ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

6 ປະເທດ ມະຫາອຳນາດ ເຫັນດີ ໃຫ້ເປີດ ເຈລະຈາ ກັບອິຣ່ານອີກ


ແຜນທີ່ກ່ຽວກັບສະຖານທີ່ນິວເຄລຍຂອງອີຣ່ານ
ແຜນທີ່ກ່ຽວກັບສະຖານທີ່ນິວເຄລຍຂອງອີຣ່ານ
ຫົກປະເທດມະຫາອໍານາດຂອງໂລກ ໄດ້ເຫັນພ້ອມນຳກັນທີ່
ຈະທຳການເຈລະຈາຄືນໃໝ່ ກ່ຽວກັບໂຄງການນີວເຄຼຍຂອງ
ອິຣ່ານ ທີ່ມີການຖົກຖຽງກັນນັ້ນ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້
ຊຶ່ງເປັນການສະທ້ອນໃຫ້ເຫັນເຖິງຄວາມຮູ້ສຶກອັນຮີບດ່ວນເພື່ອ
ຫາທາງແກ້ໄຂບັນຫາກິດຈະກໍານີວເຄຼຍຂອງອິຣ່ານ ທີ່ເປັນຂໍ້
ຂັດແຍ້ງກັນນັ້ນ.

ໂຄສົກຂອງທ່ານນາງ Catherine Ashton ຫົວໜ້ານະໂຍບາຍ
ຕ່າງປະເທດຂອງສະຫະພາບຢູໂຣບເວົ້າເມື່ອວັນພຸດວານນີ້ຫຼັງ
ຈາກການເຈລະຈາ ກັນລະຫວ່າງບັນດານັກການທູດອາວຸໂສ
ຈາກອັງກິດ ຈີນ ຝຣັ່ງ ຣັດເຊຍ ສະຫະລັດ ແລະເຢຍຣະມັນ
ວ່າກຸ່ມ ນັກການທູດດັ່ງກ່າວ ແມ່ນມຸ້ງໝັ້ນທີ່ ສຸດທີ່ຈະເປີດການ
ເຈລະຈາອີກຮອບໃໝ່ກັບອິຣ່ານໃຫ້ໄວເທົ່າທີ່ຈະໄວໄດ້.

ບັນດານັກວິເຄາະເຕືອນວ່າ ໂອກາດສໍາລັບການເຈລະຈາຕໍ່ຮອງກັນແມ່ນ ກໍາລັງແຄບເຂົ້າ
ນັບມື້ ຍ້ອນວ່າ ການສັນຍານລະວັງໄພກໍາລັງເພີ່ມທະວີຂຶ້ນກ່ຽວກັບກິດຈະກໍານີວເຄຼຍຕ່າງໆ
ຂອງອິຣ່ານຢູ່ໃນອີສຣາແອລນັ້ນ. ບັນດາຊ່ຽວຊານກ່າວວ່າ ການໂຈມຕີທາງອາກາດໃດໆ
ຂອງອີສຣາແອລ ທີ່ຫຼາຍໆຄົນເຊື່ອວ່າຈະຂະຫຍາຍຂອບເຂດສົງຄາມໃນຕາເວັນອອກກາງ
ໃຫ້ກວ້າງອອກໄປນັ້ນ ບໍ່ມີທ່າທີວ່າຈະເກີດຂຶ້ນກ່ອນການເລືອກຕັ້ງຂອງອີສຣາແອລໃນວັນທີ
22 ເດືອນມັງກອນປີໜ້ານີ້ ຊຶ່ງຈະເປັນການໃຫ້ເວລາແກ່ຫົກປະເທດມະຫາອໍານາດດົນພໍ
ສົມຄວນສໍາລັບການເຈລະຈາກັນທາງການທູດນັ້ນ.

ອີສຣາແອລ ຊຶ່ງເປັນປະເທດມະຫາອໍານາດນີວເຄຼຍພຽງປະເທດດຽວໃນພາກຕາເວັນອອກ
ກາງ ໄດ້ປະຕິເສດຕໍ່ຄວາມເປັນໄປໄດ້ໃນການທີ່ຈະບໍ່ ໃຊ້ກໍາລັງທະຫານໂຈມຕີອິຣ່ານ
ເພື່ອບໍ່ໃຫ້ມີລະເບີດນີວເຄຼຍຢູ່ໃນຄວາມ ຄອບຄອງ.

ການເຈລະລະດັບສູງບັ້ນສຸດທ້າຍ ທີ່ເຂົ້າຮ່ວມນໍາໂດຍອິຣ່ານ ທີ່ຕົກລົງຫຍັງກັນບໍ່ໄດ້ນັ້ນ
ແມ່ນໄດ້ຈັດຂຶ້ນທີ່ນະຄອນຫຼວງມົສກູ ປະເທດຣັດເຊຍ ໃນເດືອນມິຖຸນາຜ່ານມາ ທີ່ອິຣ່ານບໍ່
ຍອມຮັບເອົາຄໍາຮຽກຮ້ອງຂອງຝ່າຍຕາເວັນຕົກໃຫ້ຕົນລົດລະດັບໂຄງການນີວເຄຼຍຂອງຕົນ
ລົງຊຶ່ງຝ່າຍຕາເວັນຕົກສົງໄສວ່າເປັນການປົກປິດເພື່ອຄວາມພະຍາຍາມສ້າງອາວຸດນີວເຄຼຍ
ນັ້ນຫຼາຍກວ່າ.
XS
SM
MD
LG