ວັນພຸດມື້ນີ້ ແມ່ນວັນໄຊຊະໃນຢູໂຣບ ຫຼື VE Day ຄົບຮອບ 74 ປີ ໃນການສິ້ນສຸດລົງ
ຂອງສົງຄາມໂລກຄັ້ງທີສອງຢ່າງເປັນທາງການໃນຢູໂຣບ ເວລາກຳລັງປະເທດພັນທະ
ມິດ ໄດ້ຊະນະຜູ້ນຳເຢຍຣະມັນ ອາດອລຟ໌ ຮິຕເລີ ແລະກຳລັງຊຶ່ງຄັ້ງນຶ່ງເຄີຍເປັນເຄື່ອງ
ຈັກສົງຄາມຂອງພວກນາຊີທີ່ບໍ່ມີຜູ້ໃດເອົາຊະນະໄດ້.
ໃນຂະນະທີ່ວັນ VE-Day ບໍ່ໄດ້ພິຈາລະນາວ່າ ເປັນວັນສຳຄັນໃນການສະທ້ອນ ຄືນ
ແລະຂອບໃຈຢູ່ໃນສະຫະລັດ ແຕ່ກໍໄດ້ມີການສະເຫຼີມສະຫຼອງຢູ່ທົ່ວຢູໂຣບ ແລະຫຼາຍໆ
ແຫ່ງໃນອະດີດສະຫະພາບໂຊຫວຽດ.
ຈຳນວນທີ່ແທ້ຈິງຂອງຜູ້ເສຍຊີວິດຢູ່ໃນສົງຄາມອາດຈະບໍ່ເປັນທີ່ຮູ້ໄດ້ ແຕ່ບັນດານັກ
ປະຫວັດສາດເຊື່ອວ່າ ຊາວຢູໂຣບຢ່າງໜ້ອຍ 35 ລ້ານຄົນ ໄດ້ຖືກຂ້າຕາຍໃນລະຫວ່າງ
ສົງຄາມໂລກຄັ້ງທີສອງ ຮວມທັງຊາວຢິວ 6 ລ້ານຄົນ ທີ່ໄດ້ຖືກສັງຫານໂດຍພວກນາຊີ.
VE-Day ຍັງເປັນຂີດໝາຍຢູ່ໃນອິສຣາແອລ ທີ່ເປັນທີ່ຢູ່ໃຫ້ແກ່ພວກຄົນເຂົ້າເມືອງຊາວ
ຢິວຈາກໂຊຫວຽດ ແລະບັນດາຜູ້ລອດຊີວິດຈາກໂຮລໍຄັອດ.
ເຢຣະມັນ ໄດ້ຍອມຈຳນົນແບບບໍ່ມີເງື່ອນໄຂໃນວັນທີ 7 ພຶດສະພາ. ນາຍພົນອາລເຟຣດ
ໂຈເດີລ ຊຶ່ງເປັນຜູ້ຕາງໜ້າຂອງພວກຜູ້ນຳນາຊີ ທີ່ຍັງເຫຼືອຢູ່ ໄດ້ເຊັນເອກກະສານທີ່ແຕກ
ຕ່າງກັນສີ່ສະບັບ ຢູ່ທີ່ກອງບັນຊາການຂອງນາຍພົນສະຫະລັດ ທ່ານດູໄວ ອາຍເຊັນ
ຮາວເວີ ໃນເມືອງຣີອຳສ໌ ປະເທດຝຣັ່ງ ແຕ່ລະສະບັບແມ່ນກັບອັງກິດ ຝຣັ່ງ ສະຫະພາບ
ໂຊຫວຽດ ແລະສະຫະລັດ.
ປະທານາທິບໍດີສະຫະລັດ ທ່ານແຮຮີ ແອັສ ທຣູແມນ ແລະນາຍົກລັດຖະມົນຕີອັງກິດ
ທ່ານວິນສຕັນ ເຊີຈີລ ໄດ້ປະກາດວ່າ ວັນທີ 8 ພຶດສະພາ ເປັນວັນສະຫຼອງໄຊຊະນະຫຼື VE-DAY.
ໃນການເນັ້ນຢ້ຳຂອງຜູ້ນຳໂຊຫວຽດ ທ່ານໂຈເຊັຟ ສະຕາລິນ ນັ້ນ ເຖິງຢ່າງໃດກໍດີ ນາຍ
ພົນນາຊີຕ້ອງເຊັນເອກກະສານຍອມຈຳນົນເພີ້ມເຕີມ ຢູ່ໃນນະຄອນເບີລິນທີ່ຢຶດຄອງ
ໂດຍໂຊຫວຽດ ແລະທ່ານສະຕາລິນໄດ້ປະກາດ ຝຫ້ວັນທີ 9 ພຶດ ສະພາ ເປັນວັນ
ໄຊຊະນະ.