ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ຜູ້​ນຳ​ໂລກ ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ ຕໍ່​ການ​ເສຍ​ຊີ​ວິດ ​ຂອງ​ທ່ານ ຄິ​ສ​ຊິນ​ເຈີ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ເຮັນ​ຣີ ຄິ​ສ​ຊິນ​ເຈີ, ຂວາ, ພົບ​ປະ​ກັບ​ປະ​ທານ​ປະ​ເທດ ຈີນ ທ່ານ ໝາວ ເຊ​ຕົງ, ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 24 ພ​ະ​ຈິກ 1973.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ເຮັນ​ຣີ ຄິ​ສ​ຊິນ​ເຈີ, ຂວາ, ພົບ​ປະ​ກັບ​ປະ​ທານ​ປະ​ເທດ ຈີນ ທ່ານ ໝາວ ເຊ​ຕົງ, ໃນ​ນະ​ຄອນຫຼວງ ປັກ​ກິ່ງ, 24 ພ​ະ​ຈິກ 1973.

ບັນ​ດາ​ຜູ້​ນຳ​ໂລກ​ໄດ້​ສະ​ແດງ​ປະ​ຕິ​ກິ​ລິ​ຍາ​ຕໍ່​ການ​ເສຍ​ຊີ​ວິດ​ຂອງ​ທ່ານ ເຮັນ​ຣີ ຄິ​ສ​ຊິນ​ເຈີ, ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ຜູ້​ທີ່​ໄດ້​ມີ​ອິດ​ທິ​ພົນ​ຕໍ່​ພູມ​ສາດ​ການ​ເມືອງ​ພາຍ​ໃຕ້​ປະ​ທາ​ນາ​ທິ​ບໍ​ດີ​ສອງ​ຄົນ.

ທ່ານ ຄິ​ສ​ຊິນ​ເຈີ ໄດ້ເຖິງ​ແກ່​ກຳໃນ​ວັນ​ພຸດ​ວານນີ້​ ຮວມ​ອາ​ຍຸ​ໄດ້ 100 ປີ.

ທ່ານ ເຊັຍ ເຟັງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຈີນ ປະ​ຈຳ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ຂໍ້​ຄວາມ​ທີ່​ຂຽນ​ໃນ X ທີ່​ເຄີຍ​ຮູ້​ຈັກ​ໃນ​ຊື່ ທວິດ​ເຕີ ວ່າ “ຕົກ​ໃຈ​ເປັນ​ຢ່າງ​ຍິ່ງ ແລະ ເສຍ​ໃຈ​ທີ່​ໄດ້​ຮູ້ ກ່ຽວ​ກັບ ການ​ເສຍ​ຊີ​ວິດ​ຂອງ ດ​ຣ. ຄິ​ສ​ຊິນ​ເຈີ ດ້ວຍ​ອາ​ຍຸ 100 ປີ. ຂໍ​ສະ​ແດງ​ຄວາມ​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ​ຕໍ່​ທ່ານ​ນາງ ແນນ​ຊີ (ພັນ​ລະ​ຍາ​ຂອງ​ທ່ານ ຄິ​ສ​ຊິນ​ເຈີ) ແລະ ຄອບ​ຄົວ​ຂອງ​ທ່ານ​ນາງ. ມັນ​ແມ່ນ​ການ​ສູນ​ເສຍ​ຄັ້ງ​ໃຫຍ່​ສຳ​ລັບ​ສອງ​ປະ​ເທດ​ຂອງ​ພວກ​ເຮົາ ແລະ ໂລກ. ປະ​ຫວັດ​ສາດ​ຈະ​ຈື່​ຈຳ​ສິ່ງ​ທີ່​ຜູ້​ມີ​ອາ​ຍຸ 100 ປີ​ດັ່ງ​ກ່າວ​ໄດ້​ປະ​ກອບ​ສ່ວນ​ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ ຈີນ ແລະ ສະ​ຫະ​ລັດ, ແລະ ທ່ານ​ຈະ​ຄົງ​ຢູ່​ໃນ​ຫົວ​ໃຈ​ຂອງ​ປະ​ຊາ​ຊົນ ຈີນ ດັ່ງ​ກັບ​ເພື່ອ​ນ​ເກົ່າ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ.”

ທ່ານ ຄິ​ສ​ຊິນ​ເຈີ ໄດ້​ທຳ​ການ​ເດີນ​ທາງ​ໄປ ຈີນ ສອງ​ຄັ້ງ​ກ່ອນ​ໄດ້​ໄປ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ຣິ​ເຈີດ ນິກ​ສັນ ໃນ​ການ​ຢ້ຽມ​ຢາມ​ທີ່​ສຳ​ຄັນ​ໃນ​ປັກ​ກິ່ງ ເມື່ອ​ປີ 1972 ເພື່ອ​ພົບ​ປະ​ກັບ​ປະ​ທານ​ພັກ​ຄອມ​ມູ​ນິ​ສ ຈີນ, ໝາວ ເຊ​ຕົງ. ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ນັ້ນ, ສະ​ຫະ​ລັດ ແລະ ຈີນ ໄດ້​ສ້າງ​ສາຍ​ພົວ​ພັນ​ຢ່າງ​ເປັນ​ທາງ​ການຫຼັງຈ​າກ​ໄດ້​ຢຸດ​ໄປ 23 ປີ.

ໃນ ຍີ່​ປຸ່ນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຟູ​ມິ​ໂອະ ຄິ​ຊິ​ດະ ໄດ້​ເວົ້າ ກ່ຽວ​ກັບ ບົດ​ບາດ​ຂອງ​ທ່ານ ຄິ​ສ​ຊິນ​ເຈີ ໃນ​ເອ​ເຊຍ, ໂດຍ​ກ່າວ​ວ່າທ່ານ​ມີ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ “ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ” ຕໍ່​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ, ໃນ​ຂໍ້​ຄວາມ​ທີ່​ຂຽນ​ໃນ X. ທ່ານ ຄິ​ຊິ​ດະ ໄດ້​ກ່າວ​ເຖິງວຽກ​ງານ​ຂອງ​ທ່ານ ຄິ​ສ​ຊິນ​ເຈີ ໃນ​ ຈີນ ຕື່ມ​ວ່າ, “ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ເຄົາ​ລົບ​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ​ຕໍ່​ຄວາມ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ທ່ານ​ໄດ້​ເຮັດ. ຂ້າ​ພະ​ເຈົ້າ​ກໍ​ຂໍ​ສະ​ແດງ​ຄວາມ​ເສຍໃຈຂອງ​ຂ້າ​ພ​ະ​ເຈົ້າ​ດ້​ວຍ.”

ປະ​ທານ​ສະ​ພາ​ຢູ​ໂຣບ ທ່ານ ຊາ​ລ​ສ໌ ມິ​ແຊ​ລ໌ ໄດ້​ເອີ້ນ​ທ່ານ ຄິ​ສ​ຊິນ​ເຈີ ວ່າ “ນັກ​ວາງ​ແຜນ​ຍຸດ​ທະ​ສາດ​ຜູ້​ທີ່​ມີ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ລາຍ​ລະ​ອຽດ​ທີ່​ນ້ອຍ​ທີ່​ສຸດ,” ໃນ​ອີກ​ຂໍ້​ຄວາມ​ນຶ່ງ​ທີ່​ຂຽນ​ໃນ X. ທ່ານ​ໄດ້​ປະ​ກາດ​ທ່ານ ຄິ​ສ​ຊິນ​ເຈີ​ ດັ່ງ​ກັບ “ມະ​ນຸດ​ທີ່​ໃຈ​ດີ ແລະ ມີ​ຈິດ​ໃຈ​ທີ່​ສຸດຍອດ, ຜູ້​ເຊິ່ງໃນ 100 ປີ​ທີ່​ຜ່ານ​ມາ, ໄດ້ຫຼໍ່ຫຼອມ​ໂຊກ​ຊະ​ຕາ​ຂອງ​ບາງ​ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ໂລກ.”

ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ໄດ້​ເອີ້ນ​ທ່ານ ຄິ​ສ​ຊິນ​ເຈີ ວ່າ “ນັກ​ການ​ເມືອງ​ທີ່​ສະຫຼາດ ແລະ ເບິ່ງ​ການ​ໄກ,” ໃນ Telegram ທີ່​ຂຽນ​ເຖິງ​ທ່ານ​ນາງ ແນນ​ຊີ, ອີງ​ຕາມ​ອົງ​ການ​ຂ່າວ ຣອຍ​ເຕີ.

XS
SM
MD
LG