ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປ. ໂອບາມາ ສະແດງ ການຄຳນັບ ຕໍ່ພວກນັກລົບເກົ່າ ໃນ ວັນຄົບຮອບ 70 ປີ D-Day (ສະໄລດ໌/ວີດີໂອ)


ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ຊ້າຍ) ແລະ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ກາງ) ຢືນກັບພວກນັກລົບເກົ່າ ທີ່ສຸສານອາເມຣິກັນ ຢູ່ເມືອງ Normandy ໃນວັນຄົບຮອບ 70 ປີ ຂອງການຍົກພົນຂຶ້ນບົກ ຫລື D-Day (6 ມິຖຸນາ 2014)
ປະທານາທິບໍດີຝຣັ່ງ ທ່ານ Francois Hollande (ຊ້າຍ) ແລະ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ກາງ) ຢືນກັບພວກນັກລົບເກົ່າ ທີ່ສຸສານອາເມຣິກັນ ຢູ່ເມືອງ Normandy ໃນວັນຄົບຮອບ 70 ປີ ຂອງການຍົກພົນຂຶ້ນບົກ ຫລື D-Day (6 ມິຖຸນາ 2014)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສະແດງການ
ຄຳນັບຕໍ່ພວກນັກລົບເກົ່າ ສົງຄາມໂລກຄັ້ງທີ 2 ໃນພິທີຊຶ່ງເປັນຂີດ
ໝາຍຄົບຮອບ 70 ປີໃນການບຸກໂຈມຕີຢູໂຣບຫຼື D-Day ທີ່ນຳໄປ ສູ່ການປລາໄຊຂອງພວກນາຊີເຢຍຣະມັນ.

ໃນຄຳປາໄສ ທີ່ຫາດ Omaha ແຄມຝັ່ງທະເລ ຂອງເມືອງ Nor-
mandy ໃນປະເທດຝຣັ່ງນັ້ນທ່ານໂອບາມາໄດ້ກ່າວຊົມເຊີຍພວກ
ທະຫານທີ່ທ່ານເວົ້າວ່າ ໄດ້ເສຍສະຫຼະຢ່າງໃຫຍ່ຫຼວງ ເພື່ອຄວາມ
ຢູ່ລອດ ຂອງອິດສະຫຼະພາບ ໃນເວລາທີ່ມັນພວມຕົກຢູ່ໃນອັນຕະ
ລາຍທີ່ສຸດນັ້ນ.
D DAY ANNIVERSARY CNPK
please wait

No media source currently available

0:00 0:01:46 0:00

ທະຫານພັນທະມິດປະມານ 160,000 ຄົນ ໄດ້ພາກັນໂດດຈ້ອງລົງ ຫຼືບໍ່ກໍບຸກຂຶ້ນໄປໃນຫາດ ເມືອງ Normandy ເມື່ອວັນທີ 6 ເດືອນມິຖຸນາປີ 1944 ໃນ ອັນທີ່ເປັນການບຸກໂຈມຕີທາງທະ ເລທີ່ໃຫຍ່ທີ່ສຸດໃນປະຫວັດສາດທາງທະຫານ. ເຖິງແມ່ນວ່າ ມີທະຫານປະມານ 4,500 ຄົນ ໄດ້ເສຍຊີວິດໄປພາຍໃນຕອນແລງມື້ນັ້ນ ແຕ່ການປະຕິບັດງານດັ່ງກ່າວໃນທີ່ສຸດກໍໄດ້ເຮັດໃຫ້ ຝ່າຍພັນທະມິດໄດ້ຮັບໄຊຊະນະໃນທົ່ວທະວີບຢູໂຣບ.
Obama Honors D-Day Sacrifices
please wait

No media source currently available

0:00 0:02:00 0:00

ໃນຄຳປາໄສຂອງທ່ານນັ້ນ ປະທານາທິບໍດີໂອບາມາ ໄດ້ກ່າວຊົມເຊີຍພວກນັກລົບເກົ່າ ທີ່ ປະກອບສ່ວນເຂົ້າຮ່ວມໃນການບຸກໂຈມຕີໃນວັນ D-Day ທີ່ໄດ້ຫັນປ່ຽນທິດທາງປະຫວັດ ສາດຂອງມະນຸດ ໂດຍເວົ້າວ່າ ມັນເປັນສິ່ງສຳຄັນທີ່ວ່າ ເລື່ອງລາວຂອງພວກເຂົາເຈົ້າໄດ້ຖືກ ຈາລຶກໄວ້ໃນຄວາມຊົງຈຳຂອງໂລກໃນອະນາຄົດ.

ໃນການເປີດພິທີນັ້ນ ປະທານາທິບໍດີຝຣັ່ງ ທ່ານ Francois Hollande ກໍກ່າວວ່າ ການເສຍ ສະຫຼະຂອງພວກທະຫານໄດ້ປ່ຽນແປງໂລກມະນຸດເຮົາ.

ທ່ານ Hollande ເວົ້າວ່າ “ພວກເຮົາເປັນໜີ້ບຸນຄຸນ ໃນຄວາມຊົງຈຳ ຕໍ່ພວກທີ່ໄດ້ເສຍຊີວິດ ສຳລັບພວກເຮົາ ແລະພວກເຮົາຍັງເປັນໜີ້ບຸນຄຸນດ້ວຍຄວາມເຕັມໃຈຂອງຝຣັ່ງທີ່ມີໜ້າໃນ ທຸກໆຫົນແຫ່ງໂດຍສຳນຶກວ່າ ມັນມີຂຶ້ນຍ້ອນປະຫວັດສາດອັນຍາວນານແລະມັນຍັງມີໂຊກ ຊະຕາທີ່ຈະຕ້ອງໄດ້ເຮັດຫຼ້ອນໜ້າທີ່ສຳລັບຊະຕາກຳຂອງໂລກທັງມວນ.”

ມີພວກນັກລົບເກົ່າຫຼາຍໆພັນຄົນເຂົ້າຮ່ວມໃນພິທີ ທີຈັດຂຶ້ນໃນວັນສຸກມື້ນີ້. ບາງຄົນຊຶ່ງຮວມ ທັງທ່ານ Jim Martin ນັກລົບເກົ່າຈາກກອງພົນລາບອາກາດທີ 101 ຂອງສະຫະລັດໄດ້ສະ ຫຼອງວັນຂີດໝາຍດັ່ງກ່າວໂດຍເຂົ້າຮ່ວມການໂດດຈ້ອງເພື່ອຫວນລະລຶກເຖິງເຫດການທີ່ໄດ້ ເກີດຂຶ້ນ ໃນວັນພະຫັດວານນີ້.

ສ່ວນພວກນັກລົບເກົ່າອື່ນໆ ຊຶ່ງສ່ວນໃຫຍ່ແມ່ນມີອາຍຸ 90 ກວ່າປີແລ້ວນັ້ນ ໄດ້ພາກັນສະຫຼອງ ວັນຄົບຮອບດັ່ງກ່າວ ໃນວິທີທີ່ຂ້ອນຂ້າງແບບພັກຜ່ອນສະບາຍໆ ໂດຍພາກັນເບິ່ງຕາເວັນຂຶ້ນ ທີ່ບໍລິເວນຫາດເມືອງ Normandy. ມີພວກຜູ້ນຳຂອງ 18 ປະເທດ ເຂົ້າຮ່ວມໃນພິທີ ທີ່ຈັດຂຶ້ນ ໃນວັນສຸກມື້ນີ້.
XS
SM
MD
LG