ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜນການຊີເຣຍ​ ຮຽກຮ້ອງໃຫ້ຍຸຕິ ການເປັນປໍລະປັກ ພາຍໃນ ນຶ່ງອາທິດ


World Powers Agree on ‘Cessation,' Aid Plan for Syria
please wait

No media source currently available

0:00 0:01:35 0:00

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry
ກ່າວໃນ​ວັນ​ສຸກມື້ນີ້ວ່າ ປະ​ເທດ​ມະຫາ​ອຳນາດ​ທີ່​ສຳຄັນໆ​ ໄດ້​
ຕົກລົງ​ກັນ​ເພື່ອ​ຊອກ​ຫາ​ຊ່ອງທາງ​ໃຫ້​ຍຸ​ຕິການ​ເປັນ​ປໍ​ລະ​ປັກຢູ່​
ໃນ​ຊີ​ເຣຍ ຊຶ່ງ​ຈະ​ເລີ້ມຂຶ້ນ ພາຍ​ໃນ​ເວລາ​ນຶ່ງ​ອາທິດ.

ທ່ານ Jan Egeland ປະທານ​ກອງ​ປະຊຸມ​ມະນຸດສະທຳຂອງ
ອົງການ​ສະຫະ​ປະຊາ​ຊາດ​ທີ່ປະ​ເທດ​ເຢຍຣະມັນ ຊຶ່ງ​ຂໍ້​ຕົກລົງ​
ນະຄອນ Munich ທີ່​ໄດ້​ບັນລຸ​ກັນ ໃນຄືນແລ້ວນີ້ ​ກ່າວ​ວ່າ ມັນ
​ຈະ​ເປັນຄວາມ​ກ້າວໜ້າ​ທີ່ພວກ​ເຮົາ​ກຳລັງ​ລໍຖ້າ​ຢູ່.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ເທີ​ກີທ່ານ Mevlut Cavusoglu
ສົ່ງ​ຂໍ້ຄວາມ​ຜ່ານ​ທາງ Twitter ​ໃນ​ວັນ​ສຸກ​ມື້ນີ້ວ່າ ການ​ເຄື່ອນ​ໄຫວ​ນີ້​ເປັນ​ບາດກ້າວທີ່​ສຳ
ຄັນ ໃນເສັ້ນທາງ​ໄປ​ສູ່​ການ​ຊອກ​ສະ​ແຫວງຫາ​ການ​ແກ້​ໄຂ​ຕໍ່​ວິກິດ​ການ​ໃນ​ຊີ​ເຣຍ.

​ແຕ່​ແນວ​ໃດ​ກໍ​ຕາມ ນາຍົກລັດຖະມົນຕີຣັດ​ເຊຍ ທ່ານ Dmitry Medvedev ​ໄດ້​ເຕືອນ​
ມະຫາ​ອຳນາດ​ຂອງ​ໂລກ ກ່ຽວ​ກັບ​ການ​ສົ່ງ​ກຳລັງ​ພາກພື້ນດິນຂອງ​ຕົນ​ເຂົ້າ​ໄປ​ປະຕິບັດ​
ງານ​ຢູ່ໃນ​ຊີ​ເຣຍ. ທ່ານ​ກ່າວ​ຢູ່​ໃນ​ຖະ​ແຫລງການ ​ສະບັບ​ນຶ່ງ​ວ່າ ການ​ປະ​ຕິ​ບັດ​ງານ​ທາງ​
ພາກພື້ນດິນ​ໄດ້​ແກ່​ດຶງ​ເອົາ​ທຸກໆ​ຄົນ​ໃຫ້​ເຂົ້າໄປປະກອບສ່ວນ​ຢູ່​ໃນ​ສົງຄາມ.“

ທ່ານ Kerry ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະຄອນ Munich ວ່າ ການ​ຍຸດຕິ​ຄວາມ​ເປັນ​ປໍ​ລະ​
ປັກຈະ​ບໍ່​ກວມ​ເອົາ​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ ຮວມທັງ​ກຸ່ມ​ລັດ​ອິສລາມ ກຸ່ມ​ອາລນຸສຣາແລະ​
ກຸ່ມ​ອື່ນໆ​ອີກ. ທ່ານ​ກ່າວ​ວ່າ 17 ປະ​ເທດ ​ຢູ່​ໃນ​ກຸ່ມ​ນາໆຊາດ ​ທີ່​ໃຫ້ການ​ສະໜັບສະໜຸນ
​ແ​ກ່ຊີ​ເຣຍ ​ໄດ້​ຕົກລົງ​ກັນ​ທີ່​ຈະ​ສ້າງຕັ້ງໜ່ວຍ​ປະຕິ​ບັດ​ງານ​ຊຶ່ງ​ເປັນ​ປະທານ​ຮ່ວມ​ໂດຍສະ
ຫະລັດ​ແລະຣັດ​ເຊຍຈະ​ດຳ​ເນີນ​ງານເພື່ອ​ພິຈາລະນາ​ກ່ຽວ​ກັບ​ວິທີ​ການ​ໃນ​ການ​ຫຼຸດຜ່ອນ
​ຄວາ​ມຮຸນ​ແຮງ​ໃນ​ໄລຍະ​ຍາວ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ຍັງ​ໃຫ້​ຂໍ້​ສັງ​ເກດ​ແບບລະມັດລະວັງ​ເພີ້ມຕື່ມ​ວ່າ
ກອງ​ປ​ະຊຸມ​ຂອງ​ກຸ່ມ​ນາໆ​ຊາດ​ທີ່​ໃຫ້ການ​ສະໜັບສະໜຸນ​ແກ່​ຊີ​ເຣຍໄດ້​ຜະລິດຄວາມ​ໝັ້ນ
ໝາຍ​ຢູ່​ໃນ​ເອກ​ກະສາ​ນ ​ແຕ່​ການ​ທົດ​ສອບ​ ທີ່​ແທ້​ຈິງ​ນັ້ນ ຈະ​ແມ່ນ​ວ່າ ພັກ​ຝ່າຍ​ຕ່າງໆ​ໃຫ້
ການ​ເຄົາລົບ​ຕໍ່​ຄວາມ​ໝັ້ນໝາຍ​ຂອງ​ພວກ​ເຂົາ​ເຈົ້າຫຼືບໍ່.

XS
SM
MD
LG