ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທົ່ວໂລກ ສະຫຼອງ ວັນຂີດໝາຍ ເສລີພາບ ຂ່າວສານ (ວີດີໂອ)


ພວກປະທ້ວງ ທີ່ເອົາຖົງປລາສຕິກປິດໜ້າ ໂຮມຊຸມນຸມ ເນື່ອງໃນວັນເສລີພາບຂ່າວສານຂອງໂລກ ໃກ້ໆທຳນຽບ ປະທານາທິບໍດີຟີລິບປິນ ທີ່ກຸງມານີລາ (3 ພຶດສະພາ 2014)
ພວກປະທ້ວງ ທີ່ເອົາຖົງປລາສຕິກປິດໜ້າ ໂຮມຊຸມນຸມ ເນື່ອງໃນວັນເສລີພາບຂ່າວສານຂອງໂລກ ໃກ້ໆທຳນຽບ ປະທານາທິບໍດີຟີລິບປິນ ທີ່ກຸງມານີລາ (3 ພຶດສະພາ 2014)
ວັນເສົາມື້ນີ້ ເປັນວັນເສລີພາບດ້ານຂ່າວສານຂອງໂລກຊຶ່ງເປັນ
ວັນສະເຫຼີມສະຫຼອງປະຈຳປີ ທີ່ສ້າງຕັ້ງຂຶ້ນ ໂດຍອົງການສະຫະ
ປະຊາຊາດໃນປີ 1993 ເພື່ອໃຫ້ການສະໜັບສະໜຸນຕໍ່ສິດເສລີີ ພາບໃນການປາກເວົ້າ.

ອົງການສະຫະປະຊາຊາດກ່າວວ່າ ສື່ມວນຊົນທີ່ເປີດກວ້າງແລະ
ຫລາກຫລາຍ ຕ້ອງປະຕິບັດງານ ພາຍໃຕ້ສະພາບແວດລ້ອມທີ່
ປອດໄພ ໂດຍປາດສະຈາກຄວາມຢ້ານກົວ ທີ່ຈະຖືກແກ້ແຄ້ນ.

ອົງການສະຫະປະຊາຊາດ ກ່າວວ່າ ໃນປີກາຍນີ້ ມີນັກຂ່າວ 71
ຄົນຖືກຂ້າຕາຍ ໃນຂະນະທີ່ອີກ 826 ຄົນ ໄດ້ຖືກຈັບ. ມີພວກນັກຂ່າວ ຫລາຍກວ່າ 2,000 ຄົນໄດ້ຖືກຂົ່ມຂູ່ ຫລືບໍ່ກໍຖືກທຳຮ້າຍຮ່າງກາຍ ໃນປີກາຍນີ້.

ດັດຊະນີເສລີພາບຂ່າວສານຂອງໂລກໃນປີ 2014 ໄດ້ເນັ້ນໃຫ້ເຫັນເຖິງຜົນກະທົບໃນທາງ ລົບຈາກບັນຫາຂັດແຍ້ງຕ່າງໆ ທີ່ມີຕໍ່ເສລີພາບດ້ານຂໍ້ມູນຂ່າວສານ. ອົງການນັກຂ່າວບໍ່ມີ ພົມແດນ ຊຶ່ງເປັນຜູ້ອຸບປະຖຳດັດຊະນີດັ່ງກ່າວເວົ້າວ່າ ບາງປະເທດແມ່ນໄດ້ຮັບຜົນກະທົບ ຈາກທ່າອຽງ ໃນຄວາມຈຳເປັນ ຂອງການຕີຄວາມໝາຍ ເພື່ອເຫັນແກ່ ຄວາມໝັ້ນຄົງແຫ່ງ
ຊາດໃນວິທີທີ່ກວ້າງຂວາງເກີນໄປ ແລະເປັນອັນຕະລາຍທີ່ສ້າງຄວາມເສຍຫາຍໃຫ້ແກ່ສິດ ທິໃນການບອກແຈ້ງ ແລະການໄດ້ຮັບຂ່າວຄາວຕ່າງໆ.

ກຸ່ມດັ່ງກ່າວເວົ້າວ່າ ທ່າອຽງກໍຄືມີການຂົ່ມຂູ່ເພີ້ມຂຶ້ນ ຢູ່ໃນທົ່ວໂລກ ແລະເປັນອັນຕະລາຍຕໍ່ ສິດເສລີພາບດ້ານຂໍ້ມູນຂ່າວສານ ຢູ່ໃນບັນດາປະເທດຕ່າງໆ ທີ່ຖືວ່າເປັນປະຊາຊທິປະໄຕ ນັ້ນ.
CN- Experts Say a Strong Media is Essential to Functioning Governments
please wait

No media source currently available

0:00 0:03:14 0:00
XS
SM
MD
LG