ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

​ການ​ສະ​ຫຼອງ ວັນ​ອິດ​ສະ​ຫຼະ​ພາບ ດ້ານ​ການ​ຂ່າວ ມີ​ຂຶ້ນດ້ວຍ​ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ທີ່​ຈະ​ປົກ​ປ້ອງ​ນັກ​ຂ່າວ


ຜູ້​ອຳ​ນວຍ​ການ ດ້ານການ​ປະ​ຕິ​ບັດ​ງານ​ແລະ​ປຸກ​ລະ​ດົມ ທ່ານ​ນາງ​ເຣ​ເບັກ​ກາ ແວັງ​ຊັງ ເຍີງ​ແຜນ​ທີ່​ດັດ​ຊະ​ນີ ອິດ​ສະ​ຫຼະ​ພາບ​ດ້ານ​ການ​ຂ່າວ ປີ 2022 ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ ຂອງ​ອົງ​ການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ທີ່​ນະ​ຄອນ​ລອນດອນ ປະ​ເທດ​ອັງ​ກິດ ເມື່ອ​ວັນ​ທີ 3 ພຶດ​ສະ​ພາ 2022.
ຜູ້​ອຳ​ນວຍ​ການ ດ້ານການ​ປະ​ຕິ​ບັດ​ງານ​ແລະ​ປຸກ​ລະ​ດົມ ທ່ານ​ນາງ​ເຣ​ເບັກ​ກາ ແວັງ​ຊັງ ເຍີງ​ແຜນ​ທີ່​ດັດ​ຊະ​ນີ ອິດ​ສະ​ຫຼະ​ພາບ​ດ້ານ​ການ​ຂ່າວ ປີ 2022 ໃນ​ລະ​ຫວ່າງ​ການ​ຖະ​ແຫຼງ​ຂ່າວ ຂອງ​ອົງ​ການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ທີ່​ນະ​ຄອນ​ລອນດອນ ປະ​ເທດ​ອັງ​ກິດ ເມື່ອ​ວັນ​ທີ 3 ພຶດ​ສະ​ພາ 2022.

ໃນ​ຂະ​ນະ​ທີ່​ທົ່ວ​ໂລກ​ສະ​ຫຼອງວັນ​ອິດ​ສະ​ຫຼະ​ພາບ​ດ້ານ​ຂ່າວ​ສານ​ໃນ​ວັນ​ທີ 3 ພຶ​ດ​ສະ​ພາ​ຢູ່ນັ້ນ ພວກ​ຜູ້​ນຳ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ຄຸ້ມ​ຄອງ​ພວກ​ນັກ​ຂ່າວ ຜູ້​ທີ່​ໄດ້​ປະ​ເຊີນ​ກັບ​ການ​ຂົ່ມ​ຂູ່​ເພີ້ມ​ຂຶ້ນ​ນັບ​ມື້ ຢູ່​ໃນ​ທົ່ວ​ໂລກ.

ເນື້ອ​ໄນ​ຂອງ​ປີນີ້ “ວົງ​ການ​ຂ່າວ​ຖືກ​ປິດ​ລ້ອມ​ດ້ວຍ​ດີ​ຈີ​ຕອ​ລ” ຊຶ່ງ​ໄດ້​ເນັ້ນ​ໜັກ​ໃຫ້​ເຫັນ​ເຖິງວິ​ທີ​ທາງ​ທີ່​ພວກ​ນັກ​ຂ່າວ ​ຖືກ​ໂຈມ​ດ້ວຍ​ການ​ຕິດ​ຕາມ​ສອດ​ແນມ ​ແລະ​ເຄື່ອງ​ມື​ທາງ​ດີ​ຈີ​ຕອ​ລ​ຕ່າງໆ.”

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ກິວ​ເຕ​ເຣັ​ສ ກ່າວ​ວ່າ ໄພ​ຂົ່ມ​ຂູ່​ຕໍ່​ພວກ​ນັກ​ຂ່າວ​ແລະ​ພວກ​ພະ​ນັກ​ງານ​ຂອງ​ສື່ມວນ​ຊົນ “ພວມ​ເພີ້ມ​ຂຶ້ນ​ນັບ​ມື້.”

ທ່ານ​ກິວ​ເຕ​ເຣັ​ສ ກ່າວ​ຢູ່​ໃນ​ການ​ສົ່ງ​ສານ​ທາງວີ​ດີ​ໂອ ໂດຍ​ເວົ້າ​ວ່າ “ນັບ​ແຕ່​ດ້ານ​ສຸ​ຂະ​ອະ​ນາ​ໄມ​ຂອງ​ໂລກ ຕະ​ຫຼອດ​ຈົນ​ວິ​ກິດ​ການ​ເລື້ອງ​ດິນ​ຟ້າ​ອາ​ກາດ ການ​ສໍ້​ລາດ​ບັງ​ຫຼວງ​ແລະ​ການ​ລະ​ເມີດ​ສິດ​ທິ​ມະ​ນຸດ ເຂົາ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ກົດ​ດັນ​ທາງ​ດ້ານ​ການ​ເມືອງ​ເພີ້ມ​ຂຶ້ນ​ຕໍ່​ວຽກ​ການ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ການ​ພະ​ຍາ​ຍາມ​ເພື່ອ​ປິດ​ປາກ​ປິດ​ສຽງ​ຂອງ​ພວກ​ເຂົາ​ເຈົ້າ ຈາກ​ຫຼາຍໆ​ຝ່າຍ.”

ໃນ​ດັດ​ຊະ​ນີ​ອິດ​ສະ​ຫຼະ​ພາບ​ດ້ານ​ການ​ຂ່າວ​ປີ 2022 ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ອັງ​ຄານ​ວານນີ້ ອົງ​ການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ຫຼື RSF ​ທີ່​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ນະ​ຄອນ​ຫຼວງ​ປາ​ຣີ ກ່າວ​ວ່າ ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ໄດ້​ມີ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ເຜີຍ​ແຜ່​ຂ່າວ​ປອມ ແລະ​ການ​ໂຄ​ສະ​ນາ​ຊວນ​ເຊື່ອ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ​ກ່າວ​ວ່າ ໂລກ​ຂອງ​ເຮົາ​ແມ່ນ​ໄດ້ດຳ​ລົງຊີ​ວິດ​ຢູ່​ທ່າມ​ກາງ “ຍຸກ​ສະ​ໄໝ​ທີ່​ເຕັມ​ໄປ​ດ້ວຍ​ໄພ​ອັນ​ຕະ​ລາຍ​ຕໍ່​ອິດ​ສະ​ຫຼະ​ພາບ​ດ້ານ​ການ​ຂ່າວ” ຊຶ່ງ​ໝາຍ​ເຖິງ​ພວກ​ນັກ​ຂ່າວ​ທີ່​ເສຍ​ຊີ​ວີດ​ແລະ​ບາດ​ເຈັບ​ໃນ​ສົງ​ຄາມ​ທີ່​ຣັດ​ເຊ​ຍ​ໄດ້​ບຸກ​ລຸກ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ຕະ​ຫຼອດ​ທັງ​ການ​ຄວບ​ຄຸມ​ຂອງ​ມົ​ສ​ກູ​ສື່ມວນ​ຊົນ​ ພາຍ​ໃນ​ປະ​ເທດ​ຢ່າງ​ຄົບ​ຖ້ວນນັ້ນ.

ທ່ານ​ໄບ​ເດັນ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ທີ່​ອອກ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ພວກ​ນັກ​ຂ່າວ​ທີ່​ເອົາ​ຂ່າວ​ສົງ​ຄາມ ເປີດ​ເຜີຍ​ການ​ສໍ້​ລາດ​ບັງ​ຫຼວງ ບັນ​ທຶກ​ຄວາມ​ເສຍ​ຫາຍ​ຕໍ່​ສະ​ພາບ​ແວດ​ລ້ອມ ຊ່ວຍ​ເຫຼືອ​ພວກ​ຄົນ​ທຸກ ເປັນ​ຕົວ​ຕັ້ງ​ຕົວ​ຕີ​ເຫັນ​ແກ່​ຊຸມ​ຊົນ ແລະ​ໃຫ້​ພວກ​ທີ່​ມີ​ອິດ​ທິ​ພົນ​ເປັນ​ຜູ້​ຮັບ​ຜິດ​ຊອບ. ແລະ​ຍ້ອນ​ເຫດ​ຜົນ​ອັນ​ນີ້ ມັກ​ເກີດ​ຂຶ້ນ​ຢູ່​ເລື້ອຍໆ ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຂ້າ​ຕາຍ ຈັບ​ເຂົ້າ​ຄຸກ ຂົ່ມ​ຂືນ​ສຳ​ເລົາ ຂົ່ມ​ຂູ່​ແລະ​ຮາ​ວີ​ລົບ​ກວນ. ພວກ​ນັກ​ຂ່າ​ວ​ແມ່​ຍິງ ນານ​ມາ​ແລ້ວ​ແມ່ນ​ຜູ້​ຄົນ​ກຸ່ມ​ນ້ອຍ​ຢູ່​ໃນ​ຫ້ອ​ງ​ຂ່າວ ໄດ້​ຕົກ​ເປັນ​ເປົ້າ​ຢ່າງ​ບໍ່​ສົມ​ສ່ວນ ທັງ​ຢູ່​ໃນ​ແລະ​ນອກ​ໂມງ​ການ ຢູ່​ໃນ​ການ​ໂຈມ​ຕີ​ເຫຼົ່າ​ນີ້.”

ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ​ກ່າວ​ວ່າ ໂລກ​ຂອງ​ເຮົາ ຄວນ​ດຳ​ເນີນ​ການ “ຮ່ວມ​ກັນ​ຫຼາຍ​ຂຶ້ນ ເພື່ອ​ໃຫ້​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ອົງ​ການ​ຂ່າວ​ອິດ​ສະ​ຫຼະ​ແບບ​ຍືນ​ຍົງ ແລະ​ໃຫ້​ພວກ​ທີ່​ຢາກ​ປິດ​ປາກ​ປິດ​ສຽງ​ເຂົາ​ເຈົ້າ​ເປັນ​ຜູ້​ຮັບ​ຜິດ​ຊອບ ດ້ວຍ​ລະ​ບຽບ​ການ​ຄຸ້ມ​ຄອ​ງ​ທີ່​ໂປ່ງ​ໃສ ໄວ້​ໃຈ​ໄດ້ ແລະ​ຕອບ​ສະ​ໜອງ​ທີ່​ດີ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG