ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໃນວັນ ​ອິດສະຫຼະພາບ ​ດ້ານ​ການ​ຂ່າວ​ ຂອງ​ໂລກ ​ກຸ່ມຕ່າງໆ ໄດ້ເນັ້ນ ເຖິງການຂົ່ມຂູ່ ໃນ ສະຫະລັດ


ສະມາຊິກສະຫະພັນນັກຂ່າວເທີກີ ຄົນນຶ່ງ (TGS) ຖືປ້າຍອ່ານ ວ່າ "ພໍແລ້ວ" ລະຫວ່າງການປະທ້ວງ ໃນໂອກາດລະ​ນຶກ​ເຖິງ​ວັນ​ອິດສະຫຼະພາບ ​ດ້ານ​ການ​ຂ່າວ​ຂອງ​ໂລກ ທີ 3 ພຶດສະພາ 2017.
ສະມາຊິກສະຫະພັນນັກຂ່າວເທີກີ ຄົນນຶ່ງ (TGS) ຖືປ້າຍອ່ານ ວ່າ "ພໍແລ້ວ" ລະຫວ່າງການປະທ້ວງ ໃນໂອກາດລະ​ນຶກ​ເຖິງ​ວັນ​ອິດສະຫຼະພາບ ​ດ້ານ​ການ​ຂ່າວ​ຂອງ​ໂລກ ທີ 3 ພຶດສະພາ 2017.

​ໃນ​ການລະ​ນຶກ​ເຖິງ​ວັນ​ອິດສະຫຼະພາບ​ດ້ານ​ການ​ຂ່າວ​ຂອງ​ໂລກ ​ໃນ​ວັນ​ພະຫັດ​ມື້​ນີ້ ​ອົງ
ການອິດສະຫຼະພາບດ້ານການຂ່າວ ​ໄດ້​ຮຽກ​ຮ້ອງ ​ໃຫ້ມີ​ການຫັນຄວາມສົນ ໃຈໄປໃສ່
ບັນຫາທ້າ​ທາຍ ​ທີ່​ພວກ​ນັກຂ່າວກຳລັງ​ປະ​ເຊີ​ນ ​ຢູ່​ໃນ​ສະຫະລັດ.

ລາຍງານອ້າງວ່່່າ ມີ​ການ​ຂົ່ມ​ຂູ່​ຈຳນວນນຶ່ງ ​ຕໍ່​ການ​ປະຕິບັດ​ງານ​ ຂອງ​ພວກ​ນັກ​ຂ່າວ
ຮວມ​ທັງການ​ດຳເນີນຄະດີຜູ້ເປີດເຜີຍການກະທຳຜິດ ການຈຳກັດຮັດແຄບໃນດ້ານ
ຂໍ້ມູນຂອງລັດຖະບານ ການປະນາມເພື່ອໃຫ້ຂາຍໜ້າ​ໂດຍພວກ​ນັກ​ການ​ເມືອງ ການ
​ໂຈມ​ຕີ​ທາງ​ຮ່າງກາຍ ​ແລະ ການ​ຈັບ​ກຸມ​ໂດຍພາລະການ.

ທ່ານ​ໂທ​ມັສ ຮິວສຈ໌ ຜູ້ອຳນວຍການ​ບໍລິຫານ ​ອົງການມາດຕາ 19 ກ່າວ​ວ່າ “ການຂົມ
ຂູ່ ​ທີ່ມີເພີ້​ມຂຶ້ນແບບໜ້າຕື່ນຕົກໃຈ ຕໍ່​ອິດສະຫຼະພາບດ້ານການ​ຂ່າວຢູ່​ໃນ​ສະຫະລັດ
ຫວ່າງ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານມາ​ນີ້ ​ຕ້ອງເປັນທີ່ທ້າທາຍ. ການ​ຂົ່ມຂູ່​ເຫຼົ້າ​ນີ້ບໍ່​ພຽງ​ແຕ່ເປັນ​ຜົນ
​ກະທົບ​ຕໍ່​ອິດສະຫຼະພາບ​ໃນການສະແດງ​ຄວາມຄິດເຫັນ ຢູ່​ໃນ​ສະຫະລັດເທົ່ານັ້ນ ​ແຕ່​ຍັງມີຜົນສະທ້ອນຢູ່ໃນ​ທົ່ວ​ໂລກນຳດ້ວຍ.”

ອົງການມາດຕາ 19 ໄດ້ຮ່ວມກັບ​ຄະນະ​ກຳມະການປ້ອງ​ກັນ​ພວກ​ນັກ​ຂ່າວອົງການອິດ
ສະຫຼະພາ​ບສາກົນ​ ໃນການ​ແລກປ່ຽນຄວາມຄິດເຫັນ ສະ​ຖາ​ບັນ​ການ ຂ່າວ​ສາກົນ ດັດ​
ຊະ​ນີກ່ຽວ​ກັບການ​ກວດກາຂ່າວ ​ແລະ​ບັນດາ​ນັກ​ຂ່າວທີ່​ບໍ່​ມີ​ພົມ​ແດນ ທີ່​ທຳການ​ສຳພາດ
​ພວກ​ນັກ​ຂ່າວ​ສະຫະລັດ.

ລາຍ​ງານ​ຂອງ​ເ​ຂົາ​ເຈົ້າ​ກ່າວ​ວ່າ ​ເຖິງ​ແມ່ນ​ມີ​ການ​ຂົ່ມຂູ່​ໃນ​ປັດຈຸບັນ ການປົກປ້ອງ​ ຢູ່ໃນ
ລັດຖະທໍາ​ມະນູນສະຫະລັດ ​ເຮັດ​ໃຫ້​ສື່​ມວນ​ຊົນ ​ຢູ່​ໃນ​ສະຫະລັດ ຮວມ​ຢູ່​ໃນ​ບັນດາອົງ
ການຂ່າວທີ່ອິດສະຫຼະເສລີ​ທີ່​ສຸດ​ໃນ​ໂລກ. ​ແຕ່​ໃນຂະນະດຽວກັນ ລາຍງານກໍໃຫ້​ຂໍ້​ສັງ​
ເກດວ່າ​ ໃນບາງຄັ້ງຄຳຖະ​ແຫຼ​ງຂອງປະທານ​າທິບໍດີ​ດໍ​ໂນ​ລ ທຣໍາ ທີ່ໜ້າສັງເກດທີ່ສຸດ
ກໍຄື ການ​ປະ​ຕິ​ເສດ​ຂອງທ່ານ ຕໍ່​ອັນ​ທີ່ຮ້ອງ​ວ່າ “ຂ່າວ​ຂີ້​ຕົວະ” ຊຶ່ງໄດ້ສະທ້ອນກັບ​ໂດຍ​
ບັນດາ​ຜູ້ນຳ​ຢູ່​ໃນ​ປະ​ເທດອື່ນໆ ຮວມທັງປະທານາທິບໍດີ ເວ​ເນຊູ​ເອລາ ທ່ານ​ນິໂກ​ລັສ
ມາ​ດູ​ໂຣ ປະທານາທິບໍດີ​ຊີ​ເຣຍທ່ານບາ​ຊາ ອາລ-ອາສຊາດ ​ແລະ​ຜູ້ນຳ​ທີ່​ແທ້​ຈິງ​ຂອງ
ມຽນມາ ທ່ານ​ນາງ​ອອງ ຊານ ຊູ​ຈີ.

Rights Groups Highlight New Threats on World Press Freedom Day
please wait

No media source currently available

0:00 0:02:56 0:00

ທ່ານ​ນາງ​ໂຈ​ດີ ກິນສ​ເບີກ ຫົວໜ້າ​ອົງການ​ດັດ​ຊະ​ນີໃນການກວດກາຂ່າວ ກ່າວ​ວ່າ
“ຄວາມ​ກົດ​ດັນ​ທີ່​ພວກ​ນັກ​ຂ່າວ​ກຳລັງປະ​ເຊີນ​ໜ້າຢູ່​ໃນ​ສະຫະລັດ ແມ່ນໄດ້ ສະ​ທ້ອນ​
ໃຫ້ເຫັນ​ບັນຍາກາດ ​ທີ່​ເປັນ​ພິດ​ສຳລັບພວກ​ນັກ​ຂ່າວທີ່​ກຳລັງຖືກ​ໂຈມ​ຕີ​ໂດຍ​ບັນດາ​ຜູ້
ນຳ​ໃນທົ່ວໂລກ. ​ຄວາມເປັນປໍລະປັກຕໍ່ວົງການ​ຂ່າວກຳລັງບ່ອນ​ທຳ ລາຍ​ຕໍ່ສິດທິ​ຂອງ
ປະຊາຊົນ​ຕໍ່ການໄດ້ຮັບ​ຂໍ້​ມູນ.”

ແມ່ຍິງຄົນນຶ່ງຖືປ້າຍລະຫວ່າງການຊຸມນຸມລະນຶກເຖິງ ວັນອິດສະຫຼະພາບດ້ານການຂ່າວຂອງໂລກ ໃນນະຄອນກາຣາກັສ ປະເທເວເນຊູເອລາ ວັນທີ 3, 2016.
ແມ່ຍິງຄົນນຶ່ງຖືປ້າຍລະຫວ່າງການຊຸມນຸມລະນຶກເຖິງ ວັນອິດສະຫຼະພາບດ້ານການຂ່າວຂອງໂລກ ໃນນະຄອນກາຣາກັສ ປະເທເວເນຊູເອລາ ວັນທີ 3, 2016.

ລາຍ​ງານ​ໃຫ້​ຂໍ້​ສັງ​ເກດ ການດຳເນີນຄະດີ ພວກເປີດເຜີຍການກະທຳຜິດ ທີ່​ໄດ້​ເລີ້ມ
ເກີດ​ຂຶ້ນ ​ພາຍ​ໃຕ້​ລັດຖະບານຂອງອະດີດປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ແລະ​ສ​ະ
​ແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ທ່າທີ​ຂອງ​ລັດຖະບານ​ປະທານາທິບໍດີ​ທຣໍາ ຕໍ່​ບັນດາ​
ນັກ​ຂ່າວ ກ່ຽວກັບ​ຄວາມສາມາດ ໃນການປົກ​ປ້ອງແຫຼ່ງຂ່າວຂອງ​ພວກ ເຂົາ​ເຈົ້າ.
ນອກ​ນັ້ນລາຍງານ​ຍັງ​ກ່າວ​ວ່າ ​ທ່ານ​ທຣໍາມີ​ຄວາມ​ຜິດ​ ໃນ​ການໃຊ້ຄຳ ເວົ້າ​ໂຈມ​ຕີຕໍ່​
ສື່​ມວນ​ຊົນ ໂດຍກ່າວ​ວ່າ ​ສິ່ງເຫຼົ່ານັ້ນ ​ໄດ້​ຊ່ວຍ​ຊັກ​ຊວນ​ໃຫ້ນັກ​ການ​ເມືອງ​ຄົນອື່ນໆ
ເຮັດຄື​ກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG