ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂລກ ໄວ້ອາໄລ ວັນໂຮໂລຄອສຕ໌


ນາງໂຈຊິອານ ຕຣົມ ຜູ້ລອດຊີວິດ ຈາກໂຮໂລຄອສຕ໌ ກໍາລັງ ໃຕ້ທຽນໄຂ ໃນວັນລະນຶກເຖິງ ໂຮໂລຄອສຕ໌ຂອງສາກົນ ທີ່ ຫໍພິພິດທະພັນ ນະຄອນຫລວງວໍຊິງຕັນ.
ນາງໂຈຊິອານ ຕຣົມ ຜູ້ລອດຊີວິດ ຈາກໂຮໂລຄອສຕ໌ ກໍາລັງ ໃຕ້ທຽນໄຂ ໃນວັນລະນຶກເຖິງ ໂຮໂລຄອສຕ໌ຂອງສາກົນ ທີ່ ຫໍພິພິດທະພັນ ນະຄອນຫລວງວໍຊິງຕັນ.

ຊາວ​ໂລກ​ພາກັນ​ລະນຶກ​ເຖິງ​ຂີດໝາຍ ​ວັນໂຮ​ໂລ​ຄອດ​ຕ໌ ​ໃນ​ວັນ​ເສົາ​ມື້​ນີ້ ທີ່​ເປັນວັນ​ຄົບຮອບການປົດ​ປ່ອຍ​ສູນ​ມໍລະນະ​ ອອສວິຕຊ໌ ຂອງພວກນາຊີ ​ໃນ​ປີ 1945.

ພິພິດ​ທະພັນ​ໄວ້ອາ​ໄລ ​ໂຮໂລ​ຄອສຕ໌ສະຫະລັດ ຢູ່​ນະຄອນຫລວງວໍຊິງຕັນ ​ໄດ້​ເປັນ​
ເຈົ້າ​ພາບ​ຮັບ​ຕ້ອນ​ບັນດາ​ເຈົ້າ​ໜ້າ​ທີ່ມາ​ຈາກ​ທົ່ວ​ໂລກ ​ເພື່ອ​ລະ​ລຶກ​ເຖິງ​ການຂ້າ​ລ້າງ​
ເຊື້ອ​ຊາດ​ເຜົ່າ​ພັນ​ຊາວ​ຍີ​ວ.

​ເອກ​ອັກຄະ​ລັດຖະທູດ ຂອງ​ສະຫະພາບ​ຢູ​ໂຣບ ທ່ານ​ເດ​ວິດ ​ໂອ​ຊູ​ລິ​ວັນ ກ່າວ​ວ່າ ຫໍພິ
ພິດ​ທະພັນ ​ໄວ້ອາ​ໄລ​ໂຮ​ໂລ​ຄອສ​ຕ໌ ​ເປັນ​ທີ່​ສຳຄັນ ​ຕໍ່​ພວກ​ຄົນ​ລຸ້ນ​ໃໝ່​ ໃນ​ອະນາຄົດ ​
ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ການ​ຂ້າ​ລ້າງເຊື້ອຊາດເຜົ່າ​ພັນ​ທີ່​ຜ່ານ​ມາ.

EU Ambassador: New Generation Needs to Keep Memory Alive
please wait

No media source currently available

0:00 0:00:33 0:00

ທ່ານ​ໂອ​ຊູ​ລິ​ວັນ ກ່າວ​ວ່າ “ຄົນ​ລຸ້ນ​ໃໝ່​ຍັງ​ຕ້ອງການ​ໃຫ້​ຜູ້​ຄົນ ​ເລື່ອງ​ລາວແລະ​ສະຖານ
​ທີ່​ຕ່າງໆ​ ເພື່ອ​ຮັກສາ​ຄວາມ​ຊົງ​ຈຳ​ ໃຫ້ມີ​ຢູ່ຕໍ່​ໄປ. ​ເພື່ອ​ໃຫ້​ເປັນ​ທີ່​ແນ່​ນອນ​ວ່າ ພວກ​ເຮົາ
​ຮັກສາ​ຄໍາໝັ້ນ​ສັນຍານັ້ນ​ໄວ້ ​ໃນ​ຕອນ​ທ້າຍ​ຂອງ​ໂຮ​ໂລ​ຄອສ​ຕ໌ ບໍ່​ໃຫ້​ເກີດຂຶ້ນອີກ​ເລີຍ.”

Letter From Secretary General of Muslim World League
please wait

No media source currently available

0:00 0:00:51 0:00

ບັນ​ດາ​ເຈົ້າ​ໜ້າ​ທີ່​ຫໍ​ພິດ​ທະ​ພັນຍັງ​ອ່່ານໜັງສື​ສະບັບ​ນຶ່ງ​ຈາກ ດຣ. ມູຮາ​ມາດ ອາລ​-ອິສ
ສາ ​ເລຂາທິການ​ໃຫຍ່​ຂອງສັນນິບາດ​ມຸສລິ​ມ​ໂລກ ທີ່​ມີ​ຫ້ອງການ​ຢູ່ຊາ​ອຸ​ດີ​ ອາຣາ​ເບຍ
ຜູ້​ທີ່​ໄດ້​ຂຽນ​ວ່າ “ຜູ້​ໃດກໍຕາມ ທີ່ມີຈິດໃຈ​ຖືກຕ້ອງນັ້ນ ຈະຍອມ​ຮັບ​ ​ໃຫ້​ຄວາມ​ເຫັນ​ໃຈຫຼື
ແມ່ນ​ແຕ່ຫລຸດ​ຜ່ອນ​ການ​ກະທຳ​ຜິດ​ທີ່ທາ​ລຸນ​ນັ້ນ​ລົງ.”

Saved by Ukrainian Family, Jewish Boy Lived to Become Nobel Laureate
please wait

No media source currently available

0:00 0:03:13 0:00

ສະຕີ​ໝາຍ​ເລກ​ນຶ່ງ ທ່າ​ນາງ​ເມລາ​ເນຍ ທຣໍາ ​ແມ່ນ​ຜູ້​ນຶ່ງ​ທີ່​ໄດ້ເຂົ້າ​ຮ່ວມ​ຢູ່​ໃນ​ການ​ທ່ຽວ
​ຊົ​ມຫໍພິພິດທະພັນ​ ໂຮ​ໂລ​ຄອສ​ຕ໌ ​ໃນ​ວັນ​ສຸກ​ວານ​ນີ້ ​ແລະ ​ໄດ້​ຂຽນຂໍ້ຄວາມ ລົງ​ທາງ
Twitter ວ່າ ​ທ່ານ​ນາງ​ໄດ້​ມີ​ປະສົບ ກັບ​ການ “ຢ້ຽມຊົມທີ​ມີ​ພະລັງແລະມີຄວາ​ມຮູ້ສຶກ.”
ທ່ານ​ນາງ​ໄດ້ລົງຮູບແຜ່ນ​ນຶ່ງຂອງ​ທ່ານ​ນາງ ທີ່​ໃຕ້​ທຽນ​ໄຂ​ ຢູ່​ຝາສຳລັບສູດພະ​ວັນນາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG