ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຄາຮຸ້ນ ຢູ່ທົ່ວເອເຊຍແລະຢູໂຣບ ສູງຂຶ້ນ ຫລັງຈາກ ການຕົກລົງຊ່ວຍເຫລືອ ທະນາຄານສະເປນ


ລາຄາຮຸ້ນໃນຕະຫລາດຮຸ້ນຢູ່ທົ່ວຢູໂຣບນັບທັງຢູ່ສະເປນສູງຂຶ້ນກວ່າເກົ່າໃນມື້ນີ້ ລຸນຫລັງທີ່ມີການຕົກລົງ ກັນຂອງບັນດາປະເທດໃນເຂດໃຊ້ເງິນຢູໂຣ ຈະສະໜອງເງິນກູ້ ຫລາຍເຖິງ 125 ພັນລ້ານໂດລາ ເພື່ອກອບກູ້ ທະນາຄານທີ່ປະສົບບັນຫາຂອງສະເປນ.
ລາຄາຮຸ້ນໃນຕະຫລາດຮຸ້ນຢູ່ທົ່ວຢູໂຣບນັບທັງຢູ່ສະເປນສູງຂຶ້ນກວ່າເກົ່າໃນມື້ນີ້ ລຸນຫລັງທີ່ມີການຕົກລົງ ກັນຂອງບັນດາປະເທດໃນເຂດໃຊ້ເງິນຢູໂຣ ຈະສະໜອງເງິນກູ້ ຫລາຍເຖິງ 125 ພັນລ້ານໂດລາ ເພື່ອກອບກູ້ ທະນາຄານທີ່ປະສົບບັນຫາຂອງສະເປນ.

ບັນດານັກລົງທຶນໄດ້ຊຸກຍູ້ລາຄາ​ຮຸ້ນ​ໃນຕະຫລາດຮຸ້ນຢູ່ທົ່ວເອເຊຍແລະຢູໂຣບ ໃຫ້ສູງຂຶ້ນ
ກວ່າເກົ່າ​ໃນ​ມື້​ນີ້ ລຸນຫລັງທີ່ມີການຕົກລົງກັນຂອງບັນດາປະເທດ ໃນເຂດໃຊ້ເງິນຢູໂຣ
ເພື່ອສະໜອງເງິນກູ້ ຫລາຍເຖິງ 125 ພັນລ້ານໂດລາ ສໍາລັບ​ຊ່ວຍກອບກູ້ບັນດາທະນາ
ຄານທີ່ປະສົບ​ບັນ​ຫາຂາດ​ເຂີນ​ທຶນຮອນ ຂອງສະເປນນັ້ນ.

ຕະຫລາດຮຸ້ນໃນອັງກິດ, ເຢຍຣະມັນ, ແລະຝຣັ່ງ ​ໄດ້ຖີບຕົວສູງຂຶ້ນປະມານ 2% ໃນ
ການຄ້າຂາຍໃນຕອນເຊົ້າຂອງວັນຈັນມື້ນີ້ ໃນຂະນະທີ່ ຮຸ້ນຢູ່ສະເປນ ຊຶ່ງນໍາໜ້າໂດຍ
ຮຸ້ນຂອງ​ບໍລິສັດການເງິນນັ້ນ ໄດ້ພຸ້ງໂຕຂຶ້ນເກືອບ 4%.

ດັດສະນີ Nikkei ຂອງຍີ່ປຸ່ນ ໄດ້ປິດລົງ 2% ສູງ​ຂຶ້ນ ແລະ ດັດສະນີ Hang Seng
ຂອງຮົງກົງ ກໍ​ສູງ​ຂຶ້ນ 2.4%.

ພວກນັກວິເຄາະເວົ້າວ່າ ການຕົກລົງທີ່ໄດ້ບັນລຸ​ກັນໃນວັນເສົາທີ່ຜ່ານມານີ້ ​ແມ່ນເປັນ
ບາດກ້າວອັນສໍາຄັນ ໃນການສະໜັບສະໜຸນ​ຄໍ້າ​ຈຸນທະນາຄານຕ່າງໆ ຂອງສະເປນ
ແຕ່ກໍ​ເຕືອນວ່າ ມັນບໍ່ແມ່ນວິທີແກ້ໄຂບັນຫາຂັ້ນ​ເດັດຂາດ ສໍາລັບເສດຖະກິດຂອງ
ສະເປນໂດຍລວມ.

ຄວາມ​ໂລ່ງ​ອົກ​ໂລ່ງ​ໃຈ​ຂອງພວກນັກລົງທຶນ ອາດມີອາຍຸສັ້ນ ໃນຂະນະທີ່ ພວກມີ​ສິດ
​ປ່ອນ​ບັດ​ໃນປະ​ເທດກຣີສ ກຽມ​ໂຕ​ສໍາລັບ​ການການເລືອກຕັ້ງລັດຖະສະພາໃນວັນອາ
ທິດໜ້າ​ນີ້ ແລະຕໍ່ໜ້າ​ຄວາມອາດເປັນໄປໄດ້ ທີ່ວ່າ ລັດຖະບານໃໝ່ ທີ່ຫາ​ກໍຂຶ້ນມາຄອງ​
ອໍານາດນັ້ນ ອາດຈະກໍາລັງ​ກຽມ​ຖອນໂຕ ອອກຈາກການໃຊ້ເງິນສະກຸນ ຢູໂຣ ແທນທີ່
ຈະຍອມຮັບ​ເອົ​າມາດຕະການ ປະ​ຢັດ​ຮັດ​ເຂັມ​ຂັດ ຕາມການຮຽກຮ້ອງຂອງປະ​ເທດອື່ນໆ​
ໃນ​ເຂດໃຊ້ເງິນ​ຢູ​ໂຣ​ໂຊນ​ນັ້ນ.

XS
SM
MD
LG