ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ຈຳນວນກໍລະນີຕິດເຊື້ອໄວຣັສ COVID-19 ໃນໂລກ ໄດ້ກາຍ 35 ລ້ານຄົນ ໄປແລ້ວ


ພາບຖາຍການແຜ່ລະບາດຂອງພະຍາດໄວຣັສ (COVID-19) ຢູ່ໃນນະຄອນຫຼວງ ລອນດອນ ຂອງອັງກິດ.

ຈຳນວນຄົນຕິດເຊື້ອໄວຣັສ COVID-19 ໃນທົ່ວໂລກ ທີ່ໄດ້ຖືກນັບໃນວັນອາ ທິດວານນີ້ ແມ່ນມີຫຼາຍກວ່າ 35 ລ້ານກໍລະນີ ອິງຕາມ ແຫລ່ງສູນກາງຂໍ້ມູນຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌ ແລະມີຜູ້ເສຍຊີວິດແລ້ວຫຼາຍກວ່ານຶ່ງລ້ານຄົນ.

ລວມຢູ່ພາຍໃນບັນດາປະເທດທີ່ຖືກກະທົບໜັກສຸດ ແມ່ນອັງກິດ ຊຶ່ງໃກ້ຈະເຖິງ 500,000 ກໍລະນີແລ້ວ ແລະມີຜູ້ເສຍຊີວິດຫຼາຍກວ່າ 42,400 ຄົນ ເຮັດໃຫ້ເປັນການລະບາດທີ່ຮ້າຍແຮງໃນຢູໂຣບ ແລະຕິດອັນດັບທີ 5 ຖືວ່າສູງສຸດໃນໂລກນຳດ້ວຍ ອິງຕາມຂໍ້ມູນຂອງຈອນສ໌ ຮັອບກິນສ໌.

ໃນວັນອາທິດວານນີ້ ອັງກິດໄດ້ສ້າງສະຖິຕິໃໝ່ອີກຄັ້ງນຶ່ງ ສຳລັບກໍລະນີຕິດເຊື້ອໄວຣັສ COVID-19 ພາຍໃນມື້ດຽວ ໂດຍມີ 22,961 ຄົນ. ທາງການຂອງອັງ ກິດ ຖິ້ມໂທດໃສ່ຈຳນວນທີ່ສູງຂຶ້ນນັ້ນ ສ່ວນນຶ່ງ ກໍຍ້ອນບັນຫາທາງດ້ານເທັກນິກ ທີ່ວ່າຈຳນວນຜົນການກວດຂອງ 15,000 ຄົນ ບໍ່ໄດ້ຖືກສົ່ງເຂົ້າລະບົບຄອມພິວເຕີ້ ແລະເພື່ອການຕິດຕາມຫາ ຜູ້ທີ່ໄດ້ສຳພັດເຊື້ອໄວຣັສ ໃນເວລາອັນຄວນ. ບັນຫາທາງເທັກນິກດັ່ງກ່າວ ຖືກລະບຸໄດ້ໃນວັນສຸກຜ່ານມາ ແລະກໍໄດ້ຖືກແກ້ໄຂໄປແລ້ວ ອິງຕາມຖະແຫລງການສະບັບນຶ່ງຈາກກະຊວງສາທາລະນະສຸກຂອງອັງກິດ.

ຖ້າຫາກຊາວອັງກິດ ຄືກັບຊາວໂລກທັງມວນ ຫວັງວ່າຢາວັກຊີນປ້ອງກັນຈະອອກມາໃນໄວໆນີ້ ແລະຈະໄດ້ກັບຄືນສູ່ຊີວິດການເປັນຢູ່ຕາມແບບຂອງພວກເຂົ້າເຈົ້າທັງຫຼາຍກ່ອນໂຣກລະບາດນັ້ນ ປະທານຍິງໜ່ວຍສະເພາະກິດເພື່ອຜະລິດຢາວັກຊີນຂອງອັງກິດ ໄດ້ມີຂ່າວຄາວທີ່ບໍ່ໜ້າເພິ່ງພໍໃຈ.

ທ່ານນາງເຄຕ ບິງແຮມ ໄດ້ກ່າວຕໍ່ໜັງສືພິມ Financial Times ໃນວັນອາ ທິດວານນີ້ ວ່າ ການສັກຢາວັກຊີນປ້ອງກັນໃຫ້ໝົດທຸກຄົນ ແມ່ນ “ຈະເກີດຂຶ້ນ
ບໍ່ໄດ້ເທື່ອ.”

ທ່ານນາງໄດ້ກ່າວຕໍ່ໜັງສືພິມດັ່ງກ່າວວ່າ “ພວກຄົນເວົ້າກັນຢູ່ເລື້ອຍໆກ່ຽວກັບເວລາທີ່ຈະສັກຢາວັກຊີນໃຫ້ປະຊາກອນທັງໝົດ ແຕ່ອັນນັ້ນ ເປັນການຊີ້ນຳທີ່ຜິດ.” ທ່ານນາງກ່າວອີກວ່າ ການສັກຢາວັກຊີນໃຫ້ພວກຄົນທີ່ສຸຂະພາບດີ ຜູ້ທີ່ຈະບໍ່ຄ່ອຍມີອາການໜັກຈາກຜົນຂອງການຕິດເຊື້ອໄວຣັສ COVID-19 ນັ້ນ “ອາດເຮັດໃຫ້ພວກເຂົາເຈົ້າມີໄພອັນຕະລາຍ ທີ່ບໍ່ຄາດຄິດບາງຢ່າງກໍເປັນໄດ້.”

ທ່ານນາງບິງແຮມ ໄດ້ກ່າວໃນການໃຫ້ສຳພາດວ່າ “ມັນເປັນຢາວັກຊີນສຳລັບຜູ້ໃຫຍ່ເທົ່ານັ້ນ ສຳລັບພວກຄົນທີ່ມີອາຍຸສູງກວ່າ 50 ປີ ທີ່ຈະສຸມໃສ່ພວກພະນັກ ງານແພດ ແລະພວກພະນັກງານເບິ່ງແຍງຄົນປ່ວຍຢູ່ຕາມບ້ານ ແລະພວກທີ່ມີຄວາມສ່ຽງສູງ.”

ສ່ວນຢູ່ໃນຝຣັ່ງ ເລີ້ມຕົ້ນແຕ່ວັນອັງຄານ ສະຖານກິນດື່ມ ຫຼື ບາທັງຫຼາຍໃນນະ ຄອນຫຼວງປາຣີ ຈະຖືກປິດໄວ້ເປັນເວລາສອງອາທິດ ແລະຮ້ານອາຫານທັງຫຼາຍ ຈະເລີ້ມນຳໃຊ້ວິທີການສຸກຂະນາໄມໃໝ່ ອິງຕາມສຳນັກງານຂອງນາຍົກລັດຖະ ມົນຕີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG