ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ນ້ຳ ຂອງໂລກ ໄດ້ໄປເຕົ້າໂຮມກັນ ຢູ່ທີ່ກອງປະຊຸມ ສະມັດຊາໃຫຍ່ ອົງການ ສປຊ

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວຖະແຫລງ ໃນຖານະເປັນປະທານ ຂອງກອງປະຊຸມ ສະມັດຊາໃຫຍ່ ຄັ້ງທີ 71 ໂດຍມີ ທ່ານ Peter Thomson (ກາງ), ແລະ ທ່ານ Mogens Lykketoft, ຢູ່ຄຽງຂ້າງ, ວັນທີ 19 ກັນຍາ 2016, ຢູ່ທີ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ New York.

ບັນດາຜູ້ນຳຂອງໂລກ ໄດ້ໄປເຕົ້າໂຮມກັນ ຢູ່ນະຄອນ New York ບ່ອນທີ່ພວກເພິ່ນ ຈະຕົກລົງກັນ ກ່ຽວກັບບັນຫາທ້າທາຍ 2 ເລື່ອງທີ່ຍິ່ງໃຫຍ່ ສຳລັບໂລກ ຄື: ສົງຄາມໃນ ຊີເຣຍ ແລະ ວິກິດການອົບພະຍົບ ທີ່ພວກຕົນໄດ້ ສ້າງຂຶ້ນ.

ຄັ້ງນີ້ ຈະເປັນເທື່ອສຸດທ້າຍ ໃນການເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະປະຊາຊາດ ຂອງ ທ່ານບາຣັກ ໂອບາມາ ໃນຖານະເປັນ ປະທານາທິບໍດີ ສະຫະລັດ ແລະ ກໍເປັນຄັ້ງສຸດທ້າຍ ສຳລັບ ທ່ານ Ban Ki-moon ໃນຖານະເປັນ ເລຂາທິການໃຫຍ່ ອົງການສະຫະປະຊາ ຊາດ ເຊັ່ນກັນ. ການຄອງອຳນາດ ອັນດົນນານເຖິງ 10 ປີ ຂອງທ່ານ Ban ຈະສິ້ນສຸດລົງ ໃນວັນທີ 31 ທັນວາ ຈະມາເຖິງນີ້.

ຊາວອົບພະຍົບ ຊີເຣຍ ນາງ Walaa ອາຍຸ 26 ປີ ນັ່ງຢູ່ໃນຕູບຂອງຄວບຄົວ ຂອງນາງ ຢູ່ທີ່ສູນເມືອງ Souda ໃນເກາະ Chios ຂອງກຣິສ, ວັນທີ 7 ກັນຍາ 2016.
ຊາວອົບພະຍົບ ຊີເຣຍ ນາງ Walaa ອາຍຸ 26 ປີ ນັ່ງຢູ່ໃນຕູບຂອງຄວບຄົວ ຂອງນາງ ຢູ່ທີ່ສູນເມືອງ Souda ໃນເກາະ Chios ຂອງກຣິສ, ວັນທີ 7 ກັນຍາ 2016.

ປະຊາຊົນ 65 ລ້ານຄົນ ໄດ້ກາຍເປັນອົບພະຍົບ ຫຼື ຜູ້ຍົກຍ້າຍຖິ່ນຖານ ຍ້ອນບັນຫາ ຂັດແຍ້ງກັນ, ໄພພິບັດຈາກທຳມະຊາດ ຫຼື ຄວາມທຸກຍາກທີ່ຮ້າຍແຮງທີ່ສຸດ.

ໃນວັນຈັນມື້ນີ້ ທ່ານ Ban ຈະເປີດກອງປະຊຸມສຸດຍອດພິເສດ ກ່ຽວກັບ ຊະຕາກຳຂອງ ພວກຄົນດັ່ງກ່າວນັ້ນ.

ບັນດາຜູ້ນຳທັງຫຼາຍ ຍອມຮັບວ່າ ການລັ່ງໄຫລຂອງອົບພະຍົບ ຈາກຊີເຣຍ ຈະບໍ່ຍຸຕິ ຈົນກວ່າ ສັນຕິພາບ ແລະ ສະຖຽນລະພາບ ຈະຖືກຟື້ນຟູຄືນມາ.

World leaders gather Monday in New York where they will deal with two huge global challenges: the war in Syria and the refugee crisis it created.

This will be Barack Obama's final U.N. General Assembly as U.S. president, and the last for Ban Ki-moon as secretary-general.His decade-long tenure ends December 31st.

Sixty-five million people are refugees or displaced, on the move because of conflict, natural disasters or extreme poverty.

On Monday, Ban will convene a special summit about their plight.

Leaders realize the exodus from Syria will not end until peace and stability are restored.

XS
SM
MD
LG