ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂລກ ກ້າວສູ່ຂີດໝາຍໃໝ່ ໃນການລະບາດ ຂອງໂຄວິດ-19


ຫ້ອງຄົ້ນຄວ້າຟິຊິກ ຈອນສ໌ ຮັອບກິນສ໌ (John Hopkins ) ທີ່ລັດ ແມຣີແລນ ສະຫະລັດອາເມຣິກາ. 
ຫ້ອງຄົ້ນຄວ້າຟິຊິກ ຈອນສ໌ ຮັອບກິນສ໌ (John Hopkins ) ທີ່ລັດ ແມຣີແລນ ສະຫະລັດອາເມຣິກາ. 

ເວລານີ້ ໂລກຂອງເຮົາມີຜູ້ຕິດເຊື້ອໄວຣັສໂຄນາທີ່ໄດ້ຮັບການຢືນຢັນກາຍ 400 ລ້ານຄົນແລ້ວ ໃນຂະນະທີ່ກໍລະນີພວມເພີ້ມຂຶ້ນຢູ່ໃນຢູໂຣບ ແລະສະຫະລັດ ຊຶ່ງ ໄດ້ນຳໄປສູ່ການຈຳກັດຮັດແຄບຕື່ມຂຶ້ນຕໍ່ປະຊາຊົນທົ່ວໄປ.

ອີງຕາມສູນກາງ ຊັບພະຍາກອນຈອນສ໌ ຮັອບກິນສ໌ (John Hopkins) ມີ 40 ລ້ານ 2 ແສນຄົນແລ້ວໄດ້ຕິດເຊື້ອໄວຣັສ ມາຮອດຕອນແລງວັນຈັນວານນີ້ແລະ ຫຼາຍກວ່າ 1 ລ້ານ 1 ແສນຄົນ ໄດ້ເສຍຊີວິດຍ້ອນໂຄວິດ-19.

ປະເທດໄອຣ໌ແລນໄດ້ປະກາດຫ້າມຢ່າງເຄັ່ງຄັດທີ່ສຸດຈຳນວນນຶ່ງໃນຢູໂຣບລະດູ ໃບໄມ້ຫຼົ່ນປີນີ້ ເພື່ອຕໍ່ສູ້ກັບການເພີ້ມຂຶ້ນຂອງກໍລະນີ. ລັດຖະບານໄດ້ເຕືອນໃຫ້ ປະຊາຊົນບໍ່ໃຫ້ເດີນທາງເກີນ
5 ກິໂລແມັດ ຈາກບ້ານເຂົາເຈົ້າ ປິດບັນດາທຸລະ ກິດຂາຍຍ່ອຍ ທີ່ບໍ່ມີຄວາມຈຳເປັນ ແລະຈໍາກັດຮ້ານອາຫານ ແລະບາດື່ມເຫຼົ້າ ຕ່າງໆ ມີແຕ່ອະນຸຍາດໃຫ້ເອົາຊື້ໄປກິນຢູ່ນອກຮ້ານເທົ່ານັ້ນ.

ບາງສ່ວນໃນເຂດບາວາເຣຍ (Bavaria) ຂອງເຢຍຣະມັນ ກໍຈະເລີ້ມມີການປິດ ຢ່າງເຄັ່ງຄັດໃນວັນອັງຄານມື້ນີ້. ພວກເຈົ້າໜ້າທີ່ຢູ່ເຂດເບິຣຈ໌ແທັສກາເດີເນີແລນ (Berchtesgadener Land) ໄດ້ປະກາດໃນວັນຈັນວານນີ້ວ່າ ປະຊາຊົນບໍ່ສາ ມາດອອກຈາກບ້ານເຮືອນເຂົາເຈົ້າ ໂດຍປາດສະ
ຈາກເຫດຜົນທີ່ດີ ເປັນເວລາ ສອງອາທິດ. ໂຮງຮຽນ ຮ້ານອາຫານ ແລະໂຮງແຮມຈະປິດ ເພື່ອຢຸດການແຜ່ ລະບາດຂອງເຊື້ອໄວຣັສ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG