ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາຜູ້ນຳຂອງໂລກ ສະແດງຄວາມເສົ້າເສຍໃຈ ນໍາການຈາກໄປ ຂອງທ່ານ Ariel Sharon (ສະໄລດ໌)


ບັນດາ​ຜູ້ນຳ​ໂລກ​ຫຼາຍ​ທ່ານ​ໄດ້​ກ່າວ​ຍ້ອງຍໍ​ສັນລະ​ເສີນ ​ບົດບາດ
​ອັນ​ສຳຄັນຂອງ​ທ່ານ Ariel Sharon ໃນ​ປະຫວັດສາດ​ຂອງອິສ
ຣາ​ແອ​ລ ​ແລະ​ພວກ​ຕຳ​ໜິຕິຕຽນ​ທ່ານ​ກໍ​ໄດ້​ເວົ້າ​ອອກ​ມາ​ເຊັ່ນ​ກັນ.

ປະທານາທິບໍດີສະຫະລັດ​ ທ່ານ ບາຣັກ ​ໂອ​ບາ​ມາ ​ ​ພ້ອມ​ດ້ວຍ
​ພັນ​ລະ​ຍາ ທ່ານ​ນາງ Michelle ໄດ້​ສົ່ງ​ສານ​ສະ​ແດງຄວາມ​ໂສກ​
ເສົ້າ​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ​ ໄປ​ຍັງ​ຄອບຄົວ​ຂອງ​ທ່ານ Sharon
ແລະ​ປະຊາ​ຊົນ​ອິສຣາ​ແອ​ລ. ພວກ​ທ່ານ​ໄດ້​ຢືນຢັນ​ຄືນ​ໃໝ່ຄຳ
​ໝັ້ນ​ໝາຍ​ທີ່​ບໍ່​ມີ​ວັນ​ສັ່ນ​ຄອນ​ຂອງ​ພວກ​ທ່ານ ​ຕໍ່​ຄວາມໝັ້ນຄົງ
ຂອງ​ອິສຣາ​ແອ​ລ ​ແລະ​ຕໍ່​ເປົ້າ​ໝາຍ​ຂອງ​ການ​ອໍານວຍ​ໃຫ້ມີສອງ​
ປະ​ເທດ​ ກໍ​ຄື​ອິສຣາ​ແອ​ລກັບປາ​ແລ​ສຕາຍ ທີ່ດໍາລົງ​ຢູ່​ຄຽງ​ຄູ່​ກັນ
ໄດ້ ໃນສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ນັ້ນ.

ປະທານາທິບໍດີ​ອິສຣາ​ແອ​ລ ທ່ານ Simon Peres ຊຶ່ງ​ເປັນທັງ​ເພື່ອນແລະ​ຄູ່​ແຂ່ງກັນ​ມາເປັນ
​ເວລາ​ຍາວ​ນານ​ນັ້ນ ​ເອີ້ນ​ທ່ານ​Sharon ວ່າ ​ເປັນ​ທະຫານ​ທີ່​ພິລາດ​ອາດຫານ​ແລະ​ເປັນ​ຜູ້ນຳ​
ທີ່​ກ້າ​ເຮັດ​ກ້າ​ທໍາ ທີ່​ຮັກຫອມ​ປະ​ເທດ​ຊາດຂອງ​ທ່ານ ​ແລະປະ​ເທດຂອງ​ທ່ານ​ກໍ​ຮັກ​ທ່ານ ​ເຊັ່ນ​
ກັນ.

ໃນຖ້ອຍ​ຖະ​ແຫຼ​ງທຳ​ອິດບັ້ນ​ນຶ່ງ ​ຫຼັງ​ຈາກປະກາດ​ຂ່າວການ​ເຖິງ​ແກ່ອະສັນ​ຍະ​ກຳ​ຂອງ​ຜູ້ ດໍາລົງ
​ຕໍາ​ແໜ່​ງນາຍົກລັດຖະມົນຕີມາກ່ອນ​ທ່ານ ​ໃນ​ວັນ​ເສົາ​ວານ​ນີ້ ທີ່​ໂຮງ​ພະຍາບານ​ແຫ່ງ​ນຶ່ງ​ໃກ້ໆ​
ກັບ​ Tel Aviv ນັ້ນ ນາຍົກລັດຖະມົນຕີ Benjamin Netanyahu ​ໄດ້​ສະ​ແດງ​ຄວາມ​ໂສກເສົ້າ​
ຢ່າງ​ເລິກ​ເຊິ່ງ ​ແລະ​ກ່າວ​ວ່າ ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ທ່ານ Sharon ຍັງ​ມີ​ຢູ່​ຕະຫຼອດໄປ​ໃນຈິດ​
ໃຈ​ຂອງ​ປະ​ເທດຊາດ.

ຊາວປາແລສຕາຍສະແດງຄວາມດີໃຈ ນໍາການເສຍຊີວິດຂອງ ທ່ານ Ariel Sharon, ຢູ່ສູນອົບພະຍົບ Ein el-Hilweh ໃກ້ໆເມືອງ Sidon, Lebanon, ວັນທີ 11, 2014
ຊາວປາແລສຕາຍສະແດງຄວາມດີໃຈ ນໍາການເສຍຊີວິດຂອງ ທ່ານ Ariel Sharon, ຢູ່ສູນອົບພະຍົບ Ein el-Hilweh ໃກ້ໆເມືອງ Sidon, Lebanon, ວັນທີ 11, 2014


ສ່ວນບັນດາ​ຜູ້ນຳຂອງປາ​ແລ​ສ​ຕາຍ ໄດ້​ປະນາມ​ທ່ານ Sharon
ຜູ້​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຄັດ​ຄ້ານ ​ໃນຕະຫຼອດ​ຊີວິດ​ການຮັບ​ໃຊ້​ປະ​
ເທດຊາດ​ຂອງ​ທ່ານນັ້ນ.
XS
SM
MD
LG