ຝຣັ່ງ ເຢຍຣະມັນ ແລະ ສະຫະລັດ ກໍາລັງເອົາທ່າທີຮ່ວມກັນ
ຕໍ່ການກໍ່ຄວາມຮຸນແຮງທີ່ເຮັດໃຫ້ມີຜູ້ເສຍຊີວິດ ໃນປະເທດ
ຢູເຄຣນ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ໄດ້ປະ
ນາມ ດ້ວຍການໃຊ້ ຄວາມເວົ້າທີ່ແຮງສຸດຕໍ່ການກໍ່ຄວາມຮຸນ
ແຮງດັ່ງກ່າວ ໃນຂະນະທີ່ີທ່ານຢ້ຽມຢາມ ປະເທດເມັກຊິໂກ
ໃນວັນພຸດວານນີ້. ທ່ານກ່າວວ່າ ສະຫະລັດຖືວ່າລັດຖະບານ
ຢູເຄຣນ “ເປັນຜູ້ຮັບຜິດຊອບຕົ້ນຕໍ” ໃນການຮັບມືກັບພວກ
ປະທ້ວງ ໃນວິທີທາງທີ່ເໜາະສົມ.
ທ່ານ Obama ກ່າວວ່າ “ພວກເຮົາຫວັງວ່າ ລັດຖະບານຢູເຄຣນ ຈະສະແດງໃຫ້ເຫັນເຖິງ
ການໃຊ້ຄວາມຢັບຢັ້ງ ໂດຍບໍ່ແມ່ນຄວາມຮຸນແຮງ ໃນການຮັບມືກັບພວກປະທ້ວງແບບ
ສັນຕິ. ພວກເຮົາໄດ້ກ່າວແລ້ວວ່າ ພວກເຮົາຍັງຄາດຫວັງອີກວ່າ ພວກປະທ້ວງແບບສັນຕິຍັງຈະສືບຕໍ່ ດຳເນີນການແບບສັນຕິ ແລະພວກເຮົາຈະຕິດຕາມເບິ່ງສະຖານະການ
ຢ່າງລະມັດລະວັງ ໂດຍຮັບຮູ້ຮ່ວມກັນກັບບັນ ດາພາຄີໃນຢູໂຣບຂອງພວກເຮົາ ແລະ ປະ
ຊາຄົມນາໆຊາດວ່າ ຈະມີຜົນທີ່ຕິດຕາມ ຖ້າຫາກບຸກຄົນໃດດຳເນີນການກາຍຂອບເຂດ.”
ໃນລະຫວ່າງການຖະແຫຼງຂ່າວຮ່ວມກັນ ໃນວັນພຸດວານນີ້ ກັບນາຍົກລັດຖະມົນຕີເຢຍຣະ ມັນທ່ານນາງ Angela Merkel ທີ່ນະຄອນປາຣີນັ້ນ ປະທານາທິບໍດີຝຣັ່ງທ່ານ Francois Hollande ໄດ້ຮຽກຮ້ອງໃຫ້ “ທຳການລົງໂທດຢ່າງຮີບດ່ວນແລະມີເປົ້າໝາຍ ຕໍ່ພວກທີ່ຮັບ
ຜິດຊອບໃນການກົດຂີ່” ໃນຢູເຄຣນ.
ທ່ານນາງ Merkel ກ່າວວ່າ ບັນດາລັດຖະມົນຕີຕ່າງປະເທດຂອງສະຫະພາບຢູໂຣບຈະສົນ
ທະນາກັນກ່ຽວກັບວ່າ ຈະມີການລົງໂທດແບບໃດ ຕໍ່ກຸງ Kyiv ຢູ່ທີ່ກອງປະຊຸມໃນວັນພະຫັດ
ມື້ນີ້ ທີ່ນະຄອນ Brussels.