ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ມະຫາອໍານາດໂລກ ກັບ ອີຣ່ານ ສືບຕໍ່ ເຈລະຈາກັນ (ວີດີໂອ)


ກອງປະຊຸມປິດລັບ ສອງມື້ ກ່ຽວກັບ ໂຄງກາ ນິວເຄລຍ ຂອງ ອີຣ່ານ ທີ່ ກຸງ Geneva
ບັນ​ດາ​ນັກ​ການ​ທູດ ຈາກ​ອີຣ່ານ ​ແລະ​ຫົກ​ມະຫາ​ອໍານາດ​ໂລກ
ສືບຕໍ່ເຈລະຈາກັນ ​ໃນ​ວັນ​ພຸດ​ມື້​ນີ້​ ກ່ຽວ​ກັບ​ຂໍ້​ສະ​ເໜີ​ຕ່າງໆສໍາ
ລັບ​ຫາ​ທາງ​ແກ້​ໄຂສະພາບ​ການ​ປະ​ເຊີນ​ໜ້າ ທີ່​ມີມາ​ເປັນເວລາ
ນຶ່ງ​ທົດ​ສະ​ວັດ ກ່ຽວ​ກັບ​ໂຄ​ງການ​ນິວ​ເຄລຍຂອງອີຣ່ານນັ້ນ.

ທັງ​ສອງ​ຝ່າ​ຍ​ໄດ້​ຊົມ​ເຊີຍ ມື້​ທໍາ​ອິດ​ຂອງ​ການ​ເຈລະຈາ ​ໃນ​ວັນ​
ອັງຄານ​ວານ​ນີ້ ທີ່​ນະຄອນ​ Geneva ບ່ອນ​ທີ່ລັດຖະມົນຕີຕ່າງ
ປະ​ເທດອີຣ່ານ ​ໄດ້ສະ​ເໜີ​ໂດຍ​ສັງ​ເຂ​ບ ລັກສະນະດ້ານເທັກ​ນິກ
ຂອງ​ແຜນການ​ໃໝ່ອັນ​ນຶ່ງ ທີ່​ແນໃສ່ເພື່ອ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່
ປະຊາ​ຄົມນາໆ​ຊາດ ​ວ່າໂຄງການ​ນິວ​ເຄລຍຂອງ​ຕົນນັ້ນ ​ແມ່ນ​ມີ
​ຈຸດປະສົງ​ໃນ​ທາງສັນ​ຕິ ຊຶ່ງ​ເພື່ອ​ເປັນ​ການ​ແລກ​ປ່ຽນນັ້ນ ອີຣ່ານ
ຢາກ​ໃຫ້​ມີ​ການ​ຫລຸດຜ່ອນ​ ​ການ​ລົງ​ໂທດ​ຕ່າງ​ໆ​ຂອງນາໆ​ຊາດທີ່​ໄດ້​ປະກາດ​ໃຊ້​ ​ເພື່ອພະ
ຍາຍາ​ມບັງຄັບອີຣ່ານ ຢຸດເຊົາກິດຈະ ການ ​ກັ່ນທາດ uranium ນັ້ນ.

ອົງການ​ຂ່າວ IRNA ຂອງອີຣ່ານ ​ໄດ້​ອ້າງ​ຄໍາ​ເວົ້າຮອງ​ລັດ ຖະມົນຕີ​ຕ່າງປະ​ເທດ Abbas Araqchi ​ທີ່​ກ່າວ​ໃນ​ວັນ​ພຸດ​ມື້​ນີ້ ວ່າ ຂໍ້ສະ​ເໜີຂອງອີຣ່ານເປັນ​ແຜນການທີ່​ມີຫລາຍໆ​ຂັ້ນ ຊຶ່ງ​ຮ່ວມ​ທັງ ອະນຸ​ຍາດ​ໃຫ້ມີການ​ເຂົ້າ​ໄປ​ກວດກາ ​ໂດຍ​ບໍ່​ຕ້ອງ​ແຈ້ງ​ໃຫ້​ຊາຍ​ລ່ວງໜ້າ​ໄດ້ ​ໂດຍ​ອົງການ​ພະລັງງານ​ນິວ​ເຄລຍສາກົນ​ນັ້ນ.

Iran Nuclear Talks Go to 2nd Day on New Proposal
please wait

No media source currently available

0:00 0:01:41 0:00
ລິງໂດຍກົງ


​ເຂົ້າ​ຮ່ວມ​ໃນການ​ເຈລະຈາດັ່ງກ່າວ ນອກຈາກອີຣ່ານ​ແລ້ວ ກໍມີໂຮ​ມທັງ ​ເຈົ້າ​ໜ້າ​ທີ່​ຈາກ ສະຫະລັດ ຣັດ​ເຊຍ ຈີນ ຝຣັ່ງ ອັງກິດ ​ແລະ​ເຢຍຣະມັນ.

ລັດຖະມົນ​ຕີ​ຕ່າງປະ​ເທດ ອັງກິດ ທ່ານ William Hague ​ທີ່​ບໍ່​ໄດ້​ຮ່ວມ​ຢູ່​ໃນ​ການ​ສົນ​ທະນາ​ເຫລົ່າ​ນີ້ ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ວັນ​ເປີດ​ກອງ​ປະຊຸມ ແມ່ນ​ເປັນ “ປະ​ໂຫຍ​ດ” ​ແລະເຕັມ​ໄປ​ດ້ວຍ ອັນ​ທີ່​ທ່ານຮ້ອງວ່າ “ການ​ໂອ້​ລົມ​ທີ່​ເອົາ​ຈິງເອົາ​ຈັງ."

ທ່ານ Hague ກ່າວ​ວ່າ “ນີ້​ແມ່ນໂອກາດ​ອັນ​ແທ້​ຈິງ​ທີ່​ເຮັດ​ໃຫ້​ມີ​ຄວາມກ້າວໜ້າ​ໃນ​ການເຈລະ
ຈາ​ເຫລົ່ານີ້ ​ແລະ​ຂ້າພະ​ເຈົ້າ ຮຽກ ຮ້ອງ​ໃຫ້ ອີຣ່ານ ຈົ່ງສວຍ​ເອົາ​ໂອ​ກາດ​ນີ້ ທັງໃນມື້​ນີ້ ​ແລະ​
ຫລາຍໆ​ອາທິດ ຕໍ່ໜ້າ.”

ການເຈລະຈາ​ທີ່​ກຸງ ​Geneva ຄັ້ງ​ນີ້ ຊຶ່ງເປັນ​ເທື່ອ​ທໍາ​ອິດ ນັບ​ຕັ້ງ​ແຕ່​ທ່ານ Hassan Rouhani
ຜູ້ມີ​ຫົວ​ປານ​ກາງ ​ໄດ້​ຖືກ​ເລືອກຕັ້ງ​ເປັນ​ປະທານາທິບໍດີ ອີຣ່ານ​ ​ເມື່ອ​ເດືອນມິຖຸ​ນາຜ່ານ​ມາໄດ້
ຖືກ​ເບິ່ງ​ເຫັນ​ຢ່າງ​ແຜ່​ກວ້າງ​ວ່າ ​ເປັນ​ໂອກາດ​ອັນ​ດີ​ທີ່​ສຸດ​ໃນ​ຫລາຍໆ​ປີ ທີ່​ຈະຜ່ອນ​ຄາຍສະພາ
ວະ​ປະ​ເຊີນ​ໜ້າ​ກັນກ່ຽວ​ກັບ​ຄວາມ​ທະ​ເຍີ​ທະຍານ ທາງ​ດ້ານ​ນິວ​ເຄລຍຂອງ ອີຣ່ານນັ້ນ.

iran
please wait
Embed

No media source currently available

0:00 0:00:36 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG