ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດອິສລາມ ແລະອີໂບລາ ຈະຢູ່ໃນອັນດັບສູງສຸດຂອງ ກອງປະຊຸມສະມັດຊາໃຫຍ່ ສປຊ ປີນີ້ (ວີດີໂອ)


World Leaders to Tackle ISIL, Ebola at UN Meetings
please wait

No media source currently available

0:00 0:02:45 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ໃນ​ອາທິດ​ນີ້ ບັນດາ​ຜູ້ນຳ​ໂລກ​ຈະ​ໄປ​ພົບ​ປະ​ຫາລື​ກັນຢູ່​ນະຄອນ
ນິວຢອກ​ ທີ່​ກອງປະຊຸມ​ປະຈຳ​ປີຂອງ​ສະມັດຊາ​ໃຫຍ່​ສະຫະ​ປະ
ຊາ​ຊາດ. ເປັນ​ທີ່​ຄາດ​ກັນ​ວ່າ ເລື້ອງ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ເອີ້​ນຕົນ​ເອງ​
ວ່າ ກຸ່ມ​ລັດ​ອິສລາມ ຫລື Islamic State ​ແລະ​ເລື້ອງຄວາມ​ພະ
ຍາຍາມ​ເພື່ອ​ຄວບຄຸມການ ​ແຜ່​ລະບາດ​ຂອງ​ເຊື້ອ​ໄວຣັສ ອີ​ໂບລາ
ຈະ​ຄອບ​ງຳ​ການ​ອະພິປາຍ​ຢູ່​ໃນ​ກອງ​ປະຊຸມ​ປີ​ນີ້ ອິງ​ຕາມ​ລາຍ​ງານ
​ຂອງຜູ້​ສື່​ຂ່າວ​ວີ​ໂອ​ເອ Margaret Besheer ຊຶ່ງດາຣາມີ​ລາຍ​ລະ
ອຽດ​ມາສະ​ເໜີ​ທ່ານ​.

ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ Ban Ki-moon ກ່າວ​ວ່າ ຄວາມ​ຮຸນ​ແຮງ​ຢູ່​ໃນ
ອີຣັກ​ແລະ​ຊີ​ເຣຍ ທີ່​ໄດ້​ກາຍ​ມາ​ເປັນ​ບ່ອນລໍ່​ລ້ຽງ​ໃຫ້​ພວກ​ກຸ່ມ​ຫົວ​ຮຸນ​ແຮງຈັດ​ຕ່າງໆເຕີບໃຫຍ່​
ຂະຫຍາຍ​ໂຕ​ ສຳຄັນ​ທີ່​ສຸດ​ກໍ​ຄື​ກຸ່ມ​ລັດ​ອິສລາມ​ນັ້ນ ​ແມ່ນ​ຈະ​ຖື​ກປະຊາ​ຄົມນາໆ​ຊາດຍົກ​ຂຶ້ນ
ມາປຶກສາ​ຫາລື​ກັນ. ທ່ານ Ban Ki-moon ກ່າວ​ວ່າ:

“ຂ້າພະ​ເຈົ້າ​ຍິນ​ດີນຳ​ຄວາມ​ເຫັນ​ພ້ອງ​ຕ້ອງ​ກັນ​ ທີ່​ທະວີ​ຂຶ້ນ​ເລື້ອຍໆຂອງນາໆ​ຊາດ
ທີ່​ຈະ​ເຄື່ອນ​ໄຫວ​ຕ້ານ​ໄພ​ ອັນ​ຕະລາຍຮ້າຍແຮງ​ອັນນີ້ ທີ່​ກຳລັງຄຸກ​ຄາມ​ຕໍ່​ສັນຕິ
​ພາບ
ແລະ​ຄວາມ​ໝັ້ນຄົງ​ຂອງ​ໂລກ ກໍ​ຄື​ພາກ​ພື້ນ​ນັ້ນ.”

ຈຸດ​ສຳຄັນ​ຂອງ​ຄວາມ​ພະຍາຍາມ​ທີ່​ວ່າ​ນີ້ ຈະ​ແມ່ນ​ກອງ​ປະຊຸມ​ຂອງ​ສະພາ​ຄວາມ​ໝັ້ນຄົງ ທີ່​ປະທານາທິບໍດີ Barack Obama ຈະ​ເປັນ​ປະທານ ກ່ຽວ​ກັບ​ການ​ໂຜ່​ໂຕ​ຂຶ້ນ​ມາ​ຂອງ​ພວກ
ນັກ​ຕໍ່​ສູ້​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງປະ​ເທດ.

ທ່ານ Richard Gowan ອາຈານ​ສອນ​ທີ່​ມະຫາວິທະຍາ​ໄລ New York ກ່າວ​ວ່າ ກ​ອງ​ປະ
ຊຸມ​ຈະສົ່ງ​ຂໍ້ຄວາມ​ທາງ​ການ​ເມືອງ​ທີ່​ສຳຄັນ​ອອກ​ໄປ. ທ່ານ Gowan ​ເວົ້າ​ວ່າ:

“ປະທານາທິບໍດີ​ໂອ​ບາ​ມາ ​ໄດ້​ລວບ​ລວມ​ເອົາ 40 ປະ​ເທດ​ມາ​ໂຮມ​ກັນ ​ເພື່ອ​ຕໍ່ສູ້​
ກັບ​ກຸ່ມ
ISIS ນັ້ນ. ຢູ່​ທີ່​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ຈະ​ຢືນຢັນ​ອີກ​ເທື່ອ​ໃໝ່
ກ່ຽວ​ກັບ​ການ​ຕໍ່ສູ້​ດັ່ງກ່າວ. ຄວາມ​ຈິງ​ແລ້ວ ວຽກ​ຍາກໆສ່ວນ​ໃຫຍ່​ແມ່ນ​ໄດ້​ເຮັດ​
ໄປໝົດ​ແລ້ວ ​ແຕ່​ອົງການ​ສະຫະ​ປະຊາ​ຊາດ ກໍເປັນ​ເວທີ​ທີ່​ເໝາະ​ສົມ​ທີ່​ຈະສົນທະ

ນາ​ກັນ ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ໃນ​ການ​ຕໍ່ສູ້​ກັບ​ພວກ​ອິສລາມ.”

ອີກ​ເລື້ອງ​ນຶ່ງ​ທີ່​ຈະ​ຢູ່​ໃນ​ອັນ​ດັບ​ສູງ​ສຸດ​ຂອງ​ກອງ​ປະຊຸມຂອງ​ນາໆ​ຊາດຄື​ກັນ ກໍ​ແມ່ນ​ເລື້ອງ
ການ​ຄວບ​ຄຸມ​ການລະບາດ​ຂອງ​ເຊື້ອ​ໄວຣັສ ອີ​ໂບລາ ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ ​ເກືອບ​ເຄິ່ງນຶ່ງ​ຂອງ​ຈຳນວນທັງ​ໝົດ ປະມານ 5000 ຄົນທີ່​ຕິດ​ເຊື້ອ​ໄວ​ຣັສດັ່ງກ່າວ ຢູ່​ໃນ​ອາ​ຟຣິກາ
ຕາ​ເວັນ​ຕົກ​ນັ້ນ. ເລຂາທິກ​ານ​ໃຫຍ່​ສະຫະ​ປະຊາ​ຊາດ ທ່ານ ພັນ​ກີ​ມູນ ກ່າວ​ວ່າ:

“ນີ້​ບໍ່​ແມ່ນ​ແຕ່​ພຽງ​ວິ​ກິດ​ການ​ດ້ານ​ສຸຂະພາບ​ເທົ່າ​ນັ້ນ. ​ມັນ​ຍັງ​ມີ​ຜົນ​ສະທ້ອນ​
ອັນ​ຮ້າຍ​ແຮງ​ທາງ​ດ້ານມະນຸດສະທຳ ​ເສດຖະກິດ ​ແລະ​ສັງຄົມ​ນຳ ທີ່​ອາດ​
ສາມາດ​ແຜ່​ລາມ​ອອກ​ໄປ ນອກ​ພວກ​ປະ​ເທດ​ທີ່​ຖືກ​ກະທົບ.”

ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Samantha Power.
ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງ Samantha Power.

ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ
ທ່ານ​ນາງ Samantha Power ກ່າວ​ວ່າ ກອງ​ປະຊຸມ​ປະຈຳ​ປີ
​ເຫລົ່າ​ນີ້ ມີ​ເປົ້າ​ໝາຍ​ເພື່ອ​ນຳ​ເອົາ​ບັນດາ​ຜູ້ນຳ​ໂລກ ມາ​ປຶ​ກສາ
​ຫາລືກັນ​ເພື່ອ​ຫາ​ທາງ​ແກ້​ໄຂ​ບັນຫາ​ທ້າ​ທາຍ​ຕ່າງໆ ຕໍ່​ໂລກ.

ທ່ານ​ນາງ Power ​ເວົ້າ​ວ່າ: “​ໄພ​ຂົ່ມຂູ່ທັງ​ສອງ​ຢ່າງ​ນີ້ ​ແມ່ນ
​ສະທ້ອນ​ໃຫ້​ເຫັນ​ເຖິງ ຈຸດປະສົງ​ຂອງການ​ກໍ່​ຕັ້ງອົງການ
ສະຫະ​ປະຊາ​ຊາດ​ຂຶ້ນ​ມາ ​ແລະ​ຈຸດປະສົງ​ໃນ​ການ​ນຳ​ເອົ​າ
ບັນດາປະ​ມຸກຂອງ​ເຫລົ່າປະ​ເທດ​ສະມາຊິກ​ຂອງ​ຢູ​ແອັນ
ມາ​ພົບ​ພໍ້​ກັນ​ໃນ​ທຸກໆ​ລະດູ ຊຶ່ງ​ເປັນ​ວິ​ທີ​ທີ່​ພວກ​ເຮົາ​ປຸ້ມລຸມ​
ຊັບພະຍາກອນ​ຂອງ​ພວກ​ເຮົາ​ ເພື່ອຮ່ວມ​ໄມ້​ຮ່ວມ​ມື​ກັນ ບໍ່​ແມ່ນ​ເພື່ອ​ຈັດການ​ກັບ​ໄພ
ຂົ່ມຂູ່ອັນ​ດຽວ​ກັນ​ເທົ່າ​ນັ້ນ ​ແຕ່​ເພື່ອ​ຈັດການ​ກັບພວກ​ໄພ​ຂົ່ມຂູ່​ຕ່າງໆ ທີ່​ພວກ​ເຮົາ​
ປະ​ເທດ​ນຶ່ງ​ປະ​ເທ​ດດຽວ ບໍ່​ສາມາດ​ທີ່ຈະ​ຮັບ​ມື​ກັບ​ມັນ​ໄດ້ ຕາມ​ລຳພັງ.”


ວິກິດ​ການຕ່າງໆ​ຢູ່​ໃນ​ອາ​ຟຣິກາ ການ​ຂັດ​ແຍ້​ງກັນ​ຢູ່​ໃນ​ຢູ​ເຄຣນ ​ແລະ​ຜົນ​ທີ່​ຕິດຕາມ​ມາ
ຈາກສົງຄາມ 50 ວັນ ​ໃນ​ເຂດ​ກາຊາ ​ທັງ​ໝົດ​ນັ້ນ​ແມ່ນ​ບັນຫາ​ອື່ນໆ ທີ່​ພວກ​ຜູ້ນຳ​ໂລກ​ຈະ
​ຍົກ​ຂຶ້ນມາ​ສົນທະນາ​ກັນ. ນອກ​ນັ້ນ​ແລ້ວ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ຍັງ​ໄດ້​ຮຽກ
ກອງ​ປະຊຸມ​ສຸດ​ຍອດ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ເພື່ອ​ຊຸກຍູ້​ປະ​ເທດ​ຕ່າງໆ
ໃຫ້​ທຳຄວາມ​ໝາຍ​ໝັ້ນ ຕໍ່​ການ​ຕັດການ​ປ່ອຍ​ແກ​ສ​ເຮືອນ​ແກ້ວ ອອກ​ສູ່​ເຂດ​ບັນຍາກາດ​ນັ້ນ
ລົງ.

ອາຈານ Richard Gowan ຈາກ​ມະຫາວິທະຍາ​ໄລ​ນິວຢອກ ຫລື NYU ກ່າວວ່າ ຮອບ​ປີ
​ທີ່​ຜ່ານ​ມາ​ນີ້ ​ແມ່ນ​ໄດ້​ເປັນ​ປີ​ທີ່​ຫຍຸ້ງຍາກ​ເປັນ​ ພິ​ເສດ ສຳ​ຫລັບ​ປະຊາ​ຄົມນາໆ​ຊາດ. ທ່ານ Gowan ​ເວົ້າວ່າ:

“ຮອບ​ປີ​ທ່ີ່ຜ່ານ​ມາ​ແມ່ນ​ໄດ້​ເປັນ​ປີ​ທີ່​ລຳບາກ​ແທ້ໆ ສຳ​ຫລັບການ​ທູດ​ຂອງ​ສະຫະ​ປະ
ຊາ​ຊາດ ຍ້ອນ​ການ​ສູ້​ລົບ​ກັນ​ຢູ່​ໃນ​ຊີ​ເຣຍ ​ແລະ​ຢູ່​ໃນ​ຢູ​ເຄຣນ. ການ​ທ້າ​ທາຍຈາກ​
ກຸ່ມ​ອິສລາມ ISIS ​ແລະ​ການ​ທ້າ​ທາຍ​ຈາກ​ອີ​ໂບລາ ​ແມ່ນ​ສອງເລື້ອງ​ທີ່​ລັດຖະບານ​
ທັງ​ໝົດ ສາມາດ​ເຫັນ​ພ້ອມ​ນຳ​ກັນ​ໄດ້. ​ແລະ​ກໍ​ຈະ​ມີ​ການ​ຜັກດັນ​ຢ່າງ​ໃຫຍ່​ເພື່ອ​ພະ
ຍາຍາມກອບ​ກູ້​ເອົາ​ຄວາມ​ເປັນ​ເອກະ​ພາບ​ກັນ​ກັບ​ຄືນ​ມາ ​ໃນ​ລະດັບ​ໃດ​ລະດັບ​ນຶ່ງ
ຢູ່​ສະຫະ​ປະຊາ​ຊາດ​ນັ້ນ ລຸ​ນຫລັງ​ປີທີ່​ມີ​ການ​ແຕກ​ແຍກ​ກັນ ​ຫລາຍ​ທີ່​ສຸດ.”


ການ​ທູດ​ສ່ວນ​ນຶ່ງ​ແມ່ນ​ຈະ​ດຳ​ເນີນ​ໄປ ຢູ່​ໃນ​ຫ້ອງ​ປະຊຸມ​ໃຫຍ່​ຂອງ​ສະມັດຊາ​ໃຫຍ່ ທີ່​ຫາ​ກໍໄດ້
​ຮັບ​ການ​ຊ່ອມ​ແຊມ ​ປັບປຸງ​ໃໝ່ ອັນ​ເປັນ​ພາກສ່ວນ​ສຸດ​ທ້າຍ​ຂອງ​ໂຄງການ​ບູລະນະ ສຳນັກ
ງານ​ໃຫຍ່​ຂອງ​ສະຫະ​ປະຊາ​ຊາດ ມູນ​ຄ່າ 2.200 ລ້ານ​ດອລລ່າ ທີ່​ໃຊ້​ເວລາ​ປັບປຸງ​ເກືອບ 6 ປີ ຊຶ່ງ​ໄດ້​ເຮັດ​ໃຫ້ພື້ນ​ທີ່​ບໍລິ​ເວນ​ທັງ​ໝົດ​ຂອງ ສຳນັກງານ​ທີ່ສ້າງ​ຂຶ້ນ​ມາ​ໄດ້ ​ເກືອ​ບ 70 ປີ​ນັ້ນ ມີ​ຄວາມ​ປອດ​ໄພ​ຂຶ້ນ ​ແລະ​ປະ​ຫຍັດ​ພະລັງງານ​ຫລາຍ​ຂຶ້ນ.

ປ. ໂອບາມາ ກໍຈະໄປກ່າວ ກ່ຽວກັບເລື້ອງດຽວກັນ ຕໍ່ສະຫະປະຊາຊາດ:

Obama Goes to UN With Islamic State, Ebola on Agenda
please wait

No media source currently available

0:00 0:02:53 0:00

XS
SM
MD
LG