ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາອຸດີ ອາຣາເບຍ ອິສຣາແອລ ຮ່ວມກັບບັນດາຜູ້ນຳ ຂອງໂລກ ສະແດງຄວາມຍິນດີນຳ ທ. ໄບເດັນ ແລະທ.ນ. ແຮຣິສ


ຜູ້ສະໜັບສະໜຸນ ທ່ານໂຈ ໄບເດັນ ຜູ້ທີ່ຄາດວ່າຈະຖືກເລືອກໃຫ້ເປັນປະທານາທິບໍດີ ແລະ ທ່ານນາງຄາມາລາ ແຮຣິສ ໃຫ້ເປັນຮອງປະທານາທິບໍດີ ໂບກທຸກຊາດສະຫະລັດ ໃນນະຄອນ ລາສ ເວກັສ ລັດເນວາດາ, ວັນທີ 7 ພະຈິກ 2020.
ຜູ້ສະໜັບສະໜຸນ ທ່ານໂຈ ໄບເດັນ ຜູ້ທີ່ຄາດວ່າຈະຖືກເລືອກໃຫ້ເປັນປະທານາທິບໍດີ ແລະ ທ່ານນາງຄາມາລາ ແຮຣິສ ໃຫ້ເປັນຮອງປະທານາທິບໍດີ ໂບກທຸກຊາດສະຫະລັດ ໃນນະຄອນ ລາສ ເວກັສ ລັດເນວາດາ, ວັນທີ 7 ພະຈິກ 2020.

ກະສັດຊາລມານ ບິນ ອັບດູລາຊິສ ແລະເຈົ້າຟ້າຊາຍໂມຮຳເມັດ ບິນ ຊາລມານ ຂອງຊາອຸດີ ອາຣາເບຍ ໃນວັນອາທິດວານນີ້ ຮ່ວມກັບ ບັນດາປະເທດອາຣັບ ອື່ນໆ ສະແດງຄວາມຍິນດີ ນຳທ່ານໂຈ ໄບເດັນ ຜູ້ທີ່ຄາດກັນວ່າ ຖືກເລືອກໃຫ້ເປັນປະທານາທິບໍດີແລະທ່ານນາງຄາມາລາ ແຮຣິສ ຜູ້ທີ່ຖືກເລືອກໃຫ້ເປັນຮອງ ປະທານາທິບໍດີ ສຳລັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ.

ຖະແຫລງການຂອງອົງການຂ່າວ SPA ໄດ້ກ່າວວ່າ “ກະສັດຊາລມານ ໄດ້ຍົກ ຍ້ອງຄວາມໂດດເດັ່ນ ປະຫວັດສາດ ແລະສາຍສຳພັນທີ່ໃກ້ຊິດ ລະຫວ່າງສອງປະເທດເພື່ອນມິດ ແລະປະຊາຊົນຂອງສອງປະເທດ ຊຶ່ງໝົດທຸກຄົນແມ່ນຈະຫາທາງເສີມຂະຫຍາຍ ແລະພັດທະນາໃນທຸກລະດັບ.”

ໃນຂະນະດຽວກັນ ເຈົ້າຟ້າຊາຍໂມຮຳເມັດ ກໍມີຄວາມສຳພັນຢ່າງໃກ້ຊິດກັບລັດ ຖະບານທ່ານທຣຳ ຊຶ່ງທ່ານໄບເດັນ ໄດ້ປະຕິຍານວ່າ ຈະປະເມີນຄືນໃໝ່ ສາຍ ສຳພັນຂອງສະຫະລັດ ກັບຣາຊະອານາຈັກນີ້ ຫຼັງຈາກທີ່ມີການສັງຫານນັກຂ່າວຊາວຊາອຸດີ ທ່ານຈາມອລ ຄາຊອກກີ ຢູ່ໃນກົງສຸນຂອງຊາອຸດີ ປະຈຳນະຄອນ ອິສຕານບູລ ໃນປີ 2018.

ໃນວັນອາທິດວານນີ້ເຊັ່ນກັນ ນາຍົກລັດຖະມົນຕີອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ ໄດ້ສະແດງຄວາມຍິນດີ ນຳທ່ານໄບເດັນ ແລະທ່ານນາງແຮຣິສ ໂດຍກ່າວຜ່ານທາງທວິດເຕີ້ ວ່າ “ທ່ານໂຈ ພວກເຮົາມີຄວາມສຳພັນແບບສ່ວນຕົວ ທີ່ອົບອຸ່ນແລະຍາວນານມາເກືອບ 40 ປີ ແລະຂ້າພະເຈົ້າຮູ້ທ່ານດີວ່າ ເປັນເພື່ອນທີ່ດີເລີດຂອງອິສຣາແອລ. ຂ້າພະເຈົ້າຍິນດີທີ່ຈະເຮັດວຽກກັບທັງສອງທ່ານ ເພື່ອສືບຕໍ່ເສີມຂະຫຍາຍພັນທະມິດແບບພິເສດລະຫວ່າງສະຫະລັດ ແລະອິສຣາແອລ.”

ທ່ານເນຕັນຢາຮູ ແມ່ນໃກ້ຊິດກັບປະທານາທິບໍດີ ດໍໂນລ ທຣຳເປັນພິເສດຫຼັງຈາກທີ່ໄດ້ມີສາຍສຳພັນທີ່ຂົມຄືນຫຼາຍກວ່າ ກັບປະທານາທິບໍດີ ບາຣັກ ໂອບາມາ ຊຶ່ງຜູ້ທີ່ຈະມາຮັບຕຳແໜ່ງແທນທ່ານທຣຳໃນທັນທີນັ້ນ ແມ່ນທ່ານໄບເດັນ ຜູ້ທີ່ເຄີຍເປັນຮອງປະທານາທິບໍດີ.

ໃນວັນເສົາຜ່ານມາ ຫຼັງຈາກບໍ່ເທົ່າວັນທີ່ບໍ່ໄດ້ມີຄວາມເຫັນຕໍ່ການເລືອກຕັ້ງປະທານາທິບໍດີຂອງອາເມຣິກາ ບັນດາຜູ້ນຳທັງຫຼາຍທີ່ປະກອບດ້ວຍ ນາຍົກ ລັດຖະມົນຕີ ອັງກິດ ທ່ານບໍຣິສ ຈອນສັນ ແລະນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີໂກລ ໄດ້ສະແດງຄວາມຍິນດີ ນຳທ່ານໄບເດັນ ໃນເມື່ອຜົນການນັບຄະແນນຂອງລັດເພັນຊີລເວເນຍ ອອກມາທີ່ໄດ້ຄາດກັນວ່າ ທ່ານໄບເດັນ ເປັນຜູ້ຊະນະ.

ທ່ານຈອນສັນ ໄດ້ກ່າວໃນຖະແຫລງການສະບັບນຶ່ງທີ່ໄດ້ແຈ້ງອອກມາ ໂດຍທຳ ນຽບນາຍົກລັດຖະມົນຕີ ຫຼື Downing Street ວ່າ “ສະຫະລັດ ເປັນພັນທະມິດທີ່ສຳຄັນທີ່ສຸດຂອງພວກເຮົາ ແລະຂ້າພະເຈົ້າຍິນດີທີ່ຈະເຮັດວຽກຢ່າງໃກ້ຊິດຮ່ວມກັນ ໃນເລື້ອງທີ່ເປັນບູລິມະສິດທັງຫຼາຍຈາກການປ່ຽນແປງຂອງດິນຟ້າອາ ກາດ ຕະຫຼອດເຖິງການຄ້າ ແລະຄວາມໝັ້ນຄົງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG