ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂລກ ພາກັນຈັດພິທີ ຂີດໝາຍ ວັນ​​ເສລີ​ພາບ​ ໃນ​ວົງ​ການ​ຂ່າວ​ຂອງໂລກ


ຜູ້ນຳເພື່ອປະຊາທິປະໄຕ ຂອງມຽນມາ ທ່ານນາງ Aung San Suu Kyi ກ່າວຄຳປາໄສ ໃນລະຫວ່າງພິທີສະຫຼອງ ວັນ​​ເສລີ​ພາບ​ໃນ​ວົງ​ການ​ຂ່າວ​ຂອງໂລກ ຫຼື World Press Freedom Day ceremony ຢູ່ໃນນະຄອນ Yangon, ວັນທີ 3 ພຶດສະພາ 2015.
ຜູ້ນຳເພື່ອປະຊາທິປະໄຕ ຂອງມຽນມາ ທ່ານນາງ Aung San Suu Kyi ກ່າວຄຳປາໄສ ໃນລະຫວ່າງພິທີສະຫຼອງ ວັນ​​ເສລີ​ພາບ​ໃນ​ວົງ​ການ​ຂ່າວ​ຂອງໂລກ ຫຼື World Press Freedom Day ceremony ຢູ່ໃນນະຄອນ Yangon, ວັນທີ 3 ພຶດສະພາ 2015.

ວັນ​ອາທິດ​ມື້​ນີ້ ​ແມ່ນ​ວັນເສລີ​ພາບ​ໃນ​ວົງ​ການ​ຂ່າວ​ຂອງໂລກ
ຫຼື World Press Freedom Day ຊຶ່ງ​ເປັນພິທີປະຈຳ​ປີ​ ທີ່​
ຈັດຕັ້ງຂຶ້ນ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ​ໃນ​ປີ 1993 ​ເພື່ອ​
ສະໜັບສະໜຸນ ແລະ ສະ​ເຫຼີມສະຫຼອງ ຫຼັກການ​ພື້ນຖານ​ຕ່າງໆ
ຂອງສິດ​ເສລີພາບ​ ໃນ​ວົງ​ການ​ຂ່າ​ວ.

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ວັນເສລີ​ພາບ​ໃນ​ວົງ​ການ
​ຂ່າວ​ຂອງ ໂລກ ​ແມ່ນ​ຍັງ​ເປັນໂອ​ກາດ ​ເພື່ອ​ແຈ້ງ​ໃຫ້​ປະຊາຊົນ
ຊາບກ່ຽວກັບ​ການ​ລະ​ເມີດ ​ສິດ​ເສລີພາບ​ໃນ​ວົງ​ການ​ຂ່າວ ຊຶ່ງ​
ເປັນ​ການ​ຕັກ​ເຕືອນ​ຄືນ​ວ່າ ຢູ່​ໃນຫຼາຍສິບ​ປະ​ເທດ ທົ່ວ​ໂລກນັ້ນ ການ​ພິມ​ເຜີຍ​ແຜ່ຂ່າວ​ຕ່າງໆ ​ແມ່ນ​ໄດ້​ຖືກ​ກວດກາ ຖືກ​ປັບ​ໃໝ ຖືກ​ສັ່ງ​ໃຫ້​ໂຈະ ​ແລະ ສັ່ງ​ໃຫ້​ປິດ​ລົງ ​ໃນ​ຂະນະ​ດຽວ​ກັນນັ້ນ ບັນດາ​ນັກ​ຂ່າ​ວ ບັນນາທິການ ​ແລະ ຜູ້​ພິມ​ໜັງ​ສື ​ແມ່ນ​ຖືກ​ຂົ່ມຂູ່ ຖືກ​ໂຈມ​ຕີ​ທຳຮ້າຍ ຖືກ​ຈັບ​ກຸມ ​ແລະ ​ແມ່ນ​ກະ​ທັງ​ຖືກ​ຂ້າ​ຕາຍ.

ດັດ​ຊະ​ນີ ສິດ​ເສລີພາບ​ໃນ​ວົງ​ການ​ຂ່າວ​ຂອງໂລກ ປີ 2015 ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​
ກະທົບ​ໃນ​ທາງ​ລົບ ຕໍ່ຂໍ້​ຂັດ​ແຍ້​ງຕ່າງໆ ໃນດ້ານ​ຂໍ້​ມູນຂ່າວສານ. ອົງການນັກ​ຂ່າວ​ໄຮ້​ພົມແດນ ​ຊຶ່ງເປັນ​ຜູ້​ອຸບ​ປະຖຳຕໍ່ ​ດັດ​ຊະ​ນີດັ່ງກ່າວ ເວົ້າວ່າ ດັດ​ຊະ​ນີນີ້ “​ໄດ້ເນັ້ນ​ໃຫ້​ເຫັນເຖິງ ສະພາບ ການທີ່​ຊຸດ​ໂຊມ​ລົງໃນສິດເສລີພາບ​ດ້ານ​ຂໍ້​ມູນຂ່າວສານ​ໃນ​ທົ່ວ​ໂລກ.” ກຸ່ມ​ດັ່ງກ່າວ ​ຍັງເວົ້າ​ອີກ​ວ່າ “​ເສລີພາບ​ຂອງສື່​ມວນ​ຊົນ ​ແມ່ນ​ພວມ ຖອຍ​ຫລັງ ຢູ່​ໃນທັງ 5 ທະວີບ​.”

XS
SM
MD
LG