພື້ນທີ່ສຳລັບການເຈລະຈາກັນ. ພວກເຮົາທັງໝົດຕ່າງກໍພາກັນຮຽກຮ້ອງ ໃຫ້ເຮັດທຸກຢ່າງເທົ່າທີ່ເປັນໄປໄດ້ ເພື່ອລິເລີ້ມຄືນ ການເຈລະຈາ ແລະຈະບໍ່ເປັນທີ່ພຽງພໍກ່ຽວກັບເລື້ອງດັ່ງກ່າວນີ້.”
ລັດຖະມົນຕີການຕ່າງປະເທດອັງກິດ ທ່ານໂດມິນິກ ແຣບ ໃນວັນພຸດມີ້ນີ້ ໄດ້ປະນາມການຍິງລູກສອນໄຟຂອງອີຣ່ານໂຈມຕີ ຖານທັບອາກາດສອງແຫ່ງໃນອີຣັກ ບ່ອນທີ່ທະຫານສະຫະລັດແລະກຳລັງປະສົມປະຈຳການຢູ່ນັ້ນ ຮວມທັງທະຫານອັງກິດນຳດ້ວຍ.
ທ່ານແຣບ ກ່າວວ່າ “ພວກເຮົາຂໍຮຽກຮ້ອງໃຫ້ອີຣ່ານທຳການໂຈມຕີແບບບໍ່ໄຕ່ຕອງຮອບຄອບແລະເປັນອັນຕະລາຍເຫຼົ່ານີ້ຄືນອີກແລະຄວນຈະດຳເນີນການຫລຸດຜ່ອນຄວາມເຄັ່ງຕຶງແບບຮີບດ່ວນນຳດ້ວຍ.”
ທ່ານກ່າວຕື່ມວ່າ ສົງຄາມຢູ່ໃນຂົງເຂດ ມີແຕ່ຈະຊ່ວຍກຸ່ມລັດອິສລາມ ຊຶ່ງເປັນກຸ່ມຫົວຮຸນແຮງທີ່ເປັນຈຸດສຳຄັນທີ່ເຮັດກຳລັງປະສົມຕ້ອງໄປປະຕິບັດງານຢູ່ໃນປະເທດອີຣັກ.
ຢູ່ຈີນ ໂຄສົກກະຊວງການຕ່າງປະເທດ ເກັງ ຊວງ ກ່າວວ່າ ພັກຝ່າຍທີ່ມີສ່ວນພົວພັນ ຄວນໃຊ້ຄວາມຢັບຢັ້ງ ແລະຈີນຂໍຮຽກຮ້ອງໃຫ້ເປີດການຫາລື ແລະເອົາບາດກ້າວໃນທາງສັນຕິອື່ນໆເພື່ອຮັກສາໄວ້ຊຶ່ງສັນຕິພາບແລະສະຖຽນລະພາບຢູ່ໃນຂົງເຂດ.
ສ່ວນຫົວໜ້າໂຄສົກຂອງລັດຖະບານຍີ່ປຸ່ນ ທ່ານໂຢຊິຫິເດະ ຊູກະ ໄດ້ສະແດງຄວາມເປັນຫ່ວງກ່ຽວກັບສະຖານະການໃນພາກຕາເວັນອອກກາງແລະຮຽກຮ້ອງໃຫ້ທຸກປະເທດທີ່ມີສ່ວນພົວພັນ ໃຊ້ທຸກຄວາມພະຍາຍາມທາງດ້ານການທູດທີ່ພວກເຂົາເຈົ້າສາມາດ ເພື່ອປັບປຸງຄວາມສຳພັນໃຫ້ດີຂຶ້ນ.
ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາຣັບເອເມີເຣັສ ທ່ານອານວາກາກາສ ໄດ້ຂຽນລົງໃນທວີດເຕີ້ວ່າ ມັນເປັນສິ່ງຈຳເປັນສຳລັບຂົງເຂດທີ່ຈະຖອຍກັບຄືນ ຈາກອັນທີ່ທ່ານເອີ້ນວ່າ “ຄວາມເຄັ່ງຕຶງທີ່ເປັນບັນຫາໃນເວລານີ້.”
ທ່ານຂຽນວ່າ “ການຫລຸດຜ່ອນີຄວາມເຄັ່ງຕຶງ ແມ່ນທັງສະຫຼາດ ແລະ ຈຳເປັນ.ເສັ້ນທາງການເມືອງໄປສູ່ສະຖຽນລະພາບຕ້ອງໄດ້ເດີນຕາມ.”