ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັນທີ 25 ເມສາ ເປັນວັນມາລາເຣຍໂລກ


ເດັກນອຍປວຍເປັນໄຂມາເລເຣຍຄົນນງນອນຢູກອງມຸງ ຂະນະທຜູເປັນແມເອົານົມໃຫລູກອີກຄົນນງ ທເປັນໄຂຍຸງຄືກັນ ກິນ ຢຸໂຮງໝໍ Siaya ໃນພາກຕາເວນຕົກຂອງປະເທດເຄັນຢາ, ວັນທີ 30 ຕຸລາ 2009 (file photo)
ເດັກນອຍປວຍເປັນໄຂມາເລເຣຍຄົນນງນອນຢູກອງມຸງ ຂະນະທຜູເປັນແມເອົານົມໃຫລູກອີກຄົນນງ ທເປັນໄຂຍຸງຄືກັນ ກິນ ຢຸໂຮງໝໍ Siaya ໃນພາກຕາເວນຕົກຂອງປະເທດເຄັນຢາ, ວັນທີ 30 ຕຸລາ 2009 (file photo)

ວັນ​ທີ 25​ ເມສາມື້​ນີ້ ​ເປັນ​ວັນມາລາ​ເຣຍ​ໂລກ ຫລື​ວັນ​ໄຂ້ຍຸງຂອງ​ໂລກ. ​ໂຣກໄຂ້​ມາລາ​ເຣຍ​ເປັນພະຍາດທີ່​ເກີດ​ມາ​ຈາກເຊື້ອຍຸງກັດ ຊຶ່ງ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ ປີ​ລະ ປະມານ​ 1 ລ້ານ​ຄົນ ໃນ​ທົ່ວ​ໂລກ.

ສະມັດຊາ​ໃຫຍ່​ອະນາ​ໄມ​ໂລກ​ໄດ້​ຈັດ​ຕັ້ງ​ວັນ​ໂຣກ​ໄຂ້​ມາລາ​ເຣຍ​ໂລກ​ຂຶ້ນ​ໃນ​ປີ 2007 ​ເພື່ອ​ລະ​ລຶກ​ເຖິງ​ຄວາມ​ພະຍາ ຍາມ​ຕ່າງໆ​ຂອງ​ໂລກ​ ໃນ​ການ​ຄວບ​ຄຸມ​ໂຣກ​ໄຂ້ຍຸງ​ນັ້ນ. ອົງການ​ອະນາ​ໄມ​ໂລກ​ ຫລື WHO ກ່າວ​ວ່າ ປະຊາ ຊົນ​ປະມານ 3300 ລ້ານ​ຄົນ​ໃນ​ປີ 2009 ຊຶ່ງເທົ່າ​ກັບ ​ເຄິ່ງນຶ່ງ​ຂອງ​ຈໍານວນ​ປະຊາກອນໂລກ​ ໄດ້​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ ທີ່​ຈະຕິດ​ເຊື້ອ​ໂຣກ​ໄຂ້ຍຸງ. ອົງການ​ WHO ກ່າວ​ອີກວ່າ ພວກ​ປະຊາຊົນ​ທີ່ ອາ​ໄສຢູ່​ໃນ​ປະ​ເທດ​ທີ່​ທຸກ​ຈົນ​ທີ່​ສຸດ​ໃນ​ໂລກ​ ແມ່ນ​ໄດ້​ຮັບ​ຜົນ​ກະທົບ​ຫລາຍ​ທີ່​ສຸດ ຈາກ​ເຊື້ອໂຣກດັ່ງກ່າວ ​ແລະ​ວ່າ ​ໃນ​ທຸກໆ​ປີ ມີ​ປະຊາຊົນ​ຕິດ​ເຊື້ອ​ໂຣກ​ໄຂ້ຍຸງ​ ປະມານ 250 ລ້ານ​ຄົນ​ໃນ​ທົ່ວ​ໂລກ.

ກຸ່ມ​ນາຍ​ແພດ​ບໍ່​ມີ​ພົມ​ແດນ​ຫລື Doctors without Borders ກ່າວ​ວ່າ ໄຂ້ຍຸງ ເປັນ​ໂຣກທີ່​ເອົາ​ຊີວິດ​ພວກ​ເດັກນ້ອຍອາຍຸ​ຕໍ່​ກວ່າ 5 ຂວບ​ ຫລາຍ​ທີ່ສຸດ​ໃນ​ເຂດ​ໃຕ້​ທະ​ເລ​ຊາຍ Sahara ​ໃນ​ທະວີບອາ​ຟຣິກາ.

ກຸ່ມ​ນາຍ​ແພດ​ດັ່ງກ່າວ​ເວົ້າ​ວ່າ ພວກ​ປະ​ເທດ​ທີ່ພັດທະນາ​ແລ້ວ ຄວນ​ຈະ​ມີ​ຄວາມ​ໜັ້ນໝາຍ​ຢ່າງ​ສະໝໍ່າສະ​ເໝີ ຕໍ່​ການ​ຊ່ອຍ​ເຫລືອພວກ​ປະ​ເທດ​ກໍາລັງ​ພັດທະນາ​ ໃນ​ການ​ຕໍ່ຕ້ານກັບ​ໂຣກ​ໄຂ້ຍຸງ​ນີ້.

XS
SM
MD
LG