ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະຫາອຳນາດໂລກ ປະຊຸມກັນ ຢູ່ນິວຢອກ ເພື່ອຫາລືກ່ຽວກັບ ເລື້ອງຊີເຣຍ


World Powers to Seek UN Council Endorsement of Syria Talks
please wait

No media source currently available

0:00 0:02:25 0:00

ບັນດາ​ປະ​ເທດ​ມະຫາ​ອຳນາດ​ຂອງ​ໂລກ​ໄປ​ຮວມກັນ​ທີ່​ນະຄອນ
​ນິວຢອກ​ໃນ​ວັນ​ສຸກ​ມື້ນີ້ ເພື່ອ​ເຂົ້າຮ່ວມ​ການ​ເຈລະຈາ​ຮອບສາມ​
ກ່ຽວ​ກັບ​ຂໍ້​ສະ​ເໜີ​ ​ເພື່ອ​ໃຫ້ມີ​ການ​ປ່ຽນ​ແປງ​ທາງ​ດ້ານ​ການ​ເມືອງ
​ຢູ່​ໃນປະ​ເທດ​ຊີ​ເຣຍ ​ບໍ່​ເທົ່າ​ໃດ​ອາທິດ ກ່ອນ​ທີ່​ຈະ​ລິ​ເລີ້ມການ​ເຈ
ລະຈາ​ທີ່​ໄດ້​ຮັບ​ການໄກ່​ເກ່ຍ​ຈາກ​ອົງການ​ສະຫະ​ປະຊາ​ຊາດ​ລະ
ຫວ່າງລັດຖະບານ​ຊີ​ເຣຍ​ແລະ​ພວກ​ຕໍ່ຕ້ານ​ລັດຖະບານ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ປະ​ເທດຕ່າງໆ​ທີ່
​ຖືກ​ເຊື້ອ​ເຊີນ​ ໃຫ້​ເຂົ້າ​ຮ່ວມ​ການ​ເຈລະຈາ​ ໃນ​ຄັ້ງນີ້ ​ແມ່ນ​ຄ້າຍຄື
​ກັນ​ກັບ​ບັນດາ​ປະ​ເທດ ທີ່​ໄດ້​ເຂົ້າຮ່ວມ​ການ ​ໃນເຈ​ລະ​ຈາຮອບ
​ກ່ອນ​ທີ່​ນະຄອນ​ວຽນ​ນາ ຮວມທັງ​ປະ​ເທດຣັດ​ເຊຍ ​ແລະ​ອີ​ຣ່ານ
ທີ່​ເປັນ​ພັນທະ​ມິດ​ກັບປະ​ທາ​ນາ​ທິບໍດີ​ຊີ​ເຣຍທ່ານ Bashar al-Assad ທີ່​ພວມ​ດີ້ນຮົນ​ເພື່ອ​
ຄວາມ​ຢູ່​ລອດ​ໃນ​ເວລາ​ນີ້.

ທ່ານ John Kirby ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດກ່າວ​ວ່າ ​ເປົ້າໝາຍ​ກໍ​ຄື​ສືບ​
ຕໍ່ ​ການ​ດຳ​ເ​ນີນຄວາມ​ພະຍາຍາມ ​ເພື່ອ​ໃຫ້​ຕີ​ຄວາມ​ໝາຍ​ໄດ້​ດີກ​ວ່າ​ເກົ່າ ​ໃນ​ສິ່ງ​ທີ່​ພວກເຮົາ​
ຄິດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ທາງ​ດ້ານ​ການ​ເມືອງ ​ແລະ​ຂັ້ນຕອນ​ຂອງ​ມັນ​ຄວນ​ເປັນແບບໃດ
​ເພື່ອ​ພະຍາຍາມ​ທີ່​ຈະ​ໃຫ້​ມີ​ຄວາມ​ຖືກຕ້ອງ​ຫຼາຍຂຶ້ນກ່ຽວ​ກັບ​ຄວາມ​ຄິດ​ເຫັນ​ໃນ​ການ​ຢຸດ​ຍິງ.

ອັນ​ທີ່​ເອີ້ນວ່າ ກຸ່ມ​ນາໆ​ຊາດ​ທີ່​ໃຫ້ການ​ສະໜັບສະໜຸນ​ແກ່​ຊີ​ເຣຍ ຫຼື ISSG ຍັງ​ຫວັງ​ວ່າຈະ​
ໄດ້​ຍື່ນ​ສະ​ເໜີ​ຍັດຕິເພື່ອ​ໃຫ້​ການ​ອະນຸມັດ.​ ມະຕິ​ດັ່ງກ່າວ​ຈະ​ໃຫ້ການ​ສະໜັບສະໜຸນແຜນ
ການ​ຫັນປ່ຽນ​ທາງ​ດ້ານ​ການ​ເມືອງແລະ​ຂໍ້​ສະ​ເ​ໜີ​ຢຸດ​ຍິງ.

ທ່ານ Ban Ki-moon ​ເລຂາທິການ​ໃຫຍ່ ​ອົງການ​ສະຫະ​ປະຊາ​ຊາດ​ ກ່າວ​ໃນ​ລະຫວ່າງ​
ກອງ​ປະຊຸມ​ຖະ​ແຫຼງຂ່າວທ້າຍ​ປີໃນ​ມື້ວັນ​ພຸດ​ຜ່ານ​ມານີ້ວ່າ ສິ່ງ​ທີ່​ສຳຄັນ​ໃນ​ເວລາ​ນີ້ ດັ່ງ​ທີ່​
ພວກ​ເຮົາ​ໄດ້​ຕົກລົງ​ກັນ ​ໂດຍ​ຜ່ານ​ຂັ້ນຕອນ​ວຽນ​ນາ​ ຂັ້ນທີ​ນຶ່ງ​ ແລະ​ຂັ້ນທີ​ສອງ ມັນ​ເປັນ ​ເລື້ອງສຳຄັນ​ທີ່​ພວກເຮົາ​ຄວນ​ຈະ​ມີ​ການ​ຢຸດ​ຍິງໃນທົ່ວ​ປະ​ເທດ​ໂດຍໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ຮວມຢູ່​ໃນ​ບັນດາເປົ້າໝາຍ​ ຂອງ​ກຸ່ມນາໆ​ຊາດ ​ທີ່​ໃຫ້ການ​ສະໜັບສະໜຸນ​ແກ່​ຊີ​ເຣຍ ກໍ​ຄື​
ຮ່າງ​ບັນຊີ​ລາຍ​ຊື່​ຂອງ​ພວກ​ກໍ່​ການ​ຮ້າຍ​ຊຶ່ງ​ຈະ​ລະບຸ​ກຸ່ມ​ຕ່າງໆທີ່​ຈະ​ຖືກ​ຫ້າມຈາກ​ຂໍ້​ສະ​ເໜີ
​ຢຸດ​ຍິງຕະຫລອດ​ທັງລາຍ​ຊື່​ບັນດາ​ກຸ່ມ​ຕໍ່ຕ້ານ​ລັດຖະບານ​ໃນ​ຊີ​ເຣຍທີ່​ຈະ​ຖືກ​ລະບຸໃຫ້​ເຂົ້າ
ຮ່ວມ​ໃນ​ການ​ສົນທະນາ​ທາງ​ດ້ານ​ການ​ເມືອງກັບ​ລັດຖະບານຊີ​ເຣຍ.

​ໃນ​ການ​ຖະ​ແຫຼງທີ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ເມື່​ອ​ແລງ​ວັນ​ພະຫັດ​ວານ
​ນີ້​ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຣ່ານ ທ່ານ Mohammad Javad Zarif ​ໄດ້​ສະ​ແດງ​
ຄວາມ​ສົງ​ໄສ​ບໍ່​ແນ່​ໃຈ ​ທີ່​ກອງ​ປະຊຸມ​ດັ່ງກ່າວ​ ຈະ​ສ້າງ​ຄວາມ​ກ້າວໜ້າ​ໃນ​ການ​ລະບຸ​ຊື່​ກຸ່ມ
ຕໍ່ຕ້ານ​ລັດຖະບານ​ຕ່າງໆ​ໃນ​ຊີ​ເຣຍຊຶ່ງ​ເປັນ​ທີ່​ຮັບ​ເອົາ​ໄດ້.

Syria Talks
please wait
Embed

No media source currently available

0:00 0:00:36 0:00

XS
SM
MD
LG