ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະຫາອຳນາດໂລກ ສັນຍາຈະໃຫ້ເງິນຊ່ວຍເຫຼືອ ເລບານອນ 300 ລ້ານໂດລາ ຫຼັງຈາກເຫດການລະເບີດ


ຂໍ້ຄວາມຂຽນໂດຍປະຊາຊົນ ເລບານອນ ຢູ່ຕໍ່ໜ້າຈຸດເກີດເຫດການລະເບີດ ທີ່ທ່າເຮືອໃນນະຄອນຫຼວງ ເບຣຸດ, ເລບານອນ. 9 ສິງຫາ, 2020.
ຂໍ້ຄວາມຂຽນໂດຍປະຊາຊົນ ເລບານອນ ຢູ່ຕໍ່ໜ້າຈຸດເກີດເຫດການລະເບີດ ທີ່ທ່າເຮືອໃນນະຄອນຫຼວງ ເບຣຸດ, ເລບານອນ. 9 ສິງຫາ, 2020.

ບັນດາຜູ້ນຳໂລກ ໄດ້ສັນຍາວ່າຈະໃຫ້ທຶນຊ່ວຍເຫຼືອປະເທດ ເລບານອນ ເກືອບ 300 ລ້ານໂດລາ ເພື່ອທຳການຟື້ນຟູນະຄອນຫຼວງ ເບຣຸດ ຈາກເຫດການລະເບີດແຕກຄັ້ງໃຫຍ່ ໃນອາທິດທີຜ່ານມາ.

ບັນດາຜູ້ນຳຫຼາຍກວ່າ 30 ຄົນ, ໄດ້ປະຊຸມກັນຜ່ານທາງໂທລະສັບ ຕາມຄຳຂໍຮ້ອງຂອງປະທານາທິ ບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ວ່າ “ການຊ່ວຍເຫຼືອດັ່ງກ່າວຄວນວ່ອງໄວ, ພຽງພໍ ແລະ ສອດຄອ່ງກັບຄວາມຕ້ອງການຂອງປະຊາຊົນ ເລບານອນ ແລະ ຖືກນຳສົ່ງໃຫ້ປະຊາຊົນ ເລບາ ນອນ ໂດຍກົງ, ຢ່າງມີປະສິດທິພາບ ແລະ ຄວາມໂປ່ງໃສ.”

ເງິນດັ່ງກ່າວຈະບໍ່ກ່ຽວຂ້ອງກັບການປະຕິຮູບການເມືອງຫຼື ສະຖາບັນ, ອີງຕາມ ການກ່າວຂອງຫ້ອງ ການທ່ານ ມາກຣົງ. ແຕ່ແນວໃດກໍຕາມ, ຄຳສັນຍາດັ່ງກ່າວ ຍັງໄດ້ມີຂຶ້ນເພື່ອການສະໜັບສະໜູນໄລຍະຍາວ ທີ່ຈະອາໄສຕໍ່ການປ່ຽນແປງ ຕ່າງໆເຊິ່ງຖືກນຳມາໂດຍອຳນາດການປົກຄອງ,​ ອີງຕາມທຳນຽບ ເອລີເຊ.

ບັນດາມະຫາອຳນາດໂລກໄດ້ຢືນຢັດ ກ່ຽວກັບ ຄວາມໂປ່ງໃສໃນວິທີການໃຊ້ ເງິນຊ່ວຍເຫຼືອດັ່ງກ່າວ, ລະມັດລະວັງ ກ່ຽວກັບ ການສົ່ງການຊ່ວຍເຫຼືອໃຫ້ລັດຖະບານທີ່ປະຊາຊົນຫຼາຍຄົນເຫັນວ່າສໍ້ລາດບັງຫຼວງ ແລະ ຍັງໄດ້ສະແດງ ຄວາມເປັນຫ່ວງ ກ່ຽວກັບ ອິດທິພົນຂອງ ອີຣ່ານ ຜ່ານກຸ່ມ ເຮສໂບລລາ ນິກາຍ ຊີໄອ້.

ທ່ານ ມາກຣົງ ຜູ້ທີ່ໄດ້ຢ້ຽມຢາມນະຄອນຫຼວງ ເບຣຸດ ໃນວັນພະຫັດທີ່ຜ່ານມາ ໄດ້ກ່າວ ໃນຕອນເປີດຂອງການປະຊຸມທາງວິດີໂອວ່າ ບັນດາປະເທດທີ່ເຂົ້າຮ່ວມຕ້ອງແຍກຄວາມຄິດເຫັນທີ່ແຕກ ຕ່າງຂອງເຂົາເຈົ້າອອກ ເພື່ອສະໜັບສະ ໜູນປະຊາຊົນ ເລບານອນ ທີ່ວ່າການຊ່ວຍເຫຼືອຄວນຖືກປະສານງານໂດຍອົງການສະຫະປະຊາຊາດ. ທ່ານ ມາກຣົງ ໄດ້ກ່າວຈາກບ່ອນພັກຜ່ອນລະດູຮ້ອນ ຂອງທ່ານຢູ່ເຂດຊາຍຝັ່ງກໍ້າຕາເວັນອອກສຽງໃຕ້ຂອງ ຝຣັ່ງ ວ່າ “ບົດບາດຂອງພວກເຮົາແມ່ນການຢູ່ຄຽງຂ້າງເຂົາເຈົ້າ.”

ບັນດາຜູ້ນຳໂລກ, ເຊິ່ງລວມມີປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ໄດ້ຮຽກຮ້ອງໃຫ້ທຳ ການກວດສອບທີ່ຍຸຕິທຳ, ໜ້າເຊື່ອຖື ແລະ ເປັນອິດສະຫຼະ ກ່ຽວກັບ ການລະເບີດທີ່ໄດ້ສັງຫານຢ່າງໜ້ອຍ 158 ຄົນ ແລະ ບາດເຈັບອີກປະມານ 6,000 ຄົນນັ້ນ. ຊາວເລບານອນ ທີ່ໂມໂຫບາງຄົນ ໄດ້ຮຽກຮ້ອງໃຫ້ ທຳການປະຕິວັດ ເພື່ອໂຄ່ນລົ້ມຜູ້ນຳດ້ານການເມືອງຂອງເຂົາເຈົ້າ.

ທຳນຽບຂາວໄດ້ກ່າວວ່າ ທ່ານ ທຣຳ “ໄດ້ຮຽກຮ້ອງໃຫ້ມີຄວາມງຽບສະຫງົບໃນ ເລບານອນ ແລະ ຮັບຮູ້ການຮຽກຮ້ອງທີ່ຖືກຕ້ອງຕາມກົດໝາຍຂອງຜູ້ປະທ້ວງ ທີ່ສະຫງົບ ສຳລັບຄວາມໂປ່ງໃສ, ການປະຕິຮູບ ແລະ ຄວາມຮັບຜິດຊອບ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG