ບັນດາຜູ້ນຳຂອງໂລກ ໄດ້ພາກັນອອກມາປະນາມການໂຈມຕີຕໍ່ ທ່ານ ດໍໂນລ ທຣໍາ ຢູ່ທີ່ການຊຸມນຸມໃນລັດ ເພັນຊີລເວເນຍ ໃນວັນເສົາແລ້ວນີ້ຢ່າງໄວວາ, ເຊິ່ງອະດີດປະທານາທິບໍດີໄດ້ຖືກຍິງຢູ່ບໍລິເວນຫູ, ໂດຍສະແດງຄວາມຕົກ ໃຈຢ່າງແຮງ, ດ້ວຍການກ່າວປະນາມຄວາມຮຸນແຮງທາງດ້ານການເມືອງ ພ້ອມທັງອວຍພອນໃຫ້ ທ່ານ ທຣໍາ ຈົ່ງເຊົາໄວໆ.
ການໂຄສະນາຫາສຽງຂອງ ທ່ານ ທຣໍາ ກ່າວຕໍ່ມາວ່າ ທ່ານ ທຣໍາ, ຜູ້ທີ່ກຳລັງ ລົງແຂ່ງຂັນເອົາຕໍາແໜ່ງຢູ່ທໍານຽບຂາວອີກຄັ້ງນຶ່ງ ສໍາລັບການເລືອກຕັ້ງຂອງ ສະຫະລັດ ໃນເດືອນພະຈິກທີ່ຈະມາເຖິງນີ້, ແມ່ນ “ມີອາການທີ່ດີ,” ເຊິ່ງອົງ ການ FBI ໄດ້ລະບຸຕົວ ທ້າວ ໂທມັສ ແມັດທິວ ຄຣຸກ (Thomas Matthew Crooks) ອາຍຸ 20 ປີ ຈາກເມືອງ ເບເທລ ພາກ (Bethel Park), ລັດເພັນ ຊີລວາເນຍ ວ່າເປັນ “ຜູ້ທີ່ກ່ຽວຂ້ອງ” ໃນສິ່ງທີ່ພວກເຂົາເຈົ້າຮ້ອງວ່າ ພະຍາ ຍາມລອບສັງຫານ.
ໂຄສົກຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ ແອນໂຕນີໂອ ກູເຕີເຣສ ໄດ້ປະນາມການຍິງສັງຫານດັ່ງກ່າວ ແລະຮ້ອງການກະທໍາດັ່ງກ່າວ ນີ້ວ່າ “ເປັນການກະທຳທີ່ຮຸນແຮງທາງດ້ານການເມືອງ.”
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຟູມິໂອະ ກິຊິດະ ກ່າວວ່າ “ພວກເຮົາຕ້ອງຢືນ ຢັດຢ່າງໜັກແໜ້ນສໍາລັບທຸກຮູບແບບຂອງຄວາມຮຸນແຮງ ທີ່ກໍາລັງທ້າທາຍຕໍ່ ປະຊາທິປະໄຕ.”
ນາຍົກລັດຖະມົນຕີອັງກິດ ທ່ານ ເຄຍ ສຕາມເມີ (Keir Starmer) ກ່າວວ່າ ທ່ານ “ຕົກໃຈທີ່ສຸດ ໂດຍເຫດການທີ່ຫນ້າຕົກໃຈ” ຢູ່ທີ່ບໍລິເວນຊຸມນຸມ. “ຄວາມຮຸນແຮງທາງການເມືອງໃນທຸກຮູບແບບ ບໍ່ມີບ່ອນໃຫ້ຢູ່ໃນສັງຄົມຂອງພວກເຮົາ ແລະຄວາມຄິດຂອງຂ້າພະເຈົ້າແມ່ນຢູ່ກັບຜູ້ຖືກເຄາະຮ້າຍທັງຫມົດຂອງການໂຈມຕີໃນຄັ້ງນີ້.”
ປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ກ່າວວ່າ “ບໍ່ມີເຫດຜົນໃດໆເລີຍ” ສຳລັບຄວາມຮຸນແຮງດັ່ງກ່າວ ແລະທ່ານ “ຮູ້ສຶກສະບາຍໃຈຫຼາຍ” ທີ່ ທ່ານ ທຣໍາ, ຜູ້ທີ່ໄດ້ຕຳໜິຕໍ່ການຊ່ວຍເຫລືອທາງທະຫານຂອງ ສະຫະລັດ ໃຫ້ແກ່ ຢູເຄຣນ ຢູ່ເລື້ອຍໆ ທ່າມກາງການຮຸກຮານຂອງຣັດເຊຍນັ້ນ, ມີຄວາມປອດໄພ ແລະຂໍອວຍພອນໃຫ້ທ່ານຈົ່ງ “ມີອາການດີຂຶ້ນໂດຍໄວ.”
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ ແອນໂທນີ ອາລບານີຊີ ກ່າວວ່າ ເຫດການຍິງກັນດັ່ງກ່າວແມ່ນ “ມີຄວາມກັງວົນ ແລະເປັນການປະເຊີນໜ້າກັນ,” ໃນຂະນະທີ່ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດລ ກ່າວວ່າ ມັນເຮັດໃຫ້ທ່ານ “ຮູ້ສຶກປ່ວຍ.” ທ່ານ ທຣູໂດລ ກ່າວຕື່ມວ່າ “ຄວາມຮຸນ ແຮງທາງດ້ານການເມືອງ ແມ່ນບໍ່ສາມາດຍອມຮັບໄດ້.”
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
WASHINGTON, July 14 (Reuters) - World leaders have rapidly condemned Saturday's attack on Donald Trump at a rally in Pennsylvania in which the former president was shot in the ear, expressing shock, denouncing political violence and wishing him a quick recovery.
The Trump campaign said later that Trump, who is running again for the White House in November's U.S. election, was "doing well." The FBI identified 20-year-old Thomas Matthew Crooks of Bethel Park, Pennsylvania, as the "subject involved" in what it termed an attempted assassination.
A spokesperson for United Nations Secretary-General Antonio Guterres condemned the shooting and called it an "act of political violence."
Japanese Prime Minister Fumio Kishida, opens new tab said: "We must stand firm against any form of violence that challenges democracy."
British Prime Minister Keir Starmer, opens new tab said he was "appalled by the shocking scenes" at the rally. "Political violence in any form has no place in our societies and my thoughts are with all the victims of this attack."
Ukrainian President Volodymyr Zelenskiy said there was "no justification" for such violence and he was "relieved" that Trump, who has frequently criticized U.S. military aid to Ukraine amid Russia's invasion, was safe and wished him "a speedy recovery."
Australian Prime Minister Anthony Albanese said the shooting was "concerning and confronting,", opens new tab while Canadian Prime Minister Justin Trudeau said it left him "sickened." Trudeau added, opens new tab: "Political violence is never acceptable."