ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທົ່ວໂລກ ພາກັນສະຫຼອງ ວັນອິດສະຫຼະພາບ ຂ່າວສານ


ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສະຫະລັດ
ທ່ານ John Kerry ລັດຖະມົນຕີການຕ່າງປະເທດ ສະຫະລັດ
ວັນສຸກວານນີ້ ແມ່ນເປັນຂີດໝາຍ ວັນອິດສະຫຼະພາບດ້ານການ
ຂ່າວຂອງໂລກ ຊຶ່ງເປັນພິທີປະຈຳປີທີ່ກຳນົດໂດຍອົງການສະຫະ ປະຊາຊາດເພື່ອໃຫ້ການສະໜັບສະໜຸນຕໍ່ສິດເສລີພາບໃນການ
ສະແດງອອກຄວາມຄິດຄວາມເຫັນ.

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ John Kerry ໃຊ້
ໂອກາດດັ່ງກ່າວ ຮຽກຮ້ອງໃຫ້ລັດຖະບານຂອງປະເທດຕ່າງໆຢູ່ ໃນທົ່ວໂລກຈົ່ງໃຫ້ການສະ ໜັບສະໜຸນຕໍ່ບັນຍາກາດທີ່ພວກນັກ ຂ່າວສາມາດເຮັດໜ້າທີ່ໄດ້ ຢ່າງເສລີ ເປັນອິດສະຫຼະ ແລະປາດສະຈາກຄວາມຢ້ານກົວໃດໆ. ໃນຖະແຫຼງການຂອງທ່ານທີ່ອອກ ໃນວັນສຸກວານ
ນີ້ ທ່ານ Kerry ຮຽກຮ້ອງໃຫ້ປ່ອຍພວກນັກຂ່າວທີ່ຖືກຈັບທັງໝົດ ບໍ່ວ່າຢູ່ບ່ອນໃດກໍຕາມ.

ທ່ານ Kerry ເວົ້າວ່າ ຢູ່ໃນຫລາຍໆປະເທດ ພວກທີ່ພະຍາຍາມຈະຊົມໃຊ້ສິດເສລີພາບ ໃນ ການສະແດງອອກ ຊຶ່ງຄວາມຄິດຄວາມເຫັນຂອງພວກເຂົາເຈົ້ານັ້ນ ປະເຊີນກັບອັນທີ່ທ່ານ ເອີ້ນວ່າ ການກົດຂີ່ ແລະຮາວີລົບກວນ ຈາກການຟ້ອງຮ້ອງ ການຈັບກຸມຄຸມຂັງ ແລະການ ສັງຫານ.

ໃນຕົ້ນອາທິດນີ້ ອົງການ Freedom House ກໍລາຍງານວ່າ ສິດເສລີພາບ ໃນດ້ານຂ່າວ ສານຂອງໂລກກຳລັງເຊື່ອມຖອຍ ໂດຍເວົ້າວ່າມີແຕ່ນຶ່ງໃນທຸກໆ 6 ຄົນໃດຢູ່ໃນທົ່ວໂລກທໍ່ ນັ້ນທີ່ສາມາດໄດ້ຊົມໃຊ້ເສລີພາບໃນດ້ານການຂ່າວໃນປີກາຍນີ້. ລາຍງານເວົ້າວ່າ ອັດຕາ ສ່ວນຮ້ອຍຂອງພວກຊົມໃຊ້ໄດ້ຫຼຸດລົງສູ່ລະດັບຕໍ່າ ສຸດໃນຮອບນຶ່ງທົດສະວັດກວ່າໆ ທັງນີ້ ກໍຍ້ອນການກົດຂີ່ໂດຍອຳນາດການປົກຄອງຜະເດັດການ ບັນຫາທ້າທາຍທາງເສດຖະກິດ ແລະໄພຂົ່ມຂູ່ຈາກພວກຫົວຮຸນແຮງອິສລາມ.

ຢູ່ໃນ 64 ປະເທດ ອົງການ Freedom House ລະບຸວ່າ ບໍ່ມີສິດເສລີພາບສຳລັບສື່ມວນ ຊົນ ຮວມທັງຈີນ ຄິວບາ ອີຣ່ານ ເກົາຫຼີເໜືອ ແລະຊີເຣຍ. ສ່ວນມຽນມາ ອີຈິບ ເອຣີເທຣຍ ຣັດເຊຍ ປາກິສຖານ ແລະເວເນຊູເອລາ ກໍຖືກລະບຸວ່າ ຮວມຢູ່ໃນບັນດາປະເທດ ທີ່ລ່ວງ ລະເມີດຮ້າຍແຮງທີ່ສຸດ.
XS
SM
MD
LG