ການລົງປະຊາມະຕິຂອງ Scotland ທີ່ບໍ່ເຫັນດີ ໃຫ້ແຍກຕົວ
ອອກເປັນເອກກະລາດນັ້ນ ໄດ້ຖືກຕ້ອນຮັບດ້ວຍຄວາມໂລ່ງ
ໃຈຈາກອັງກິດ ແລະບັນດາປະເທດຕ່າງໆ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ໄດ້ສັນ
ລະເສີນ Scotland ໃນວັນສຸກວານນີ້ ໃນການຊົມໃຊ້ປະຊາ
ທິປະໄຕ ໂດຍເຕັມ ແລະດ້ວຍຄວາມກະ ຕືລືລົ້ນ. ທ່ານກ່າວ
ວ່າ ໂດຍຜ່ານການອະພິປາຍ ການສົນທະນາ ແລະການພິ ຈາລະນາຢ່າງມີອາລົມຮ້ອນແຮງແຕ່ດ້ວຍສະງົບນັ້ນ ພວກ
ເຂົາເຈົ້າໄດ້ເຕືອນໃຫ້ໂລກຮູ້ກ່ຽວກັບການປະກອບສ່ວນອັນ
ໃຫຍ່ຫຼວງ ຂອງ Scotlandແກ່ອັງກິດ ແລະແກ່ໂລກ.
ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ແລະນາຍົກລັດ ຖະມົນຕີສະ
ເປນ ທ່ານ Mariano Rajoy ກໍໄດ້ສະແດງຄວາມຮູ້ສຶກທີ່ຄ້າຍຄືກັນ.
ປະທານກຳມາທິການຢູໂຣບ ທ່ານ Jose Manuel Barroso ໃນວັນສຸກວານນີ້ ໄດ້ຮ້ອງ ຜົນການລົງປະຊາມະຕິດັ່ງກ່າວນີ້ວ່າ ເປັນໄປໃນທາງບວກ ສຳຫຼັບຢູໂຣບ ແລະຕົບມືຊົມ ເຊີຍໃຫ້ແກ່ Scotland ໃນຄວາມໝາຍໝັ້ນອັນແຮງກ້າ ຕໍ່ ສະພາບຢູໂຣບ.
ເລຂາທິການໃຫຍ່ຂອງອົງການ NATO ທ່ານ Aders Fogh Rasmussen ໄດ້ສະແດງ ຄວາມຍິນດີຕໍ່ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ແລະກ່າວວ່າ ທ່ານແນ່ ໃຈວ່າ ສະຫະຣາຊະອານາຈັກອັງກິດ ຈະສືບຕໍ່ຫລິ້ນບົດ ບາດເປັນຜູ້ນຳ ເພື່ອໃຫ້ກຸ່ມພັນ ທະມິດດັ່ງກ່າວມີຄວາມເຂັ້ມແຂງ.
ທ່ານ Cameron ກ່າວວ່າ ການອະພິປາຍ ກ່ຽວກັບຄວາມເປັນເອກກະລາດຂອງຊາວ Scotland ບັດນີ້ ໄດ້ສີ້ນສຸດລົງ ແລະອັງກິດ ຈະປະຕິບັດຕາມ ຄວາມໝາຍໜັ້ນຂອງຕົນ ຈະມອບອຳນາດໃໝ່ໃຫ້ແກ່ Scotland ກ່ຽວກັບ ກິດຈະການຕ່າງໆ ເຊັນວ່າການເກັບ ພາສີ ການໃຊ້ຈ່າຍ ແລະສະຫວັດດີການ. ທ່ານກ່າວອີກວ່າ ຮ່າງກົດໝາຍກ່ຽວກັບເລື່ອງ ເຫຼົ່ານີ້ ຈະເປັນທີ່ຮຽບຮ້ອຍພາຍ ໃນເດືອນມັງກອນປີໜ້າ.