ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຄາຮຸ້ນໃນເອເຊຍແລະຢູໂຣບຕົກ


ລາຄາຮຸ້ນໃນເອເຊຍແລະຢູໂຣບໄດ້ຕົກສູ່ລະດັບຕໍ່າສຸດ
ໃນຮອບຫຼາຍໆເດືອນ ຍ້ອນຄວາມວິຕົກກັງວົນທີ່ຍັງ
ດຳເນີນຢູ່ຕໍ່ມາ ກ່ຽວກັບວິກິດການໜີ້ສິນ ຂອງຢູໂຣບ
ແລະຄວາມວິຕົກກັງວົນໃໝ່ ກ່ຽວກັບຄວາມເຄັ່ງຕຶງ
ທີ່ພວມເພີ້ມ ທະວີຂຶ້ນ ລະຫວ່າງເກົາຫຼີເໜືອແລະເກົາຫຼີໃຕ້.

ດັດຊະນີຮຸ້ນທີ່ກຸງໂຕກຽວ ຮົງກົງ ແລະໃຕ້ຫວັນ ຕ່າງກໍ
ຕົກລາຄາຫລາຍກວ່າ 3 ເປີເຊັນໃນການຊື້ຂາຍໃນວັນ
ອັງຄານມື້ນີ້. ນອກນັ້ນແລ້ວຮຸ້ນຍັງໄດ້ຕົກ ເກືອບ 3ເປີເຊັນ
ທີ່ນະຄອນມະນີລາ ມູມໄບ ຊິດນີ ແລະກຸງໂຊລ.

ການຕົກລາຄາຂອງຮຸ້ນໃນເຂດເອເຊຍ ສ່ວນນຶ່ງກໍມີສາເຫດມາຈາກລາຍງານຂ່າວວ່າ
ຜູ້ນຳຂອງເກົາຫລີເໜືອທ່ານກິມຈົງອິລ ໄດ້ມີຄຳສັ່ງໃຫ້ພວກທະຫານທຳການກຽມພ້ອມສູ້
ລົບທ່າມກາງທີ່ມີຄວາມເຄັ່ງຕຶງກັບເກົາຫລີໃຕ້ ກ່ຽວກັບການຈົມກຳປັ່ນລົບຂອງປະເທດ
ດັ່ງກ່າວ.

ການຊ່ອຍກອບກູ້ທະນາຄານ CAJASUR ຂອງສະເປນ ໃນສັບປະດາແລ້ວໂດຍທະນາຄານ
ກາງຂອງສະເປນນັ້ນກໍໄດ້ເຮັດໃຫ້ພວກນັກລົງທຶນມີຄວາມ ມີຄວາມເຫັນໃນທາງທີ່ບໍ່ແຈ່ມໃສ
ຫຼາຍຂຶ້ນ ກ່ຽວກັບສະຖານະການດ້ານເສດຖະກິດຂອງຢູໂຣບຮວມທັງມີຄວາມຢ້ານກົວ
ເພີ້ມຂຶ້ນກ່ຽວກັບການອ່ອນຄ່າລົງຂອງຢູໂຣ. ພວກນັກລົງທຶນໄດ້ພາກັນຂາຍເງິນຢູໂຣ
ທີ່ໃຊ້ກັນໃນ 16 ປະເທດນັ້ນອອກ ເພື່ອໄປລົງທຶນທີ່ມີການສ່ຽງໜ້ອຍລົງ. ໃນການຊື້ຂາຍ
ໃນຕອນເຊົ້າມື້ນີ້ທີ່ຕະຫລາດສຳຄັນໆໃນຢູໂຣບນັ້ນ ຮຸ້ນກໍໄດ້ຕົກລາຄາໃນລະຫວ່າງ 2
ຫາ 3 ເປີເຊັນ ຂະນະທີ່ຣາຄາຮຸ້ນສຳຄັນໆຂອງສະຫະລັດກໍມີຣາຄາຕົກ 2 ເປີເຊັນ ຫລື
ຫລາຍກວ່ານັ້ນ.

XS
SM
MD
LG