ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີມງານ ຂອງອົງການອະນາໄມໂລກ ໄປເບິ່ງຕະຫຼາດຂາຍສັດ ທີ່ເຊື່ອມໂຍງ ກັບກໍລະນີຕິດໄວຣັສໂຄໂຣນາ ຊຸມທໍາອິດ


ພະນັກງານທີ່ໃສ່ເຄື່ອງປ້ອງກັນພະຍາດ PPE ສີດຢາຂ້າເຊື້ອໂຣກ ຢູ່ຕະຫລາດ Baishazhou ໃນໄລຍະທີ່ທີມງານຂອງອົງການອະນາໄມໂລກກໍາລັງໄປສືບສວນຫາຕົ້ນກໍາເນີດຂອງການລະບາດຂອງ COVID-19 ໃນເມືອງວູຫານ
ພະນັກງານທີ່ໃສ່ເຄື່ອງປ້ອງກັນພະຍາດ PPE ສີດຢາຂ້າເຊື້ອໂຣກ ຢູ່ຕະຫລາດ Baishazhou ໃນໄລຍະທີ່ທີມງານຂອງອົງການອະນາໄມໂລກກໍາລັງໄປສືບສວນຫາຕົ້ນກໍາເນີດຂອງການລະບາດຂອງ COVID-19 ໃນເມືອງວູຫານ

ທີມນັກວິທະຍາສາດຂອງອົງການອະນາໄມໂລກ ຫລື WHO ທີ່ກຳລັງສືບສວນແຫຼ່ງທີ່ມາຂອງໄວຣັສໂຄໂຣນາຢູ່ນັ້ນ ໄດ້ໄປຢ້ຽມຢາມເບິ່ງຕະຫລາດຂາຍສັດໃນວັນອາທິດວານນີ້ ທີ່ເມືອງວູຫານ, ປະເທດຈີນ.

ກໍລະນີທີ່ຕິດພະຍາດເປັນກຸ່ມ ໄດ້ເຊື່ອມໂຍງກັບຕະຫຼາດຂາຍອາຫານທະເລຫົວໜານ ຫລື Huanan Seafood Market ເມື່ອໄວຣັສໂຄໂຣນາສາຍພັນໃໝ່ປາກົດຂຶ້ນເທື່ອທໍາອິດໃນເມືອງວູຫານ ໃນທ້າຍປີ 2019. ນັບຕັ້ງແຕ່ນັ້ນມາ, ໄວຣັສໂຄໂຣນາກໍໄດ້ເຮັດໃຫ້ຫລາຍກວ່າ 102 ລ້ານຄົນຕິດເຊື້ອຢູ່ໃນທົ່ວໂລກ ແລະໄດ້ສັງຫານຊີວິດຂອງຫຼາຍກວ່າ 2 ລ້ານ 2 ແສນຄົນແລ້ວ.

ບັນດານັກວິທະຍາສາດໄດ້ໄປຢ້ຽມຢາມໂຮງໝໍຢ່າງໜ້ອຍນຶ່ງແຫ່ງໃນເມືອງວູຫານເຊິ່ງໄດ້ປິ່ນປົວຄົນປ່ວຍໃນຊຸດທຳອິດຈຳນວນນຶ່ງ.

"ຫາກໍ່ກັບມາຈາກການໄປຢ້ຽມຢາມຢູ່ໂຮງໝໍຈີນຢິນຕັນ (Jinyintan), ທີ່ມີຄວາມຊ່ຽວຊານໃນດ້ານພະຍາດຕິດແປດ ແລະໄດ້ຖືກມອບໝາຍໃຫ້ປິ່ນປົວພວກທີ່ເປັນກໍລະນີທຳອິດຢູ່ໃນວູຫານ," ນັ້ນຄືຄໍາເວົ້າຂອງທ່ານ ມາຣຽນ ຄູບແມນສ໌ (Marion Koopmans) ນັກວິທະຍາສາດທີ່ເປັນຊາວເນເທີແລນ ຂຽນລົງໃນທວີດເຕີ (Twitter) ໃນວັນເສົາຜ່ານມາ. ທ່ານກ່າວອີກວ່າ "ເລື້ອງລາວຂອງມັນກໍຄ້າຍຄືກັນກັບສິ່ງທີ່ຂ້າພະເຈົ້າໄດ້ຍິນຈາກແພດ ໃນຫ້ອງ ICU ຂອງພວກເຮົາຫລາຍ."

ນັກວິທະຍາສາດຢາກຮູ້ວ່າເຊື້ອໄວຣັສດັ່ງກ່າວມີຕົ້ນກຳເນີດມາຈາກສັດຊະນິດໃດ ແລະມັນສາມາດໄປຕິດໃສ່ມະນຸດໄດ້ດ້ວຍວິທີໃດ, ຊຶ່ງເປັນບາງສິ່ງບາງຢ່າງທີ່ອາດຈະໃຊ້ເວລາຫຼາຍປີ ໃນການຄົ້ນຫາຈຶ່ງຈະຮູ້ໄດ້.

ທີມງານດັ່ງກ່າວຍັງມີແຜນທີ່ຈະໄປຢ້ຽມຢາມສະຖາບັນໄວຣັສວິທະຍາວູຫານ ແລະຫ້ອງທົດລອງຢູ່ສະຖານທີ່ຕ່າງໆຂອງລັດ ເຊັ່ນສູນຄວບຄຸມພະຍາດຂອງເມືອງວູຫານ, ອີງຕາມອົງການ WHO ທີ່ຕັ້ງຢູ່ນະຄອນເຈນີວາ.

ຈີນມີການບັນທຶກກໍລະນີຄົນຕິດເຊື້ອໄວຣັສຢູ່ພາຍໃນປະເທດຫຼາຍກ່ວາ 2,000 ກໍລະນີ ໃນເດືອນມັງກອນ - ເຊິ່ງເປັນຕົວເລກປະຈຳເດືອນສູງສຸດ ນັບແຕ່ທ້າຍເດືອນມີນາປີ 2020 ເປັນຕົ້ນມາ, ອີງຕາມຄະນະກຳມະການສາທາລະນະສຸກແຫ່ງຊາດຈີນ.

ສະຫະພາບຢູໂຣບໄດ້ປະກາດໃນວັນອາທິດວານນີ້ວ່າ ບໍລິສັດອັງກິດ ແອສຕຣາເຊເນກາ (AstraZeneca) ໄດ້ຕົກລົງທີ່ຈະສົ່ງຢາວັກຊີນຈຳນວນ 9 ລ້ານໂດສ ໄປໃຫ້ບັນດາປະເທດອີຢູ (EU) ເພີ້ມ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG