ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ສ້າງຂ່າວ ທີ່ກອງປະຊຸມ ສຸດຍອດ G-20 ຍ້ອນນະໂຍບາຍ ສະພາບ ອາກາດປ່ຽນແປງ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຊ້າຍ, ແລະ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel
ໃນກອງປະຊຸມສຸດຍອດ G-20 ທີ່ເມືອງ ແຮມເບີກ, ປະເທດ ເຢຍຣະມັນ. 8 ກໍລະກົດ, 2017.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ຊ້າຍ, ແລະ ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໃນກອງປະຊຸມສຸດຍອດ G-20 ທີ່ເມືອງ ແຮມເບີກ, ປະເທດ ເຢຍຣະມັນ. 8 ກໍລະກົດ, 2017.

ກອງປະຊຸມສຸດຍອດຂອງກຸ່ມ 20 ປະເທດເສດຖະກິດທີ່ຮັ່ງມີທີ່ສຸດຂອງໂລກ ໄດ້ປິດລົງໃນ
ວັນເສົາວານນີ້ ພ້ອມກັບເຫດການປະທ້ວງທີ່ໂມໂຫ ຊຶ່ງປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ໄດ້ຕົກເປັນຈຸດສົນໃຈຢ່າງໃຫຍ່ນັ້ນ.

ຄວາມສຳເລັດຂອງທ່ານ ທຣຳ ລວມມີ, ການປະຊຸມທີ່ອົບອຸ່ນ ແລະ ມີຄວາມຜູກມັດກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ, ຂໍ້ຕົກລົງຢຸດຍິງສ່ວນໜຶ່ງໃນ ຊີເຣຍ,
ແລະ ຄຳໝັ້ນສັນຍາທີ່ຈະເລັ່ງເຮັດຂໍ້ຕົກລົງການຄ້າກັບ ອັງກິດ. ແຕ່ຖະແຫຼງການສະບັບສຸດທ້າຍຂອງກອງປະຊຸມສຸດຍອດ ໄດ້ສະແດງໃຫ້ເຫັນຄວາມແຕກຕ່າງທີ່ຍັງຄົງມີຢູ່ຂອງ
ຜູ້ນຳ ສະຫະລັດ ກັບ ຜູ້ນຳຄົນອື່ນໆ 19 ຄົນຂອງກຸ່ມ 20 ປະເທດ ກ່ຽວກັບ ສະພາບອາ
ກາດປ່ຽນແປງ ແລະ ປະຕິກິລິຍາຕໍ່ຄວາມຄິດເຫັນຂອງພວກເຂົາເຈົ້າ ກ່ຽວກັບ ນະໂຍ
ບາຍ ກ່ອນອື່ນແມ່ນອາເມຣິກາ ຂອງ ທ່ານ ທຣຳ, ເຊິ່ງຖືກສັງເກດເຫັນຢ່າງກວ້າງຂວາງ
ວ່າເປັນ ຜູ້ນັບຖືລັດທິຢູ່ໂດດ່ຽວ. ໃນຖະແຫຼງການນັ້ນ, ບັນດາຜູ້ນຳໄດ້ກ່າວວ່າ ພວກເພິ່ນ
ໄດ້ເຫັນດີທີ່ຈະ “ຕໍ່ສູ້ ລັດທິປ້ອງກັນສິນຄ້າພາຍໃນ.”

ຕາຕະລາງໃນວັນສຸດທ້າຍຂອງກອງປະຊຸມສຸດຍອດຂອງທ່ານ ທຣຳ ລວມມີການປະ
ຊຸມຫຼາຍຄັ້ງ ແຍກຈາກກອງປະຊຸມສຸດຍອດ ກັບຜູ້ນຳຂອງປະເທດ ອັງກິດ, ອິນໂດເນ
ເຊຍ, ສິງກະໂປ, ຍີ່ປຸ່ນ ແລະ ຈີນ.

ໃນກອງປະຊຸມການເງິນຂອງ ຜູ້ປະກອບກິດຈະການແມ່ຍິງນັ້ນ, ປະທານາທະບໍດີ ທຣຳ
ໄດ້ໃຫ້ທ່າທາງທີ່ມີຄວາມປະນີປະນອມກັນຕໍ່ເຈົ້າພາບຈັດກອງປະຊຸມສຸດຍອດ, ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel, ຜູ້ທີ່ເບິ່ງຄືວ່າຈະເປັນຜູ້ກ່າວຕ້ອງ
ຕິ ກ່ຽວກັບ ນະໂຍບາຍການຄ້າ ແລະ ສະພາບອາກາດຂອງທ່ານ ທຣຳ ຫຼາຍທີ່ສຸດໃນ
ບັນດາຜູ້ນຳ 20 ປະເທດ.

ທ່ານ ທຣຳ ໄດ້ຍົກຍ້ອງທ່ານນາງ Merkel ສຳລັບວຽກງານທີ່ປະເທດຂອງທ່ານນາງໄດ້
ເຮັດ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດ ເຖິງແມ່ນວ່າຈະມີການປະທ້ວງຕໍ່
ຕ້ານນາຍທຶນຢ່າງບໍ່ຢຸດບໍ່ເຊົາ ໃນເມືອງ Hamburg ເມື່ອວັນເສົາວານນີ້ ແລະ ລວມທັງ
ການຈູດລົດ ແລະ ປຸ້ນສະດົມຮ້ານຂາຍເຄື່ອງຕ່າງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Is Biggest Attraction at G-20 Summit
please wait

No media source currently available

0:00 0:02:00 0:00

XS
SM
MD
LG