ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳໂລກ ສະແດງຄວາມເສົ້າ ສະລົດໃຈຕໍ່ ປະຊາຊົນໄທ ແລະຣາດຊະວົງໄທ


ປະຊາຊົນໄທພາກັນຮ້ອງໃຫ້ ຫລັງຈາກພະລາດຊະວັງ ປະກາດ ການສິ້ນພະຊົນຂອງ ກະສັດພູມີພົນອະດຸນຍະເດດ.
ປະຊາຊົນໄທພາກັນຮ້ອງໃຫ້ ຫລັງຈາກພະລາດຊະວັງ ປະກາດ ການສິ້ນພະຊົນຂອງ ກະສັດພູມີພົນອະດຸນຍະເດດ.

ບັນດາ​ຜູ້ນຳ​ໂລກ​ພາກັນ​ສ​ະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈ​ຕໍ່​ປະຊາຊົນ​ໄທ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າພາກັນ​ໂສກ​ເສົ້າ​ກັບການ​ສິ້ນ​ພະ​ຊົນ​ຂອງ ກະສັດພູມີ​ພົນ ​ອະດຸນ​ຍະ​ເດດ​ ຜູ້​ທີ່​ໄດ້​ປົກ ຄອງ​ປະ​ເທດ​ມາ​ໄດ້ 70 ປີ.

​ເລຂາທິການ​ໃຫຍ່່​ສະຫະ​ປະ​ຊາ​ຊາດ ທ່ານ Ban ki-Moon ​ໄດ້ສະ​ແດງ​ຄວາມ​ເສົ້າ​ສະ ຫລົດ​ໃຈ​ຂອງ​ທ່ານ “​ຢ່າງ​ເລິກ​ເຊິ່ງ” ຕໍ່​ພະລາດ​ຊະ​ວົງ​, ລັດຖະບານ​ ​ແລະ​ປະຊາຊົນ​ໄທ ​ໃນ​ວັນ​ພະຫັດ​ວານ​ນີ້​ເພື່ອ​ຮັບ​ຮູ້​ຄວາ​ມ​ເສຍ​ສະລະຂອງ​ກະສັດ ​ແລະການ​ເຕົ້​າ​ໂຮມ​ປະ​ເທດ​ຊາດ.

ຖະ​ແຫລ​ງການຈາກ​ໂຄສົກຂອງ​ທ່ານ​ກ່າວ​ວ່າ “​ເລຂາ​ທິການ​ໃຫຍ່ ຫວັງ​ວ່າ​ປະ​ເທດ​ໄທ​ຈະ​ສືບຕໍ່ໃຫ້ກຽດມູນເຊື້ອ​ຂອງ ກະສັດ​ພູມີ​ພົນ ຕໍ່ຄວາ​ມໝັ້ນ​ໝາຍໃນ​ຄຸນ​ຄ່າ​ທົ່ວໄປ ​ແລະນັບ ຖື​ສິດທິ​ມະນຸດ.”

ປະ​ທາ​ນາ​ທິບໍດີ Barack Obama ກ່າວ​ວ່າ ກະສັດ​ພູມີ​ພົນ​ເປັນ​ເພື່ອນ​ທີ່ໃກ້​ຊິດ​ກັບ​ ສະຫະລັດ ​ແລະ​ ເປັນຄູ່ຮ່ວມທີ່ມີ​ຄຸນ​ຄ່າຂອງບັນດາ​ປະທານາທິບໍດີ​ ສະຫະ​ລັດ ຫຼາຍຄົນ, ຊຶ່ງ​ທ່ານ​ໄດ້​ພົບ​ປະ​ກັບ​ກະສັດ​ ໃນ​ເວລາທີ່ທ່ານໄດ້ເດີນທາງໄປ​ຢ້ຽມຢາມ​ ບາງກອກ ໃນ​ປີ 2012.

ຖະ​ແຫລງການ​ເຜິ​ຍ​ແຜ່​ໂດຍ​ທຳນຽບຂາວ​ກ່າວ​ວ່າ “ກະສັດ​ໄດ້ປະ​ປ່ອຍຄຸນງາມ ຄວາມດີ​ໄວ້​ກັບ​ປະ​ຊາ​ຊົນ​ໄທ​ ​ເພື່ອ​ຈະ​ຮັກສາ​ໄວ້ໃຫ້ແກ່​ຄົນລຸ້ນຕໍ່​ໄປ. ປະຊາຊົນ​ອາ​ເມຣິກັນ ​ແລະ​ຂ້າພະ​ເຈົ້າພ້ອມ​ດ້ວຍ​ປະຊາຊົນ​ໄທ ​ໃນ​ຂະນະ​ທີ່​ພວກ​ເຮົາ​ພາກັນ​ເສົ້າ​ສະຫລົດ​ໃຈ​ກັບ​ການ​ສິ້ນ​ພະ​ຊົນ​ຂອງ​ກະ​ສັດ ​ແລະ​ມື້​ນີ້​ພວກ​ເຮົາ​ໄດ້​ຈາລຶກ​ປະຊາຊົນ​ໄ​ທ ຢູ່່​ໃນ​ຫົວ​ໃຈ​ຂອງ​ພວກ​ເຮົາ ​ແລະ​ຄວາ​ມ​ໄຫວ້​ວອນ.”

ລັດຖະມົນຕີີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ໄດ້​ຮ່ວມ​ກັບ​ປະທານາທິບໍດີ Barack Obama ສ​ະ​ແດງ​ຄວາມ​ເສົ້າ​ສະຫລົດ​ໃຈຕໍ່​ປະຊາຊົນ​ໄທ ​ໂດຍ​ກ່າ​ວວ່າກະສັດ ຂອງ​ເຂົາ​ເຈົ້າ “​ຈະເປັນທີ່​ຊົງ​ຈຳ​ໄວ້​ຢ່າງ​ຍາວ​ນານ ​ແລະ​ຈະ​ເປັນທີ່​ຄິດ​ຮອດ​ຄິດ​ເຖິງທີ່​ສຸດ.”

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກ່າວ​ວ່າ ທ່ານ​ຈື່ໄດ້​ວ່າ​ ກະສັດ“​ເປັນ​ຜູ້​ມີ​ພອນ​ສະຫວັນ ​ແລະເປັນ​ຄົນອ່ອນ​ນ້ອມ” ​ທ່ານ​ໄດ້​ສ​ະ​ແດງ​ຄວາມ​ເສົ້າສ​ະຫລົດ​ໃຈ​ຕໍ່ “ການ​ສິ້ນ​ພະ​ຊົນຂອງ​ພະ​ອົງ.”

ກະ​ສັດ​ພູມີ​ພົນ ຍັງ​ເປັນ​ທີ່​ຮູ້​ກັນ​ອີກ​ວ່າ ກະສັດຣາມາ ທີ​ເກົ້າ ​ໄດ້​ສີ້​ນພະ​ຊົນ​ໃນ​ວັນ​ພະຫັດ​ວານ​ນີ້​ຢູ່່​ທີ່​ໂຮງໝໍ​ໃນ ​ບາງກອກ ຮວມ​ພະ​ຊົນ​ໄດ້ 88 ພັນ​ສາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG