ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

​ບັນ​ດາປະ​ເທດ​ມະ​ຫາ​ອຳ​ນາດ ​ພວມຍົກ​ຍ້າຍ​ປະ​ຊາ​ຊົນ​ຂອງ​ຕົນຫຼາຍ​ຂຶ້ນ ອອ​ກ​ຈາກ​ຊູ​ດານ

​ໃນ​ຮູບ​ທີ່​ນຳ​ອອກ​ແຈກ​ຢາຍ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອັງ​ກິດ ເມື່ອ​ວັນ​ທີ 26 ເມ​ສາ 2023 ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ຊາ​ຊົນ​ສັນ​ຊາດ​ອັງ​ກິດ ພວມ​ອອກ​ຈາກ​ເຮືອ​ບິນ​ທີ່​ເມືອງ​ອາ​ໂກ​ຣ​ຕີ​ຣີ ໃນ​ເກາະ​ໄຊ​ປ​ຣັ​ສ ຫຼັງ​ຈາກ​ຖືກ​ຍົກ​ຍ້າຍ​ອອກ​ຈາກ​ຊູ​ດານ. (Mark Johnson/UK Ministry of Defense via AP)

ປະ​ເທດ​ຕ່າງໆ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ​ຂອງ​ຕົນ​ຫຼາຍ​ຂຶ້ນ​ອອກ​ຈາກ​ຊູ​ດານ​ໃນ​ວັນ​ພຸດ​ວານນີ້ ໃນ​ການ​ປະ​ຕິ​ບັດ​ງານ​ຂອງ​ລະ​ຫວ່າງ​ປະ​ເທດ​ທີ່​ສະ​ຫຼັບ​ຊັບ​ຊ້ອນ ຫຼັງ​ຈາກ​ໄດ້​ເກີດ​ການ​ສູ້​ລົບ​ກັນ​ທີ່​ເຮັດ​ໃຫ້​ຊາວ​ຕ່າງ​ປະ​ເທດ​ຫຼາຍໆ​ພັນ​ຄົນ​ແລະ​ຊາວ​ຊູ​ດານ​ໃນ​ຈຳ​ນວນ​ເພີ້ມ​ຕື່ມ​ຕ້ອງ​ໄດ້​ພາ​ກັນ​ຫຼົບ​ໜີ​ໄປ​ຍັງ​ສະ​ຖານ​ທີ່​ປອດ​ໄພ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ເອ​ພີ.

ພວກ​ທີ່​ຖື​ສັນ​ຊາດ​ອັງ​ກິດ 79 ​ຄົນ​ພວມ​ພາ​ກັນ​ອອກ​ມາ​ຈາກ​ເຮືອ​ບິນ​ຂົນ​ສົ່ງ​ຂອງ​ອັງ​ກິດ ທີ່​ສະ​ໜາມ​ບິນ​ລາ​ນາ​ກາ ຢູ່​ເກາະ​ໄຊ​ປ​ຣັ​ສ ເມື່ອ​ວັນ​ທີ 26 ເມ​ສາ 2023.
ພວກ​ທີ່​ຖື​ສັນ​ຊາດ​ອັງ​ກິດ 79 ​ຄົນ​ພວມ​ພາ​ກັນ​ອອກ​ມາ​ຈາກ​ເຮືອ​ບິນ​ຂົນ​ສົ່ງ​ຂອງ​ອັງ​ກິດ ທີ່​ສະ​ໜາມ​ບິນ​ລາ​ນາ​ກາ ຢູ່​ເກາະ​ໄຊ​ປ​ຣັ​ສ ເມື່ອ​ວັນ​ທີ 26 ເມ​ສາ 2023.

ກຳ​ປັ່ນ​ລົບ​ຂອງ​ຝ​ຣັ່ງ​ລຳ​ນຶ່ງ​ທີ່​ບັນ​ທຸກ​ພວກ​ອົບ​ພະ​ຍົບ​ຫຼາຍ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຈອດ​ທີ່​ທ່າ​ກຳ​ປັ່ນ​ນະ​ຄອນ​ເຈັດ​ດາ ປະ​ເທດ​ຊາ​ອຸ​ດີ ອາ​ຣາ​ເບຍອັນ​ເປັນ​ສ່ວນ​ນຶ່ງ​ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍ​າ​ຍາມ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງພົວ​ພັນ​ກັບ​ກຳ​ປັ່ນ​ລົບ​ຫຼາຍ​ລຳ ນອກ​ຈາກ​ການ​ລຳ​ລຽງ​ທາງ​ອາ​ກາດ​ແລ້ວ.

ຝ​ຣັ່ງ​ແມ່ນ​ມີ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ແຜ້ວ​ທາງ​ເພື່ອ​ໃຫ້​ມີ​ການ​ຍົກ​ຍ້າຍ​ຜູ້​ຄົນ​ຂະ​ໜາດ​ໃຫຍ່​ຈາກ​ຖານ​ທັບ​ອາ​ກາດ ຢູ່ນອກ​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ​ຂອງ​ຊູ​ດານ. ໂຄ​ສົກ​ຂອງກອງ​ທັບ​ຝ​ຣັ່ງ ພັນ​ເອກ​ປີ​ແອ ກາ​ດີ​ລີ​ເອ ກ່າວ​ວ່າ ຝ​ຣັ່ງ​ໄດ້​ຍົກ​ຍ້າຍ​ພົນ​ລະ​ເຮືອນ​ຫຼາຍກວ່າ 500 ຄົນ ຈາກ 40 ກວ່າ​ປະ​ເທດ ໂດຍ​ທາງ​ເຮືອ​ບິນ​ເມື່ອ​ວັນ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ ຫຼັງ​ຈາກ​ໄດ້​ຮັບ​ປະ​ກັນ​ດ້ານ​ຄວາມ​ປອດ​ໄພ​ທີ່​ຖານ​ທັບ​ອາ​ກາດ ​ຢູ່​ທາງ​ດ້ານ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ຄາ​ທູມ ໃນ​ວັນ​ເສົາ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG