ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳລັງ ລັດຖະບານຊີເຣຍ ແລະ ພວກຕໍ່ຕ້ານ ຍັງສືບຕໍ່ ປະທະກັນ ທີ່ເມືອງ Aleppo


ພວກອາສາສະໝັກ ທີ່ຮູ້ກັນໃນນາມ ໝາກເຫລັກຂາວ ສົ່ງສົບເດັກນ້ອຍຄົນນຶ່ງໃຫ້ ຫຼັງຈາກດຶງອອກມາ ຈາກຊາກຫັກພັງ ໃນການໂຈມຕີຂອງລັດຖະບານທີ່ຄຸ້ມ al-Shaer ຊຶ່ງຄວບຄຸມ ໂດຍພວກຕໍ່ຕ້ານ ໃນເມືອງ Aleppo. (27 ກັນຍາ 2016)​
ພວກອາສາສະໝັກ ທີ່ຮູ້ກັນໃນນາມ ໝາກເຫລັກຂາວ ສົ່ງສົບເດັກນ້ອຍຄົນນຶ່ງໃຫ້ ຫຼັງຈາກດຶງອອກມາ ຈາກຊາກຫັກພັງ ໃນການໂຈມຕີຂອງລັດຖະບານທີ່ຄຸ້ມ al-Shaer ຊຶ່ງຄວບຄຸມ ໂດຍພວກຕໍ່ຕ້ານ ໃນເມືອງ Aleppo. (27 ກັນຍາ 2016)​

ກຳລັງຂອງ​ລັດຖະບານ​ຊີ​ເຣຍ​ແລະ​ພວກ​ຕໍ່ຕ້ານາ ຍັງ​ສືບ​ຕໍ່​ປະ​ທະ​ກັນໃນ​ວັນ​ເສົາມື້ນີ້ ຢູ່​ທີ່ ເມືອງ Aleppo ທີ່​ຖືກ​ປິດ​ລ້ອມ ບ່ອນ​ທີ່​ປະຊາຊົນປະມານ 250,000 ຄົນຮວມທັງພວກ ເດັກນ້ອຍ​ຈຳນວນ​ນຶ່ງ ຍັງ​ຕົກ​ຄ້າງ​ຢູ່​ໃນ​ເມືອງ ທີ່​ມີ​ການ​ແຍ່ງ​ແຍກດັ່ງກ່າວ.

ກຳລັງ​ຂອງ​ລັດຖະບານ​ຊີ​ເຣຍ ພວມ​ທຳ​ການ​ເຄື່ອນ​ໄຫວ ​ເຂົ້າຍຶດ​ເອົາ​ບາງ​ເຂດຂອງ​ເມືອງ Aleppo ທີ່​ຄວບ​ຄຸມ​ໂດຍ​ພວກ​ຕໍ່ຕ້ານ ທີ່​ໄດ້​ຍິງ​ໂຈມ​ຕີ​ເຂດ​ຄວບ​ຄຸມຂອງ​ຝ່າຍ​ລັດຖະບານ​ຢູ່​ໃນ​ເມືອງ​ດັ່ງກ່າວ. ​ໂຕ​ເລກ​ຜູ້​ບາດ​ເຈັບ​ລົ້ມຕາຍ​ຂອງທັງສອງ​ຝ່າຍ​ຍັງ​ສືບ​ຕໍ່​ເພີ້ມທະວີ​ຂຶ້ນ.

ເຈົ້າໜ້າທີ່ແພດ ກວດເບິ່ງຄວາມເສຍຫາຍ ຫຼັງຈາກການໂຈມຕີ ທາງອາກາດ ທີ່ຄຸ້ມ al-Maadi ໃນເມືອງ Aleppo
ເຈົ້າໜ້າທີ່ແພດ ກວດເບິ່ງຄວາມເສຍຫາຍ ຫຼັງຈາກການໂຈມຕີ ທາງອາກາດ ທີ່ຄຸ້ມ al-Maadi ໃນເມືອງ Aleppo

ອົງການ​ອະນາ​ໄມ​ໂລກ ຮຽກຮ້ອງ​ໃຫ້​ຍົກ​ຍ້າຍພວກ​ທີ່​ເຈັບ​ປ່ວຍ​ແລະພວກ​ທີ່​ໄດ້​ຮັບ​ບາດ ເຈັບ ອອກ​ຈາກ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo ​ໃນ​ທັນ​ທີ.

ອົງການ​ອະນາ​ໄມ​ໂລກ​ກະ​ປະມານ​ວ່ ​ເດັກນ້ອຍ​ແມ່ນ​ປະກອບ​ເປັນ​ປະມານ​ນຶ່ງສ່ວນສາມ ​ຂອງ​ພົນລະ​ເຮືອນ​ທີ່​ເ​ສຍຊີວິດ​ ແລະ​ບາດ​ເຈັບ​ຫຼາຍຮ້ອຍ​ຄົນ ​ໃນ​ຮອບສອງ​ອາ​ທິດ​ທີ່​ຜ່ານ​ມາ​ນີ້.

ທ່ານ Rick Brennan ຜູ້ອຳນວຍການ​ ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ ​ດ້ານ​ມະນຸດ​ສະ​ທຳ​ ຂອງ​ອົງການ​ອະນາ​ໄມ​ໂລກກ່າວ​ວ່າ “ສະຖານະ​ການ​ທີ່​ຈິງ​ແລ້ວແມ່ນ​ຍັງ​ບໍ່​ສາມາດ​ຮູ້​ໄດ້​ຢ່າງ​ລະອຽດ. ອີງ​ຕາມ​ເຈົ້າໜ້າ​ທີ່​ການ​ແພດ​ທີ່​ນັ້ນ​ແລ້ວມີ​ຜູ້​ເສຍຊີວິດ 338 ຄົນໃນ​ໄລຍະ​ສອງ​ສາມ​ອາທິດ​ທີ່​ຜ່ານ​ມານີ້ຍ້ອນ​ການຖິ້ມລະ​ເບີດ​ໂຈມຕີ ຮວມທັງ​ເດັກນ້ອຍ 106 ຄົນ. ສ່ວນ​ອີກ 846 ຄົນ​ ແມ່ນ​ໄດ້​ຮັບ​ບາດ​ເຈັບ ​ອີກ​ເທື່ອ​ນຶ່ງ ​ເກືອບ​ນຶ່ງ​ສ່ວນ​ສາມ​ ແມ່ນ​ພວກ​ເດັກນ້ອຍ ຄື​ມີ​ເດັກນ້ອຍ 261 ຄົນ.”

ອຸບປະກອນການແພດຂອງອົງການກາແດງ ຊຶ່ງເກັບໄວ້ຢູ່ໃນສາງ ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີ ທາງອາກາດ
ອຸບປະກອນການແພດຂອງອົງການກາແດງ ຊຶ່ງເກັບໄວ້ຢູ່ໃນສາງ ໄດ້ຮັບຄວາມເສຍຫາຍ ຈາກການໂຈມຕີ ທາງອາກາດ

ປະທານາທິບໍດີ​ສະຫະລັດທ່ານ​ບາຣັກ ​ໂອ​ບາ​ມາ ໄດ້​ປະນາມ​ຢ່າງ​ແຮງຕໍ່​ການ​ໂຈມ​ຕີ​ທາງ​ອາກາດຢ່າງ​ປ່າ​ເຖື່ອນ ​ຂອງຣັດ​ເຊຍ ​ແລະ​ອຳນາດ​ການ​ປົກຄອງ​ຊີ​ເຣຍ ໃສ່​ພົນລະ​ເຮືອນ ໃນກ້ຳຕາ​ເວັນ​ອອກ​ຂອງ​ເມືອງ Aleppo.

ທຳນຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້ ກັບ​ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ຊຶ່ງທັງ​ສອງ​ທ່ານ​ຕ່າງ​ກໍ​ໄດ້​ເຫັນ​ພ້ອມ​ນຳ​ກັນ​ວ່າ ຣັດ​ເຊຍ ແລະ​ປະທານາທິບໍດີ​ຊີ​ເຣຍ ທ່ານ Bashar al-Assad ເປັນ​ຜູ້ຮັບຜິດຊອບ​ຢ່າງ​ເປັນ​ການສະ​ເພາະທີ່​ຈະ​ຕ້ອງ​ຢຸດ​ເຊົາ​ການ​ໂຈມ​ຕີ​ແລະອະນຸຍາດ​ໃຫ້ຈັດ​ສົ່ງ​ການ​ຊ່ອຍ​ເຫຼືອ​ທາງ​ດ້ານ​ມະນຸດສະທຳ​ເຂົ້າ​ໄປ​ໃນ​ເມືອງດັງ​ກ່າວ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ກ່ອນ​ໜ້ານີ້ວ່າ ສະຫະ ລັດ​ເກືອບ​ຈະຢຸດ​ເຊົາ​ການ​ເຈລະຈາ​ທາງ​ດ້ານ​ການ​ທູດ​ກັບຣັດ​ເຊຍຍ້ອນມົສກູ​ຍັງ​ສືບ​ຕໍ່​ຖິ້ມ ລະ​ເບີດ​ໃສ່​ພວກ​ຕໍ່ຕ້ານ ​ໃນ​ກ້ຳ​ຕາ​ເວັນ​ອອກ​ຂອງ​ເມືອງ Aleppo.

ກຸ່ມ​ສັງ​ເກດ​ການ​ກ່າວ​ໃນ​ວັນ​ສຸກ​ວານນີ້ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ​ ໃນທົ່ວ​ປະ​ເທດຊີເຣຍ​ໃນ​ຮອບ​ປີ​ທີ່​ຜ່ານ​ມາ ​ໄດ້​ສັງຫານ​ຫລາຍ​ກວ່າ 9,000 ຄົນ ຮວມທັງພົນລະ​ເຮືອນ​ຈຳນວນ​ນຶ່ງ. ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ​ໃນ​ຊີ​ເຣຍ ​ທີ່​ມີ​ສຳນັກງານ​ຢູ່​ອັງກິດ ​ກ່າວ​ວ່າ ນອກ​ນັ້ນຍັງ​ມີ​ພົນລະ​ເຮືອນອີກ​ຈຳນວນ​ຫຼວງຫຼາຍ​ໄດ້​ຮັບ​ບາດ​ເຈັບ​ຈາກການ​ໂຈມ​ຕີ​ທາງ​ອາກາດ​ຂອງຣັດ​ເຊຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG