ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ ມະຫາອໍານາດ ຂອງໂລກ ປະຊຸມກັນ ເລື້ອງຊີເຣຍ


ທູດພິເສດຂອງສະຫະປະຊາຊາດແລະສັນນິບາດອາຣັບ ທ່ານ Kofi Annan (ຊ້າຍ) ແລະເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban Ki-moon ທີ່ກອງປະຊຸມກ່ຽວກັບຊີເຣຍ ຢູ່ນະຄອນເຈນີວາ (30 ມິຖຸນາ 2012)
ທູດພິເສດຂອງສະຫະປະຊາຊາດແລະສັນນິບາດອາຣັບ ທ່ານ Kofi Annan (ຊ້າຍ) ແລະເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ Ban Ki-moon ທີ່ກອງປະຊຸມກ່ຽວກັບຊີເຣຍ ຢູ່ນະຄອນເຈນີວາ (30 ມິຖຸນາ 2012)

ບັນດາມະຫາ​ອໍານາດ​ຂອງ​ໂລກ ​ແລະມະຫາ​ອໍານາດ​ທ້ອງ​ຖິ່ນ ເຕົ້າ​ໂຮມກັນ​ໃນ​ວັນ
​ເສົາມື້ນີ້ ​ເພື່ອ​ເຂົ້າຮ່ວມ​ກອງ​ປະ​ຊຸ​ມ ທີ່ຮຽກຮ້ອງ​ໃຫ້​ມີ​ຂຶ້ນ​ໂດຍທູດ​ສັນຕິ​ພາບພິ​ເສດ
ນາໆ​ຊາດ ທ່ານ Kofi Annan ທີ່​ຕ້ອງການ ຢາກ​ໄດ້​ການ​ຕົກລົງກ່ຽວກັບ​ແນວ​ຄິດ
​ໃໝ່ ​ເພື່ອ​ຮັບ​ມື​ກັບ​ບັນຫາ​ຂັດ​ແຍ້​ງ​ໃນຊີ​ເຣຍ.

​ໃນ​ຂະນະ​ທີ່​ທ່ານ​ເດີນທາງ​ໄປ​ຮອດ​ກອງ​ປະຊຸມທີ່​ນະຄອນ​ເຈນີວາ ລັດຖະມົນ​ຕີ​ການ​
ຕ່າງປະ​ເທດ​ອັງກິດທ່ານ Willam Hague ​ໄດ້​ຮຽກຮ້ອງ​ໃຫ້ຣັດ​ເຊຍແລະ ​ຈີນ ຈົ່ງ
ເຫັນພ້ອມ​ກັບບັນດາມະຫາ​ອໍານາດ​ຕາ​ເວັນ​ຕົກ ​ກ່ຽວ​ກັບ​ແຜນການ​ໂອນ ອຳນາດ
​ທາງການ​ເມືອງໃນຊີ​ເຣຍ ​ທ່ານ​ກ່າວ​ວ່າ ​ເຖິງແມ່ນ​ວ່າ ​ມັນ​ຈະບໍ່​ເປັນທີ່​ງ່າຍດາຍ​ເລີຍ.

ນອກ​ນັ້ນ ທ່ານ Hague ຍັງ​ກ່າວ​ວ່າ ຊີ​ເຣຍທີ່​ມີ​ສະຖຽນ​ລະ​ພາບ​ໝັ້ນຄົງ​ໃນ​ອະນາ
​ຄົດ​ແມ່ນໝາຍ​ເຖິງ ປະທານາທິບໍດີ Bashar al-Assad ຕ້ອງ​ຍອມສະຫຼະ​ອໍານາດ.

ຣັດ​ເຊຍ ຊຶ່ງ​ເປັນ​ພັນທະ​ມິດ​ອັນ​ຍາວ​ນານ​ຂອງຊີ​ເຣຍ ​ກ່າວ​ວ່າ ການ​ແກ້​ໄຂ​ໃດໆກໍ​
ຕາມ​ຕໍ່ວິ​ກິດ​ການດັ່ງກ່າວ ຕ້ອງ​ໄດ້​ຕັດສິນ​ໃຈ​ ໂດ​ຍປະຊາຊົນຊາວຊີ​ເຣຍ​ເອງ. ຈີນ
ແມ່ນ​ເອົາທ່າ​ທີ​ທີ່ຄ້າຍຄື​ກັນນີ້.

​ໃນ​ວັນ​ສຸກວານ​ນີ້ລັດຖະ​ມົນ​ຕີ​ການ​ຕ່າງປະ​ເທດຣັດ​ເຊຍທ່ານ Sergei Lavrov ​ແລະ
ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ​ບໍ່ ສາມາດ​ຕົກ
ລົງ​ກັນ​ໄດ້ ​ກ່ຽວ​ກັບ​ວ່າ ​ຈະ​ຮັບ​ມື​ແບບ​ໃດ​ກັບ​ຄວາມ​ຮຸນ​ແຮງ​ທີ່​ເພີ່ມ ທະວີ​ຂຶ້ນໃນຊີ​ເຣຍ.

​ແຕ່​ທ່ານ Lavrov ​ໄດ້​ກ່າວ​ຫລັງ​ຈາກ​ກອງ​ປະ​ຊຸມທີ່ນະຄອນ St Petersburg ວ່າ​ຍັງ​
ມີ​ໂອກາດ​ຢູ່​ທີ່ບັນດາມະຫາ​ອໍານາດ​ຂອງໂລກ ຈະ​ສາມາດ​ຊອກ​ຫາຈຸດ ຢືນ​ຮ່ວມ​ກັນ
ກ່ຽວ​ກັບຊີ​ເຣຍ ​ຢູ່ໃນ​ກອງ​ປະ​ຊຸມວັນເສົາມື້ນີ້. ທ່ານ​ກ່າວ​ວ່າ ທ່ານ​ມີ​ຄວາມ​ຮູ້ສຶກ​ໃນ​
ການ​ປ່ຽນ​ແປງທ່າ​ທີ​ຂອງທ່ານນາງ Clinton ກ່ຽວ​ກັບ​ວິ​ກິດ​ການໃນຊີ​ເຣຍ.

ທ່ານ Annan ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສ້າງຕັ້ງລັດຖະບານສາມັກຄີ​ຊາດ ຊຶ່ງ​ຈະ​ບໍ່ໃຫ້
ພວກ​ທີ່ຈະ​ເປັນ​ໄພ​ອັນຕະລາຍ​ຕໍ່​ສະຖຽນ​ລະ​ພາບ​ໃນຊີ​ເຣຍ ​ເຂົ້າຮ່ວມ. ​ແຜນ​ຂອງ​ທ່ານ
ບໍ່​ໄດ້​ເວົ້າຢ່າງ​ຈະ​ແຈ້ງວ່າ ປະທານາທິບໍດີ Assad ຕ້ອງ​ສະຫຼະ​ອໍາ ນາດຫຼືບໍ່.

XS
SM
MD
LG